ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ | ກິດຈະການ 9-11

ຜູ້​ຂົ່ມເຫງ​ທີ່​ໂຫດ​ຮ້າຍ​ເຂົ້າ​ມາ​ເປັນ​ຜູ້​ປະກາດ​ທີ່​ກະຕືລືລົ້ນ

ຜູ້​ຂົ່ມເຫງ​ທີ່​ໂຫດ​ຮ້າຍ​ເຂົ້າ​ມາ​ເປັນ​ຜູ້​ປະກາດ​ທີ່​ກະຕືລືລົ້ນ

9:15, 16, 20-22

ໂຊໂລ​ປ່ຽນ​ແປງ​ຕາມ​ສິ່ງ​ທີ່​ລາວ​ໄດ້​ຮຽນ​ຮູ້​ທັນທີ. ເປັນ​ຫຍັງ​ໂຊໂລ​ຈຶ່ງ​ປ່ຽນ​ແປງ​ທັງໆທີ່​ຄົນ​ອື່ນ​ບໍ່​ປ່ຽນ​ແປງ? ຍ້ອນ​ລາວ​ຢ້ານຢຳ​ພະເຈົ້າ​ຫຼາຍ​ກວ່າ​ມະນຸດ​ແລະ​ຮູ້​ຄຸນຄ່າ​ຫຼາຍ​ແທ້ໆທີ່​ພະ​ຄລິດ​ໄດ້​ເມດຕາ​ລາວ. ຖ້າ​ເຈົ້າ​ກຳລັງ​ສຶກສາ​ຄຳພີ​ໄບເບິນ​ແຕ່​ຍັງ​ບໍ່​ທັນ​ຮັບ​ບັບເຕມາ​ເທື່ອ ເຈົ້າ​ຈະ​ຮຽນ​ແບບ​ໂຊໂລ​ໂດຍ​ຕັດສິນ​ໃຈ​ເຮັດ​ຕາມ​ສິ່ງ​ທີ່​ເຈົ້າ​ໄດ້​ຮຽນ​ບໍ?