ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ເຈົ້າກຽມຕົວຮັບມືກັບວິກິດການທາງເສດຖະກິດແລ້ວບໍ?

ເຈົ້າກຽມຕົວຮັບມືກັບວິກິດການທາງເສດຖະກິດແລ້ວບໍ?

ເຮົາ​ບໍ່​ໄດ້​ຕົກໃຈ​ຫຼາຍ​ເກີນ​ໄປ​ເມື່ອ​ເຫັນ​ວ່າ​ເຫດການ​ຕ່າງໆ​ພາ​ໃຫ້​ສະພາບ​ເສດຖະກິດ​ທົ່ວ​ໂລກ​ບໍ່​ໝັ້ນຄົງ. ຍ້ອນຫຍັງ? ຍ້ອນ​ເຮົາ​ກຳລັງ​ຢູ່​ໃນ​ສະໄໝ​ສຸດທ້າຍ ແລະ​ຄຳພີໄບເບິນ​ກໍ​ເຕືອນ​ເຮົາ​ບໍ່​ໃຫ້​ຝາກ​ຄວາມຫວັງ​ໄວ້​ກັບ “ຊັບ​ສົມບັດ​ທີ່​ບໍ່​ໝັ້ນຄົງ.” (1ຕມ 6:17; 2ຕມ 3:1) ຕົວຢ່າງ​ຂອງ​ກະສັດ​ເຢໂຮຊາຟັດ​ຊ່ວຍ​ເຮົາ​ແນວໃດ​ໃຫ້​ກຽມ​ຕົວ​ຮັບ​ມື​ກັບ​ວິກິດການ​ທາງ​ເສດຖະກິດ?

ເມື່ອ​ຊາດ​ຕ່າງໆ​ມາ​ໂຈມຕີ​ອິດສະຣາເອນ ກະສັດ​ເຢໂຮຊາຟັດ​ໄດ້​ໄວ້ໃຈ​ພະເຢໂຫວາ. (2ຂຄ 20:9-12) ລາວ​ຍັງ​ໄດ້​ກຽມ​ຕົວ​ລ່ວງ​ໜ້າ​ໂດຍ​ສົ່ງ​ທະຫານ​ໄປ​ຢູ່​ທຸກ​ເມືອງ ແລະ​ຕັ້ງ​ກອງ​ທະຫານ​ປ້ອງກັນ​ຢູ່​ເມືອງ​ຕ່າງໆ. (2ຂຄ 17:1, 2, 12, 13) ຄື​ກັບ​ເຢໂຮຊາຟັດ ເຮົາ​ຕ້ອງ​ໄວ້ໃຈ​ພະເຢໂຫວາ​ແລະ​ກຽມ​ຕົວ​ລ່ວງ​ໜ້າ​ເພື່ອ​ຈະ​ຮັບ​ມື​ໄດ້​ໃນ​ເວລາ​ທີ່​ຍາກ​ລຳບາກ.

ເບິ່ງ​ວິດີໂອ​ເຈົ້າ​ໄດ້​ກຽມ​ຕົວ​ຮັບ​ມື​ກັບ​ໄພພິບັດ​ແລ້ວ​ບໍ? ແລ້ວ​ຕອບ​ຄຳຖາມ​ຕໍ່ໄປ​ນີ້:

  • ເຮົາ​ຈະ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ກຽມ​ຕົວ​ຮັບ​ມື​ກັບ​ໄພພິບັດ?

  • ເຮົາ​ຈະ​ກຽມ​ຕົວ​ແນວໃດ​ເພື່ອ​ຊ່ວຍເຫຼືອ​ຄົນອື່ນ?