ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ພະເຢໂຫວາເປັນ ‘ພໍ່ໃຫ້ຜູ້ທີ່ບໍ່ມີພໍ່’

ພະເຢໂຫວາເປັນ ‘ພໍ່ໃຫ້ຜູ້ທີ່ບໍ່ມີພໍ່’

ໃນ​ແຕ່ລະປີ ມີ​ໄວລຸ້ນ​ຫຼາຍ​ຄົນ​ເຂົ້າ​ມາ​ເປັນ​ໝູ່​ກັບ​ພະເຢໂຫວາ. (ເພງ 110:3) ພະເຢໂຫວາ​ສົນໃຈ​ພວກເຈົ້າ​ແຕ່​ລະ​ຄົນ​ຫຼາຍ​ແທ້ໆ. ເພິ່ນ​ຮູ້​ວ່າ​ເຈົ້າ​ເຈິ​ບັນຫາ​ຫຍັງ​ແດ່​ແລະ​ສັນຍາ​ວ່າ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮັບໃຊ້​ເພິ່ນ​ໄດ້. ຖ້າ​ເຈົ້າ​ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ມີ​ແຕ່​ພໍ່​ຫຼື​ແມ່​ຝ່າຍ​ດຽວ ຂໍ​ໃຫ້​ຈື່​ໄວ້​ວ່າ​ພະເຢໂຫວາ​ເປັນ “ພໍ່​ໃຫ້​ຜູ້​ທີ່​ບໍ່​ມີ​ພໍ່” (ເພງ 68:5, ລ.ມ.) ແຕ່​ບໍ່​ວ່າ​ເຈົ້າ​ຈະ​ໃຫຍ່​ມາ​ໃນ​ຄອບຄົວ​ແບບ​ໃດ ເຈົ້າ​ກໍ​ສາມາດ​ປະສົບ​ຜົນ​ສຳເລັດ​ໄດ້​ດ້ວຍ​ການ​ຝຶກ​ຝົນ​ຈາກ​ພະເຢໂຫວາ.—1ປຕ 5:10.

ເບິ່ງ​ວິດີໂອ ໄດ້​ໄຊ​ຊະນະ​ໃນ​ການ​ຕໍ່ສູ້​ເພື່ອ​ຄວາມເຊື່ອ—ພີ່ນ້ອງ​ທີ່​ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ມີ​ແຕ່​ພໍ່​ຫຼື​ແມ່​ຝ່າຍ​ດຽວ. ແລ້ວ​ຕອບ​ຄຳຖາມ​ຕໍ່ໄປ​ນີ້:

  • ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ທາມມີ ຊາວສ໌ ແລະ​ຈິ່ມມີ້?

  • ໃນ​ຄຳເພງ 27:10 ມີ​ຄຳ​ຮັບຮອງ​ຫຍັງ​ສຳລັບ​ຜູ້​ທີ່​ໃຫຍ່​ມາ​ໃນ​ຄອບຄົວ​ທີ່​ມີ​ແຕ່​ພໍ່​ຫຼື​ແມ່​ຝ່າຍ​ດຽວ?