ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ວິທີທີ່ຈະມີຄວາມສຸກໃນການເລີ່ມລົມກັບຄົນອື່ນ

ວິທີທີ່ຈະມີຄວາມສຸກໃນການເລີ່ມລົມກັບຄົນອື່ນ

ການ​ເລີ່ມ​ລົມ​ກັບ​ຄົນອື່ນ​ແບບ​ບໍ່​ເປັນ​ທາງ​ການ​ເປັນ​ວິທີ​ທີ່​ມ່ວນ​ແລະ​ເກີດ​ຜົນ​ຫຼາຍ​ທີ່ສຸດ​ໃນ​ວຽກ​ປະກາດ. ແຕ່​ຕອນ​ທີ່​ເລີ່ມ​ລົມ ເຮົາ​ອາດຈະ​ຮູ້ສຶກ​ກັງວົນ​ກໍ​ໄດ້​ຖ້າ​ເຮົາ​ຄິດ​ແຕ່​ວ່າ​ຈະ​ເວົ້າ​ເຖິງ​ຂໍ້​ຄຳພີ​ແນວໃດ. ແທນ​ທີ່​ຈະ​ກັງວົນ​ເລື່ອງ​ທີ່​ເຮົາ​ຢາກ​ປະກາດ ເຮົາ​ຄວນ​ສົນໃຈ​ຄົນ​ທີ່​ເຮົາ​ລົມ​ນຳ​ຫຼາຍ​ກວ່າ. (ມທ 22:39; ຟລປ 2:4) ແລ້ວ​ຖ້າ​ຕອນ​ທີ່​ລົມ​ກັນ ເຮົາ​ເຫັນ​ວ່າ​ມີ​ໂອກາດ​ທີ່​ຈະ​ເວົ້າ​ເຖິງ​ຄວາມເຊື່ອ​ຂອງ​ເຮົາ ກໍ​ໃຫ້​ໃຊ້​ເຄື່ອງມື​ຕ່າງໆ​ທີ່​ອົງການ​ກຽມ​ໄວ້​ໃຫ້​ເຮົາ.

ເຄື່ອງມື​ເຫຼົ່ານີ້​ຈະ​ຊ່ວຍ​ເຮົາ​ແນວໃດ​ໃຫ້​ຮູ້​ວິທີ​ລົມ​ກັບ​ຄົນອື່ນ​ຕອນ​ທີ່​ໄປ​ປະກາດ?

ເບິ່ງ​ວິດີໂອ “ເຫຼັກ​ລັບ​ເຫຼັກ”—ວິທີ​ເລີ່ມ​ລົມ​ກັນ ແລ້ວ​ຕອບ​ຄຳຖາມ​ຕໍ່ໄປ​ນີ້:

ມີ 3 ຂັ້ນ​ຕອນ​ຫຍັງ​ແດ່​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ປັບປຸງ​ວິທີ​ລົມ​ກັບ​ຄົນອື່ນ?