ວັນທີ 18-24 ພະຈິກ
ເພງສັນລະເສີນ 107-108
ເພງທີ 7 ແລະຄຳອະທິດຖານ | ຄຳນຳເປີດການປະຊຸມ (1 ນາທີ)
1. “ໃຫ້ຂອບໃຈພະເຢໂຫວາ ຍ້ອນເພິ່ນດີແທ້ໆ”
(10 ນາທີ)
ຄືກັບທີ່ພະເຢໂຫວາຊ່ວຍພວກອິດສະຣາເອນອອກຈາກການເປັນຊະເລີຍຢູ່ບາບີໂລນ ເພິ່ນກໍຊ່ວຍເຮົາໃຫ້ອອກຈາກໂລກຂອງຊາຕານ (ພສ 107:1, 2; ກລຊ 1:13, 14)
ເມື່ອເຮົາຮູ້ສຶກຂອບໃຈພະເຢໂຫວາ ເຮົາກໍຢາກສັນລະເສີນເພິ່ນຢູ່ການປະຊຸມ (ພສ 107:31, 32; w07-SI 15/4 ໜ້າ 20 ຂໍ້ 2)
ເຮົາຈະຮູ້ສຶກຂອບໃຈພະເຢໂຫວາຫຼາຍຂຶ້ນ ຖ້າເຮົາຄິດຕຶກຕອງກ່ຽວກັບສິ່ງຕ່າງໆທີ່ເພິ່ນໄດ້ເຮັດເພື່ອເຮົາ (ພສ 107:43; w15-SI 15/1 ໜ້າ 9 ຂໍ້ 4)
2. ຄວາມຮູ້ທີ່ມີຄ່າຈາກພະເຈົ້າ
(10 ນາທີ)
-
ພສ 108:9—ເປັນຫຍັງຈຶ່ງປຽບທຽບໂມອາບວ່າ “ເປັນອ່າງລ້າງມື” ຂອງພະເຈົ້າ (it-2-E ໜ້າ 420 ຫຍໍ້ໜ້າ 4)
-
ເຈົ້າໄດ້ຮັບປະໂຫຍດຫຍັງຈາກການອ່ານຄຳພີໄບເບິນໃນອາທິດນີ້?
3. ການອ່ານຄຳພີໄບເບິນ
(4 ນາທີ) ພສ 107:1-28 (ອສ ບົດຮຽນທີ 5)
4. ເລີ່ມລົມ
(3 ນາທີ) ແບບບໍ່ເປັນທາງການ. (ສດຮ ບົດຮຽນທີ 1 ຈຸດທີ 4)
5. ຕິດຕາມ
(4 ນາທີ) ແບບບໍ່ເປັນທາງການ. ເວົ້າເລື່ອງການຮຽນຄຳພີໄບເບິນກັບຄົນທີ່ເຈົ້າກັບໄປຢາມ ແລ້ວກໍເອົານາມບັດຮຽນຄຳພີໄບເບິນໃຫ້ລາວ. (ສດຮ ບົດຮຽນທີ 9 ຈຸດທີ 3)
6. ບັນລະຍາຍ
(5 ນາທີ) ijwyp-SI ບົດຄວາມ 90—ເລື່ອງ: ຂ້ອຍຈະບໍ່ຄິດໃນແງ່ລົບໄດ້ແນວໃດ? (ອສ ບົດຮຽນທີ 14)
ເພງທີ 46
7. ເຮົາຮ້ອງເພງຂອບໃຈພະເຢໂຫວາ
(15 ນາທີ) ບັນລະຍາຍແລະຖາມຄວາມຄິດເຫັນ.
ຫຼັງຈາກທີ່ພະເຢໂຫວາຊ່ວຍພວກອິດສະຣາເອນທີ່ຢ້ານແຮງໃຫ້ລອດຈາກກອງທັບເອຢິບທີ່ມີອຳນາດຢູ່ທະເລແດງ ເຂົາເຈົ້າກໍຮູ້ສຶກຂອບໃຈພະເຢໂຫວາຫຼາຍຈົນຮ້ອງອອກມາເປັນເພງສັນລະເສີນເພິ່ນ. (ອພຍ 15:1-19) ພວກຜູ້ຊາຍເປັນຜູ້ເລີ່ມຮ້ອງເພງໃໝ່ນີ້ກ່ອນ. (ອພຍ 15:21) ພະເຢຊູແລະຄລິດສະຕຽນໃນສະຕະວັດທຳອິດກໍຮ້ອງເພງສັນລະເສີນພະເຈົ້າຄືກັນ. (ມທ 26:30; ກລຊ 3:16) ໃນທຸກມື້ນີ້ ເຮົາກໍຍັງເຮັດຄືກັນ. ເຮົາສະແດງຄວາມຂອບໃຈພະເຢໂຫວາໂດຍຮ້ອງເພງຢູ່ການປະຊຸມປະຈຳປະຊາຄົມ ປະຊຸມໝວດ ແລະປະຊຸມພາກ. ຕົວຢ່າງເຊັ່ນ ເພງທີ່ເຮົາຫາກໍຮ້ອງໄປທີ່ຊື່ “ຂອບໃຈພະເຢໂຫວາ” ເປັນເພງທີ່ຮ້ອງຢູ່ການປະຊຸມຂອງເຮົາຕັ້ງແຕ່ປີ 1966 ແລ້ວ.
ໃນບາງວັດທະນະທຳ ຜູ້ຊາຍອາດຈະອາຍ ບໍ່ກ້າຮ້ອງເພງຕໍ່ໜ້າຄົນອື່ນ. ສ່ວນບາງຄົນກໍບໍ່ຢາກຮ້ອງເພງຍ້ອນຮູ້ສຶກວ່າໂຕເອງຮ້ອງເພງບໍ່ມ່ວນ. ແຕ່ເຮົາຕ້ອງບໍ່ລືມວ່າການຮ້ອງເພງຢູ່ການປະຊຸມຂອງເຮົາເປັນສ່ວນໜຶ່ງຂອງການນະມັດສະການພະເຢໂຫວາ. ອົງການຂອງເຮົາໄດ້ເຮັດຫຼາຍຢ່າງແລະໃຊ້ເວລາຫຼາຍອີ່ຫຼີເພື່ອແຕ່ງເພງທີ່ມ່ວນໆເຫຼົ່ານີ້ແລະເລືອກວ່າເພງໃດເໝາະທີ່ຈະໃຊ້ໃນການປະຊຸມແຕ່ລະເທື່ອ. ສິ່ງທີ່ເຮົາແຕ່ລະຄົນຕ້ອງເຮັດກໍແມ່ນຮ້ອງເພງນຳກັນເພື່ອສະແດງວ່າເຮົາຮັກແລະຂອບໃຈພະເຢໂຫວາພໍ່ຂອງເຮົາທີ່ຢູ່ໃນສະຫວັນ.
ເປີດວິດີໂອຫວນຄືນເບິ່ງປະຫວັດສາດຂອງເຮົາ—ເພງທີ່ເປັນຂອງຂວັນ ຕອນ 2 ແລ້ວຖາມວ່າ:
-
ມີເຫດການສຳຄັນຫຍັງເກີດຂຶ້ນໃນປີ 1944?
-
ພີ່ນ້ອງຂອງເຮົາຢູ່ເຂດຊີເບຣີສະແດງໃຫ້ເຫັນແນວໃດວ່າເຂົາເຈົ້າເຫັນຄ່າການຮ້ອງເພງສັນລະເສີນພະເຢໂຫວາ?
-
ເປັນຫຍັງພະຍານພະເຢໂຫວາຈຶ່ງຖືວ່າການຮ້ອງເພງເປັນສິ່ງທີ່ສຳຄັນຫຼາຍ?
8. ການສຶກສາຄຳພີໄບເບິນປະຈຳປະຊາຄົມ
(30 ນາທີ) ຖຖ ບົດທີ 18 ຂໍ້ 6-15