ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວັນ​ທີ 4-10 ພະຈິກ

ເພງ​ສັນລະເສີນ 105

ວັນ​ທີ 4-10 ພະຈິກ

ເພງ​ທີ 3 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

1. ‘ພະ​ເຢໂຫວາ​ຈື່​ຄຳ​ສັນຍາ​ຂອງ​ເພິ່ນ​ຕະຫຼອດ​ໄປ’

(10 ນາທີ)

ພະ​ເຢໂຫວາ​ໄດ້​ເຮັດ​ສັນຍາ​ກັບ​ອັບຣາຮາມ ແລະ​ເພິ່ນ​ຍັງ​ໄດ້​ຢ້ຳ​ຄຳ​ສັນຍາ​ນີ້​ກັບ​ອີຊາກ​ແລະ​ຢາໂຄບ​ນຳ (ປຖກ 15:18; 26:3; 28:13; ພສ 105:8-11)

ເບິ່ງ​ຄື​ວ່າ​ເປັນ​ໄປ​ບໍ່​ໄດ້​ເລີຍ​ທີ່​ຄຳ​ສັນຍາ​ນີ້​ຈະ​ເກີດຂຶ້ນ​ແທ້ (ພສ 105:12, 13; ຫ23.04 ໜ້າ 28 ຂໍ້ 11-12)

ພະ​ເຢໂຫວາ​ບໍ່​ເຄີຍ​ລືມ​ຄຳ​ສັນຍາ​ທີ່​ໄດ້​ເຮັດ​ກັບ​ອັບຣາຮາມ (ພສ 105:42-44; it-2-E ໜ້າ 1201 ຫຍໍ້​ໜ້າ 2)


ໃຫ້​ຖາມ​ໂຕເອງ​ວ່າ: ‘ການ​ທີ່​ຮູ້​ວ່າ​ພະ​ເຢໂຫວາ​ເຮັດ​ຕາມ​ສັນຍາ​ສະເໝີ​ຊ່ວຍ​ຂ້ອຍ​ແນວ​ໃດ​ໃຫ້​ໄວ້ໃຈ​ເພິ່ນ​ຢ່າງ​ເຕັມທີ?’

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ພສ 105:17-19—ຄຳເວົ້າ​ຂອງ​ພະ​ເຢໂຫວາ​ເຮັດ​ໃຫ້​ໂຢເຊັບ​ເປັນ​ຄົນ​ທີ່​ດີ​ຂຶ້ນ​ແນວ​ໃດ? (w86-SI 1/11 ໜ້າ 16 ຫຍໍ້​ໜ້າ 15)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ເລີ່ມ​ລົມ

(1 ນາທີ) ຕາມ​ບ້ານ​ເຮືອນ. ຄົນ​ທີ່​ເຮົາ​ລົມ​ນຳ​ກຳລັງ​ຄາ​ວຽກ. (ສດຮ ບົດ​ຮຽນ​ທີ 2 ຈຸດ​ທີ 5)

5. ເລີ່ມ​ລົມ

(2 ນາທີ) ຕາມ​ບ້ານ​ເຮືອນ. ເມື່ອ​ຄົນ​ທີ່​ເຈົ້າ​ລົມ​ນຳ​ຢາກ​ຫາ​ເລື່ອງ​ຜິດ​ຖຽງ​ກັບ​ເຈົ້າ​ກໍ​ໃຫ້​ເວົ້າ​ດີໆ​ກັບ​ລາວ​ກ່ອນ​ໄປ. (ສດຮ ບົດ​ຮຽນ​ທີ 4 ຈຸດ​ທີ 5)

6. ຕິດຕາມ

(4 ນາທີ) ຕາມ​ບ້ານ​ເຮືອນ. ສະເໜີ​ວາລະສານ​ໃຫ້​ຄົນ​ທີ່​ເຈົ້າ​ລົມ​ນຳ​ເທື່ອ​ແລ້ວ​ນີ້​ໃນ​ເລື່ອງ​ທີ່​ລາວ​ສົນໃຈ. (ສດຮ ບົດ​ຮຽນ​ທີ 8 ຈຸດ​ທີ 3)

7. ຕິດຕາມ

(4 ນາທີ) ແບບ​ບໍ່​ເປັນ​ທາງ​ການ. ບອກ​ຄົນ​ທີ່​ເຈົ້າ​ລົມ​ນຳ​ໃຫ້​ຮູ້​ຈັກ​ແອັບ JW Library® ແລະ​ຊ່ວຍ​ລາວ​ດາວໂຫຼດ​ແອັບ​ນີ້. (ສດຮ ບົດ​ຮຽນ​ທີ 9 ຈຸດ​ທີ 5)

ຊີວິດ​ຄລິດສະຕຽນ

ເພງ​ທີ 84

8. ວິທີ​ສະແດງ​ຄວາມ​ຮັກ​ຕໍ່​ລູກ​ຊາຍ​ຂອງ​ພະ​ເຢໂຫວາ

(15 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ.

ເມື່ອ​ເຮົາ​ໃຊ້​ເວລາ ເຫື່ອ​ແຮງ ແລະ​ເງິນ​ເພື່ອ​ສະໜັບສະໜູນ​ວຽກ​ຕ່າງໆ​ຂອງ​ການ​ປົກຄອງ​ຂອງ​ພະເຈົ້າ ເຮົາ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຮັກ​ພະ​ເຢຊູ​ລູກ​ຊາຍ​ຂອງ​ພະ​ເຢໂຫວາ​ທີ່​ເປັນ​ກະສັດ​ຂອງ​ພວກ​ເຮົາ. ການ​ສະແດງ​ຄວາມ​ຮັກ​ແບບ​ນີ້​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ​ແລະ​ເປັນ​ປະໂຫຍດ​ຕໍ່​ພີ່ນ້ອງ​ຂອງ​ເຮົາ. (ຢຮ 14:23) ບົດ​ຄວາມ​ຊຸດ “ເງິນ​ບໍລິຈາກ​ຂອງ​ເຈົ້າ​ຖືກ​ໃຊ້​ແນວ​ໃດ?” ໃນ​ເວັບໄຊ jw.org ຊ່ວຍ​ເຮົາ​ໃຫ້​ເຫັນ​ວ່າ​ເງິນ​ທີ່​ເຮົາ​ບໍລິຈາກ​ສາມາດ​ຊ່ວຍ​ພີ່ນ້ອງ​ທົ່ວ​ໂລກ​ໄດ້​ຫຼາຍ​ແທ້ໆ.

ເປີດ​ວິດີໂອ ການ​ບໍລິຈາກ​ຂອງ​ເຈົ້າ​ມີ​ພະລັງ ແລ້ວ​ຖາມ​ວ່າ:

  • ພີ່ນ້ອງ​ຂອງ​ເຮົາ​ໄດ້​ປະໂຫຍດ​ຫຍັງ​ແດ່​ຈາກ​ການ​ທີ່​ອົງການ​ໃຊ້​ເງິນ​ບໍລິຈາກ​ເພື່ອ​ປົກປ້ອງ​ເສລີ​ພາບ​ທາງ​ສາສະໜາ?

  • ການ​ເອົາ​ເງິນ​ບໍລິຈາກ​ມາ “ສະເລ່ຍ​ກັນ” ຊ່ວຍ​ໂຄງ​ການ​ກໍ່ສ້າງ​ຫໍປະຊຸມ​ໄດ້​ແນວ​ໃດ​ແດ່?—2ກຣ 8:14

  • ການ​ໃຊ້​ເງິນ​ບໍລິຈາກ​ເພື່ອ​ຊ່ວຍ​ໃນ​ວຽກ​ແປ​ຄຳພີ​ໄບເບິນ​ໃນ​ຫຼາຍ​ພາສາ​ມີ​ປະໂຫຍດ​ຫຍັງ​ແດ່?

9. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 97 ແລະ​ຄຳ​ອະທິດຖານ