ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຕົວຢ່າງການສະເໜີ

ຕົວຢ່າງການສະເໜີ

ຫໍສັງເກດການ

ຄຳຖາມ: ຖ້າ​ມີ​ຄົນ​ຖາມ​ເຈົ້າ​ວ່າ​ສະຫວັນ​ເປັນ​ແບບ​ໃດ ເຈົ້າ​ຈະ​ຕອບ​ແນວ​ໃດ?

ຂໍ້​ພະ​ຄຳພີ: ໂຢ. 8:23

ການ​ສະເໜີ: ຫໍສັງເກດການ ສະບັບ​ນີ້​ອະທິບາຍ​ວ່າ​ພະ​ເຍຊູ​ແລະ​ພະເຈົ້າ​ທີ່​ເປັນ​ພໍ່​ຂອງ​ເພິ່ນ​ເປີດ​ເຜີຍ​ວ່າ​ສະຫວັນ​ເປັນ​ແບບ​ໃດ.

ໄບເບິນ​ສອນ

ຄຳຖາມ: ເຈົ້າ​ຄິດ​ວ່າ​ຄຳ​ພະຍາກອນ​ຂໍ້​ນີ້​ເກີດ​ຂຶ້ນ​ແທ້​ໃນ​ທຸກ​ມື້​ນີ້​ບໍ?

ຂໍ້​ພະ​ຄຳພີ: 2 ຕີໂມ. 3:1-5

ຄວາມ​ຈິງ: ຖ້າ​ຄຳ​ພະຍາກອນ​ກ່ຽວ​ກັບ​ສະໄໝ​ສຸດ​ທ້າຍ​ກຳລັງ​ເກີດ​ຂຶ້ນ​ແທ້​ໃນ​ຕອນ​ນີ້ ເຮົາ​ກໍ​ໝັ້ນ​ໃຈ​ໄດ້​ວ່າ​ຄຳ​ພະຍາກອນ​ກ່ຽວ​ກັບ​ອະນາຄົດ​ທີ່​ດີ​ກວ່າ​ຈະ​ເກີດ​ຂຶ້ນ​ແທ້​ຄື​ກັນ.

ເປັນ​ຫຍັງ​ຈຶ່ງ​ສຶກສາ​ຄຳພີ​ໄບເບິນ? (ວິດີໂອ)

ຄຳ​ນຳ: ເຮົາ​ກຳລັງ​ເປີດ​ວິດີໂອ​ສັ້ນໆໃຫ້​ຫຼາຍ​ຄົນ​ເບິ່ງ ເຊິ່ງ​ບອກ​ໃຫ້​ຮູ້​ຄຳຕອບ​ຂອງ​ຄຳຖາມ​ທີ່​ສຳຄັນ​ກ່ຽວ​ກັບ​ຊີວິດ. [ເປີດ​ວິດີໂອ]

ການ​ສະເໜີ: ນີ້​ເປັນ​ປຶ້ມ​ກ່ຽວ​ກັບ​ຄຳພີ​ໄບເບິນ​ທີ່​ອະທິບາຍ​ວ່າ​ພະເຈົ້າ​ຈະ​ແກ້ໄຂ​ບັນຫາ​ຂອງ​ໂລກ​ນີ້​ແນວ​ໃດ. [ສະເໜີ​ປຶ້ມ​ໄບເບິນ​ສອນ ຫຼື​ປຶ້ມ​ຮຽນ​ໄບເບິນ (ພາສາ​ໄທ)]

ລອງ​ຂຽນ​ວິທີ​ການ​ສະເໜີ​ຂອງ​ເຈົ້າ​ເອງ

ໃຊ້​ຕົວຢ່າງ​ການ​ສະເໜີ​ເພື່ອ​ປັບ​ເປັນ​ຮູບແບບ​ຂອງ​ຕົວເອງ.