ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ເຈົ້າໄດ້ໃຊ້ປະໂຫຍດຈາກຟາຍສຽງການອ່ານຄຳພີໄບເບິນບໍ?

ເຈົ້າໄດ້ໃຊ້ປະໂຫຍດຈາກຟາຍສຽງການອ່ານຄຳພີໄບເບິນບໍ?

ຟາຍສຽງ​ການ​ອ່ານ​ຄຳພີໄບເບິນ​ແມ່ນ​ຫຍັງ? ຟາຍສຽງ​ການ​ອ່ານ​ຄຳພີໄບເບິນແມ່ນ​ຟາຍ​ທີ່​ມີ​ການ​ບັນທຶກ​ສຽງ​ການ​ອ່ານ​ຄຳພີໄບເບິນ​ສະບັບ​ແປ​ໂລກ​ໃໝ່ ສະບັບ​ປັບປຸງ. ຟາຍສຽງ​ແບບ​ນີ້​ຈະ​ຄ່ອຍໆ​ປ່ອຍ​ອອກ​ໄປ​ໃນ​ຫຼາຍໆ​ພາສາ​ເທົ່າ​ທີ່​ເປັນ​ໄປ​ໄດ້. ສິ່ງ​ໜຶ່ງ​ທີ່​ເປັນ​ຈຸດ​ເດັ່ນ​ໃນ​ຟາຍສຽງ​ການ​ອ່ານ​ຄຳພີໄບເບິນ​ກໍ​ຄື ຈະ​ມີການ​ພາກ​ສຽງ​ຂອງ​ແຕ່​ລະ​ຄົນ​ທີ່​ຢູ່​ໃນ​ຄຳພີໄບເບິນ​ໂດຍ​ໃຊ້​ສຽງ​ທີ່​ແຕກຕ່າງ​ກັນ. ນອກຈາກນັ້ນ ຍັງ​ເປັນ​ການ​ອ່ານ​ແບບ​ເນັ້ນ​ຄຳ​ແລະ​ສະແດງ​ອາລົມ​ຢ່າງ​ເໝາະສົມ​ເພື່ອ​ຈະ​ຖ່າຍ​ທອດ​ຂໍ້​ຄວາມ​ໃນ​ຄຳພີໄບເບິນ​ໄດ້​ຢ່າງ​ຖືກຕ້ອງ.

ຫຼາຍ​ຄົນ​ໄດ້​ຮັບ​ປະໂຫຍດ​ແນວໃດ​ຈາກ​ຟາຍສຽງ​ການ​ອ່ານ​ຄຳພີໄບເບິນ? ຫຼາຍ​ຄົນ​ທີ່​ມັກ​ຟັງ​ຟາຍ​ສຽງ​ການ​ອ່ານ​ຄຳພີໄບເບິນ​ເປັນ​ປະຈຳ​ຮູ້ສຶກ​ວ່າ ການ​ໄດ້​ຟັງ​ສຽງ​ຂອງ​ຫຼາຍ​ຄົນ​ທີ່​ຢູ່​ໃນ​ຄຳພີໄບເບິນ​ຊ່ວຍ​ໃຫ້​ເຂົາເຈົ້າ​ເຫັນ​ພາບ​ເຫດການ​ໄດ້​ດີ​ຂຶ້ນ ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ຄົນ​ທີ່​ຢູ່​ໃນ​ຄຳພີໄບເບິນ ແລະ​ເຂົ້າໃຈ​ສິ່ງ​ຂຽນ​ໄວ້​ໃນ​ນັ້ນ​ໄດ້​ຈະ​ແຈ້ງ​ຂຶ້ນ. (ສຸພາ 4:5) ຫຼາຍ​ຄົນ​ຍັງ​ເຫັນ​ວ່າ​ການ​ຟັງ​ຟາຍ​ສຽງ​ການ​ອ່ານ​ຄຳພີໄບເບິນ​ຊ່ວຍ​ໃຫ້​ເຂົາເຈົ້າ​ຮູ້ສຶກ​ສະບາຍ​ໃຈ​ຕອນ​ທີ່​ອຸກໃຈ.—ເພງ 94:19

ການ​ຟັງ​ຟາຍ​ສຽງ​ການ​ອ່ານ​ຄຳພີໄບເບິນ​ມີ​ຜົນ​ຕໍ່​ຊີວິດ​ຂອງ​ເຮົາ​ຫຼາຍ. (2ຂຄ 34:19-21) ຖ້າ​ມີ​ຟາຍ​ສຽງ​ການ​ອ່ານ​ຄຳພີໄບເບິນ​ໃນ​ພາສາ​ທີ່​ເຈົ້າ​ເຂົ້າໃຈ ກໍ​ຂໍ​ໃຫ້​ເຈົ້າ​ຈັດ​ເວລາ​ທີ່​ຈະ​ຟັງ​ຟາຍສຽງ​ນີ້​ເປັນ​ປະຈຳ.

ເບິ່ງ​ວິດີໂອ​ສັ້ນ​ຂັ້ນ​ຕອນ​ກ່ອນ​ຈະ​ມາ​ເປັນ​ສຽງ​ການ​ອ່ານ​ຄຳພີໄບເບິນ ແລ້ວ​ຕອບ​ຄຳຖາມ​ຕໍ່ໄປ​ນີ້:

ເຈົ້າ​ປະທັບໃຈ​ຫຍັງ​ກ່ຽວກັບ​ຂັ້ນ​ຕອນ​ກ່ອນ​ຈະ​ມາ​ເປັນ​ສຽງ​ການ​ອ່ານ​ຄຳພີໄບເບິນ?