ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ວິທີໃຊ້ປຶ້ມຮຽນຄຳພີໄບເບິນແລ້ວໄດ້ຫຍັງ?

ວິທີໃຊ້ປຶ້ມຮຽນຄຳພີໄບເບິນແລ້ວໄດ້ຫຍັງ?

ປຶ້ມ​ຮຽນ​ໄບເບິນ ຄ້າຍ​ກັນ​ກັບ​ປຶ້ມ​ໄບເບິນ​ສອນ. ປຶ້ມ​ທັງ​ສອງ​ຫົວ​ນີ້​ໃຊ້​ໃນ​ການ​ສອນ​ຄວາມ​ຈິງ​ແບບ​ດຽວ​ກັນ​ແລະ​ຈັດ​ລຽງ​ເນື້ອ​ໃນ​ແບບ​ດຽວ​ກັນ. ແຕ່​ປຶ້ມ​ຮຽນ​ໄບເບິນ ໃຊ້​ຄຳ​ເວົ້າ​ແລະ​ການ​ຫາ​ເຫດຜົນ​ທີ່​ງ່າຍໆ. ປຶ້ມ​ຫົວ​ນີ້​ອອກ​ແບບ​ສຳລັບ​ຄົນ​ທີ່​ຄິດ​ວ່າ​ປຶ້ມ​ໄບເບິນ​ສອນ ເຂົ້າ​ໃຈ​ຍາກ. ປຶ້ມ​ຮຽນ​ໄບເບິນ ບໍ່​ມີ​ພາກ​ຜະໜວກ ແຕ່​ມີ​ສ່ວນ​ຄຳ​ອະທິບາຍ​ເພີ່ມ​ເຕີມ​ເຊິ່ງ​ອະທິບາຍ​ຄຳ​ສັບ​ແລະ​ແນວ​ຄິດ​ທີ່​ຢູ່​ເນື້ອ​ໃນ​ຂອງ​ບົດ​ໃນ​ແບບ​ງ່າຍໆ. ໃນ​ແຕ່​ລະ​ບົດ​ບໍ່​ມີ​ຄຳຖາມ​ນຳ​ເລື່ອງ​ຫຼື​ຂອບ​ເພື່ອ​ທົບ​ທວນ ແຕ່​ມີ​ສ່ວນ​ສະຫຼຸບ​ເຊິ່ງ​ສະຫຼຸບ​ຄວາມ​ຈິງ​ຈາກ​ຄຳພີ​ໄບເບິນ​ທີ່​ໄດ້​ອະທິບາຍ​ຢູ່​ໃນ​ເນື້ອ​ໃນ​ຂອງ​ບົດ. ປຶ້ມ​ຫົວ​ນີ້​ກໍ​ຄື​ກັບ​ປຶ້ມ​ໄບເບິນ​ສອນ ເຮົາ​ອາດ​ສະເໜີ​ໃນ​ເວລາ​ໃດ​ກໍ​ໄດ້ ເຖິງ​ວ່າ​ບໍ່​ໄດ້​ເປັນ​ປຶ້ມ​ຫຼັກ​ທີ່​ສະເໜີ​ປະຈຳ​ເດືອນ​ກໍ​ຕາມ. ເມື່ອ​ນຳ​ການ​ສຶກສາ​ຄຳພີ​ໄບເບິນ ເຮົາ​ຈະ​ໃຊ້​ລັກສະນະ​ເດັ່ນ​ຂອງ​ປຶ້ມ​ຮຽນ​ໄບເບິນ ແນວ​ໃດ?

ສ່ວນ​ສະຫຼຸບ: ສຳລັບ​ຄົນ​ສ່ວນ​ຫຼາຍ ວິທີ​ປົກກະຕິ​ທີ່​ເຮົາ​ສຶກສາ​ປຶ້ມ​ໄບເບິນ​ສອນ ແມ່ນ​ອ່ານ​ແຕ່​ລະ​ຂໍ້​ແລະ​ຖາມ​ຄຳຖາມ. ແຕ່​ຖ້າ​ນັກ​ສຶກສາ​ບໍ່​ລຶ້ງ​ຫຼາຍ​ປານ​ໃດ​ກັບ​ພາສາ​ທີ່​ກຳລັງ​ໃຊ້​ສຶກສາ ຫຼື​ອ່ານ​ໜັງສື​ບໍ່​ເກັ່ງ ໃນ​ກໍລະນີ​ນີ້ ເຈົ້າອາດ​ເລືອກ​ໃຊ້​ປຶ້ມ​ຮຽນ​ໄບເບິນ ແລະ​ອາດ​ເລືອກ​ໃຊ້​ສ່ວນ​ສະຫຼຸບ​ຂອງ​ແຕ່​ລະ​ບົດ​ເພື່ອ​ສຶກສາ​ແລະ​ສະໜັບສະໜູນ​ລາວ​ໃຫ້​ອ່ານ​ເນື້ອ​ໃນ​ດ້ວຍ​ຕົວ​ເອງ. ເຈົ້າ​ສາມາດ​ສອນ​ຄວາມ​ຈິງ​ແຕ່​ລະ​ເລື່ອງ​ໂດຍ​ໃຊ້​ເວລາ​ປະມານ 15 ນາທີ​ໃນ​ການ​ສຶກສາ​ແຕ່​ລະ​ຄັ້ງ. ເນື່ອງ​ຈາກ​ບາງ​ຄັ້ງ​ຂໍ້​ຄວາມ​ໃນ​ສ່ວນ​ສະຫຼຸບ​ອາດ​ບໍ່​ຄື​ກັບ​ເນື້ອ​ໃນ​ຂອງ​ບົດ ດັ່ງ​ນັ້ນ ຜູ້​ສອນ​ຕ້ອງ​ກຽມ​ຕົວຢ່າງ​ດີ​ແລະ​ຄິດ​ເຖິງ​ຄວາມ​ຈຳເປັນ​ຂອງ​ນັກ​ສຶກສາ. ຖ້າ​ຜູ້​ສອນ​ນຳ​ການ​ສຶກສາ​ໂດຍ​ໃຊ້​ເນື້ອໃນ​ຂອງ​ບົດ ກໍ​ສາມາດ​ໃຊ້​ສ່ວນ​ສະຫຼຸບ​ເພື່ອ​ທົບ​ທວນ.

ສ່ວນ​ຄຳ​ອະທິບາຍ​ເພີ່ມ​ເຕີມ: ຄຳ​ສັບ​ແລະ​ແນວ​ຄິດ​ທີ່​ຢູ່​ໃນ​ສ່ວນ​ອະທິບາຍ​ເພີ່ມ​ເຕີມ​ແມ່ນ​ລຽງ​ຕາມ​ລຳດັບ​ທີ່​ປາກົດ​ຢູ່​ເນື້ອ​ໃນ​ຂອງ​ບົດ. ຜູ້​ສອນ​ອາດ​ຕັດສິນ​ໃຈ​ວ່າ​ຈະ​ໃຊ້​ສ່ວນ​ຄຳ​ອະທິບາຍ​ເພີ່ມ​ເຕີມ​ໃນ​ປຶ້ມ​ຮຽນ​ໄບເບິນ ໃນ​ການ​ສຶກສາ​ຫຼື​ບໍ່.