ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ປັບ​ປຸງ​ຄວາມ​ສາມາດ​ໃນ​ວຽກ​ຮັບໃຊ້​ຂອງ​ເຮົາ​ໃຫ້​ດີ​ຂຶ້ນ—ຊ່ວຍ​ຜູ້​ຄົນ​ທີ່ “ເຕັມ​ໃຈ​ຕອບ​ຮັບ​ຄວາມ​ຈິງ” ໃຫ້​ເຂົ້າ​ມາ​ເປັນ​ລູກ​ສິດ

ປັບ​ປຸງ​ຄວາມ​ສາມາດ​ໃນ​ວຽກ​ຮັບໃຊ້​ຂອງ​ເຮົາ​ໃຫ້​ດີ​ຂຶ້ນ—ຊ່ວຍ​ຜູ້​ຄົນ​ທີ່ “ເຕັມ​ໃຈ​ຕອບ​ຮັບ​ຄວາມ​ຈິງ” ໃຫ້​ເຂົ້າ​ມາ​ເປັນ​ລູກ​ສິດ

ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ?: ພະ​ເຢໂຫວາ​ເຮັດ​ໃຫ້​ເມັດ​ແຫ່ງ​ຄວາມ​ຈິງ​ໃຫຍ່​ຂຶ້ນ​ໃນ​ຫົວໃຈ​ຂອງ​ຄົນ​ເຫຼົ່າ​ນັ້ນ​ທີ່ “ເຕັມ​ໃຈ​ຕອບ​ຮັບ​ຄວາມ​ຈິງ​ເຊິ່ງ​ເຮັດ​ໃຫ້​ໄດ້​ຊີວິດ​ຕະຫຼອດ​ໄປ.” (ກິດ. 13:48, ລ.ມ.; 1 ໂກ. 3:7) ໃນ​ວຽກ​ປະກາດ​ເຮົາ​ເຮັດ​ວຽກ​ຮ່ວມ​ກັບ​ພະອົງ​ໂດຍ​ພະຍາຍາມ​ຢ່າງ​ເຕັມທີ​ເພື່ອ​ຊ່ວຍ​ຄົນ​ທີ່​ຕອບ​ຮັບ​ສິ່ງ​ທີ່​ເຂົາ​ເຈົ້າ​ຮຽນ. (1 ໂກ. 9:26) ນັກ​ສຶກສາ​ຄຳພີ​ໄບເບິນ​ຕ້ອງ​ເຂົ້າ​ໃຈ​ວ່າ​ການ​ຮັບ​ບັບເຕມາ​ແມ່ນ​ສິ່ງ​ທີ່​ຈຳເປັນ​ເພື່ອ​ຈະ​ລອດ​ຊີວິດ. (1 ເປ. 3:21) ເຮົາ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂົ້າ​ມາ​ເປັນ​ລູກ​ສິດ​ໂດຍ​ສອນ​ໃຫ້​ຮູ້​ວ່າ​ຕ້ອງ​ປ່ຽນ​ແປງ​ຊີວິດ ໄປ​ປະກາດ​ແລະ​ສອນ ແລະ​ອຸທິດ​ຊີວິດ​ໃຫ້​ກັບ​ພະ​ເຢໂຫວາ.—ມັດ. 28:19, 20

ສິ່ງ​ທີ່​ຄວນ​ເຮັດ:

  • ບອກ​ນັກ​ສຶກສາ​ວ່າ​ຈຸດ​ປະສົງ​ຂອງ​ການ​ສຶກສາ​ແມ່ນ​ເພື່ອ ‘ມາ​ຮູ້ຈັກ’ ພະ​ເຢໂຫວາ ແລະ​ເຮັດ​ໃນ​ສິ່ງ​ທີ່​ພະອົງ​ພໍ​ໃຈ.—ໂຢ. 17:3

  • ເພື່ອ​ກ້າວ​ໜ້າ​ດ້ານ​ຄວາມ​ເຊື່ອ ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເອົາ​ຊະນະ​ອຸປະສັກ​ຕ່າງໆ ເຊັ່ນ ນິດໄສ​ແລະ​ການ​ຄົບຫາ​ທີ່​ບໍ່​ດີ.

  • ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຂັ້ມແຂງ​ແລະ​ໃຫ້​ກຳລັງ​ໃຈ​ກ່ອນ​ແລະ​ພາຍ​ຫຼັງ​ຮັບ​ບັບເຕມາ.—ກິດ. 14:22

ເບິ່ງ​ວິດີໂອ​ພະ​ເຢໂຫວາ​ພະເຈົ້າ​ຈະ​ຊ່ວຍ​ເຈົ້າ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ບາງ​ຄົນ​ບໍ່​ກ້າ​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ​ຍ້ອນ​ຢ້ານ​ຫຍັງ?

  • ຜູ້​ເຖົ້າ​ແກ່​ຈະ​ຊ່ວຍ​ນັກ​ສຶກສາ​ຄຳພີ​ໄບເບິນ​ໃຫ້​ກ້າວ​ໜ້າ​ໃນ​ຄວາມ​ເຊື່ອ​ໄດ້​ແນວ​ໃດ?

  • ເອຊາອີ 41:10 ສອນ​ຫຍັງ​ເຮົາ​ກ່ຽວ​ກັບ​ພະ​ເຢໂຫວາ?

  • ເຖິງ​ວ່າ​ເຮົາ​ບໍ່​ສົມບູນ​ແບບ ແຕ່​ຄຸນ​ລັກສະນະ​ຫຍັງ​ແດ່​ທີ່​ຊ່ວຍ​ເຮົາ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ໃນ​ແບບ​ທີ່​ພະອົງ​ພໍ​ໃຈ?

ເຮົາ​ເຮັດ​ວຽກ​ຮ່ວມ​ກັບ​ພະ​ເຢໂຫວາ​ໃນ​ການ​ສອນ​ຄົນ​ໃຫ້​ເປັນ​ລູກ​ສິດ​ແນວ​ໃດ?