ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວັນ​ທີ 23-29 ທັນວາ 2024

ເພງ​ສັນລະເສີນ 119:121-176

ວັນ​ທີ 23-29 ທັນວາ 2024

ເພງ​ທີ 31 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

1. ວິທີ​ທີ່​ຈະ​ຊ່ວຍ​ໃຫ້​ເຮົາ​ບໍ່​ຕ້ອງ​ເຈັບ​ປວດ​ໃຈ​ໂດຍ​ບໍ່​ຈຳເປັນ

(10 ນາທີ)

ຮັກ​ກົດໝາຍ​ຂອງ​ພະເຈົ້າ (ພສ 119:127; ຫ18.06 ໜ້າ 16 ຂໍ້ 5-6)

ຊັງ​ສິ່ງ​ຊົ່ວ (ພສ 119:128; w93-SI 15/4 ໜ້າ 17 ຂໍ້ 12)

ຟັງ​ພະ​ເຢໂຫວາ​ແລະ​ບໍ່​ເຮັດ​ຜິດ​ແບບ​ດຽວ​ກັບ “ຄົນ​ທີ່​ບໍ່​ມີ​ປະສົບການ” (ພສ 119:130, 133; ສພສ 22:3)

ໃຫ້​ຖາມ​ໂຕເອງ​ວ່າ: ‘ມີ​ຫຍັງ​ແດ່​ທີ່​ຂ້ອຍ​ຕ້ອງ​ປັບປຸງ​ໂຕເອງ​ເພື່ອ​ຈະ​ຮັກ​ກົດໝາຍ​ຂອງ​ພະເຈົ້າ​ແລະ​ຊັງ​ສິ່ງ​ຊົ່ວ?’

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ພສ 119:160—ຕາມ​ຂໍ້​ນີ້​ເຮົາ​ຕ້ອງ​ເຊື່ອ​ໃນ​ເລື່ອງ​ໃດ? (ຫ23.01 ໜ້າ 2 ຂໍ້ 2)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ເລີ່ມ​ລົມ

(3 ນາທີ) ຕາມ​ບ້ານ​ເຮືອນ. (ສດຮ ບົດ​ຮຽນ​ທີ 1 ຈຸດ​ທີ 5)

5. ຕິດຕາມ

(4 ນາທີ) ຕາມ​ບ້ານ​ເຮືອນ. ບອກ​ວິທີ​ໃຫ້​ຄົນ​ທີ່​ເຈົ້າ​ລົມ​ນຳ​ຮູ້​ວ່າ​ລາວ​ຈະ​ຊອກ​ຂໍ້ມູນ​ກ່ຽວກັບ​ເລື່ອງ​ທີ່​ລາວ​ສົນໃຈ​ໃນ​ເວັບໄຊ jw.org ໄດ້​ແນວ​ໃດ. (ສດຮ ບົດ​ຮຽນ​ທີ 8 ຈຸດ​ທີ 3)

6. ສອນ​ຄົນ​ໃຫ້​ເປັນ​ລູກສິດ

(5 ນາທີ) ລົມ​ກັບ​ນັກສຶກສາ​ທີ່​ບໍ່​ໄດ້​ມາ​ປະຊຸມ​ເປັນ​ປະຈຳ. (ສດຮ ບົດ​ຮຽນ​ທີ 12 ຈຸດ​ທີ 4)

ຊີວິດ​ຄລິດສະຕຽນ

ເພງ​ທີ 121

7. ຢ່າ​ໃຫ້​ເງິນ​ເຮັດ​ໃຫ້​ເຈົ້າ​ເຈັບ​ປວດ​ໃຈ​ໂດຍ​ບໍ່​ຈຳເປັນ

(15 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ.

ຄົນ​ທີ່​ຮັກ​ເງິນ​ເຮັດ​ໃຫ້​ໂຕເອງ “ຕ້ອງ​ເຈັບ​ປວດ​ໃຈ​ຫຼາຍ​ຢ່າງ.” (1ຕມ 6:9, 10) ຖ້າ​ເຮົາ​ຮັກ​ເງິນ​ແລະ​ຍອມ​ໃຫ້​ມັນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ຊີວິດ ເຮົາ​ກໍ​ຈະ​ເຈັບ​ປວດ​ຫຼາຍ​ຢ່າງ​ໂດຍ​ທີ່​ບໍ່​ຈຳເປັນ ເຊັ່ນ:

  • ເຮົາ​ຈະ​ບໍ່​ສາມາດ​ສະໜິດ​ກັບ​ພະ​ເຢໂຫວາ​ໄດ້.—ມທ 6:24

  • ເຮົາ​ຈະ​ບໍ່​ມີ​ມື້​ອີ່ມໃຈ​ພໍໃຈ​ກັບ​ສິ່ງ​ທີ່​ເຮົາ​ມີ.—ປຍຈ 5:10

  • ເຮົາ​ຈະ​ຖືກ​ລໍ້ໃຈ​ໃຫ້​ເຮັດ​ສິ່ງ​ທີ່​ຜິດ​ໄດ້​ງ່າຍໆ ເຊັ່ນ: ຂີ້​ຕົວະ ຂີ້​ລັກ ແລະ​ທໍລະຍົດ. (ສພສ 28:20) ຖ້າ​ເຮົາ​ຍອມແພ້​ແລະ​ເຮັດ​ຜິດ ເຮົາ​ກໍ​ຈະ​ຮູ້ສຶກ​ຜິດ​ຢູ່​ຕະຫຼອດ ມີ​ຊື່​ສຽງ​ທີ່​ບໍ່​ດີ ແລະ​ເຮັດ​ໃຫ້​ພະເຈົ້າ​ບໍ່​ພໍໃຈ.

ອ່ານເຮັບເຣີ 13:5 ແລ້ວ​ຖາມ​ວ່າ:

  • ເຮົາ​ຕ້ອງ​ມີ​ຄວາມ​ຄິດ​ແນວ​ໃດ​ໃນ​ເລື່ອງ​ເງິນ​ເຮົາ​ຈຶ່ງ​ຈະ​ບໍ່​ເຈັບ​ປວດ​ໃຈ ແລະ​ຍ້ອນຫຍັງ?

ເຖິງ​ວ່າ​ເຮົາ​ບໍ່​ໄດ້​ຮັກ​ເງິນ ແຕ່​ເຮົາ​ອາດ​ຈະ​ເຈັບ​ປວດ​ໃຈ​ໄດ້​ຖ້າ​ເຮົາ​ໃຊ້​ເງິນ​ແບບ​ບໍ່​ສະຫຼາດ.

ເປີດ​ວິດີໂອໃຊ້​ເງິນ​ຢ່າງ​ສະຫຼາດ ແລ້ວ​ຖາມ​ວ່າ:

  • ເປັນ​ຫຍັງ​ເຮົາ​ຄວນ​ເຮັດ​ງົບ​ດີໆ​ວ່າ​ຈະ​ໃຊ້​ເງິນ​ເຮັດ​ຫຍັງ​ແດ່ ແລະ​ເຮົາ​ຈະ​ເຮັດ​ໄດ້​ແນວ​ໃດ?

  • ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ທີ່​ດີ​ທີ່​ເຮົາ​ຈະ​ທ້ອນ​ເງິນ​ໄວ້​ແດ່?

  • ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ມີ​ໜີ້​ໂດຍ​ບໍ່​ຈຳເປັນ?

8. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 101 ແລະ​ຄຳ​ອະທິດຖານ