ຊີວິດຄລິດສະຕຽນ
ພໍ່ແມ່—ຊ່ວຍລູກໃຫ້ມີສະຕິປັນຍາຈາກພະເຈົ້າ
ວິທີທີ່ດີທີ່ສຸດທີ່ພໍ່ແມ່ຈະຊ່ວຍລູກໃຫ້ມີສະຕິປັນຍາຈາກພະເຈົ້າຄື ຊ່ວຍໃຫ້ລູກໄດ້ຮັບປະໂຫຍດຈາກການປະຊຸມ ສິ່ງທີ່ລູກເຫັນ ໄດ້ຍິນ ແລະເວົ້າອອກມາຕອນທີ່ອອກຄວາມຄິດເຫັນຈະຊ່ວຍລາວໃຫ້ຮູ້ຈັກພະເຢໂຫວາຫຼາຍຂຶ້ນແລະສະໜິດກັບເພິ່ນ. (ພບຍ 31:12, 13) ຖ້າເຈົ້າເປັນພໍ່ແມ່ ເຈົ້າຈະຊ່ວຍລູກໃຫ້ໄດ້ຮັບປະໂຫຍດຈາກການປະຊຸມໄດ້ແນວໃດ?
-
ພະຍາຍາມໄປປະຊຸມຢູ່ບ່ອນປະຊຸມ.—ເພງ 22:22
-
ໃຊ້ເວລາລົມກັບພີ່ນ້ອງທັງກ່ອນແລະຫຼັງການປະຊຸມ.—ຮຣ 10:25
-
ເຮັດໃຫ້ແນ່ໃຈວ່າທຸກຄົນໃນຄອບຄົວມີປຶ້ມທີ່ໃຊ້ໃນການປະຊຸມ ບໍ່ວ່າຈະເປັນແບບຫົວຫຼືດິຈິຕອນ
-
ຊ່ວຍລູກກຽມຄຳຕອບເປັນຄຳເວົ້າຂອງລາວເອງ—ມທ 21:15, 16
-
ເວົ້າໃນແງ່ບວກກ່ຽວກັບການປະຊຸມແລະການສອນຢູ່ຫໍປະຊຸມ
-
ຊ່ວຍລູກໃຫ້ເຮັດກິດຈະກຳອື່ນໆຢູ່ບ່ອນປະຊຸມ ເຊັ່ນ ອະນາໄມບ່ອນປະຊຸມ ແລະລົມກັບພີ່ນ້ອງສູງອາຍຸ
ການຊ່ວຍລູກໃຫ້ສະໜິດກັບພະເຢໂຫວາບໍ່ແມ່ນເລື່ອງງ່າຍ ແລະບາງເທື່ອກໍອາດເຮັດໃຫ້ເຈົ້າຮູ້ສຶກທໍ້ໃຈ. ແຕ່ຂໍໃຫ້ໝັ້ນໃຈວ່າພະເຢໂຫວາຈະຊ່ວຍເຈົ້າແນ່ນອນ.—ອຊຢ 40:29
ເບິ່ງວິດີໂອ ພໍ່ແມ່ເພິ່ງພະເຢໂຫວາແລະກຳລັງຈາກເພິ່ນ ແລ້ວຕອບຄຳຖາມຕໍ່ໄປນີ້:
-
ຄວາມອິດເມື່ອຍມີຜົນຕໍ່ແຊັກກັບເລອາແນວໃດ?
-
ເປັນຫຍັງພໍ່ແມ່ຕ້ອງຂໍກຳລັງຈາກພະເຢໂຫວາ?
-
ແຊັກກັບເລອາເພິ່ງພະເຢໂຫວາແນວໃດແດ່?