ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ຄລິດສະຕຽນ​ແທ້​ມີ​ຄວາມ​ຮັກ​ຕໍ່​ກັນ—ຍິນດີ​ໃນ​ຄວາມ​ຈິງ

ຄລິດສະຕຽນ​ແທ້​ມີ​ຄວາມ​ຮັກ​ຕໍ່​ກັນ—ຍິນດີ​ໃນ​ຄວາມ​ຈິງ

ເປັນ​ຫຍັງ​ຈຶ່ງ​ສຳຄັນ? ເຮົາ​ຮຽນ​ແບບ​ພະ​ເຍຊູ​ໂດຍ​ເປັນ​ພິຍານ​ຝ່າຍ​ຄວາມ​ຈິງ​ກ່ຽວ​ກັບ​ໃຈ​ປະສົງ​ຂອງ​ພະເຈົ້າ. (ໂຢ. 18:37) ເຮົາ​ຕ້ອງ​ຍິນດີ​ໃນ​ຄວາມ​ຈິງ ເວົ້າ​ຄວາມ​ຈິງ ຄິດ​ຄັກໆວ່າ​ອັນ​ໃດ​ເປັນ​ຄວາມ​ຈິງ ເຖິງ​ວ່າ​ໂລກ​ນີ້​ຈະ​ມີ​ແຕ່​ເລື່ອງ​ຕົວະ​ແລະ​ບໍ່​ຍຸຕິທຳ.—1 ໂກ. 13:6; ຟີລິບ 4:8

ສິ່ງ​ທີ່​ຄວນ​ເຮັດ:

  • ລະ​ມັດ​ລະວັງ​ທີ່​ຈະ​ບໍ່​ຟັງ​ຫຼື​ເວົ້າ​ຊຸບຊິບ​ນິນທາ.—1 ເທ. 4:11

  • ບໍ່​ດີ​ໃຈ​ເມື່ອ​ເຫັນ​ຄົນ​ອື່ນ​ປະສົບ​ກັບ​ຄວາມ​ທຸກ.

  • ມີ​ຄວາມ​ສຸກ​ກັບ​ເລື່ອງ​ດີໆທີ່​ໃຫ້​ກຳລັງ​ໃຈ.

ເບິ່ງ​ວິດີໂອ ໃຫ້ “ມີ​ຄວາມ​ຮັກ​ໃນ​ທ່າມກາງ​ພວກ​ທ່ານ”—ບໍ່​ຍິນດີ​ໃນ​ຄວາມ​ບໍ່​ຊອບທຳ ແຕ່​ຍິນດີ​ໃນ​ຄວາມ​ຈິງ. ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເດັບບີ “ຍິນດີ​ໃນ​ຄວາມ​ບໍ່​ຊອບທຳ” ໃນ​ທາງ​ໃດ?

  • ອາລີດສ​ປ່ຽນ​ໄປ​ລົມ​ເລື່ອງ​ດີໆທີ່​ໃຫ້​ກຳລັງ​ໃຈ​ໄດ້​ແນວ​ໃດ?

  • ເຮົາ​ຈະ​ລົມ​ກັນ​ກ່ຽວ​ກັບ​ເລື່ອງ​ດີໆຫຍັງ​ແດ່?

ບໍ່​ຍິນດີ​ໃນ​ຄວາມ​ບໍ່​ຊອບທຳ ແຕ່​ຍິນດີ​ໃນ​ຄວາມ​ຈິງ