ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ໜຸ່ມສາວທັງຫຼາຍ ຢ່າລໍຊ້າໃນການເຂົ້າໄປໃນ ‘ປະຕູໃຫຍ່’

ໜຸ່ມສາວທັງຫຼາຍ ຢ່າລໍຊ້າໃນການເຂົ້າໄປໃນ ‘ປະຕູໃຫຍ່’

ເປັນ​ເລື່ອງ​ງ່າຍ​ທີ່​ຈະ​ຄິດ​ວ່າ​ໄລຍະ​ທີ່​ເປັນ​ໄວຮຸ່ນ​ຈະ​ມີ​ຢູ່​ຕະຫຼອດ​ໄປ ແລະ​ເຮົາ​ຈະ​ບໍ່​ເຄີຍ​ປະສົບ​ກັບ “ຊ່ວງ​ທີ່​ຍາກ​ລຳບາກ” ເຊິ່ງ​ມາ​ພ້ອມ​ກັບ​ຄວາມ​ເຖົ້າ​ແກ່​ໃນ​ໂລກ​ທີ່​ຊາຕານ​ປົກຄອງ. (ຜູ້ປ. 12:1, ລ.ມ.) ຖ້າ​ເຈົ້າ​ເປັນ​ໄວຮຸ່ນ ເຈົ້າ​ຄິດ​ເອົາ​ເອງ​ບໍ​ວ່າ​ເຈົ້າ​ຍັງ​ມີ​ເວລາ​ເຫຼືອ​ເຟືອ​ທີ່​ຈະ​ເຮັດ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້​ເພື່ອ​ຮັບໃຊ້​ພະເຈົ້າ ເຊັ່ນ: ຮັບໃຊ້​ໃນ​ຮູບ​ແບບ​ເຕັມ​ເວລາ?

‘ເຫດການ​ທີ່​ບໍ່​ຄາດ​ຄິດ​ອາດ​ເກີດ​ຂຶ້ນ​ກັບ​ເຮົາ​ທຸກ​ຄົນ’ ເຊິ່ງ​ລວມ​ເຖິງ​ໄວຮຸ່ນ. (ຜູ້ປ. 9:11, ລ.ມ.) ເຈົ້າ ‘ບໍ່​ຮູ້​ວ່າ​ຊີວິດ​ຈະ​ເປັນ​ຢ່າງ​ໃດ​ໃນ​ມື້​ອື່ນ.’ (ຢໂກ. 4:14, ທ.ປ.) ດັ່ງ​ນັ້ນ ຢ່າ​ລັງເລ​ໃຈ​ທີ່​ຈະ​ເຮັດ​ວຽກ​ຮັບໃຊ້​ພະເຈົ້າ. ຂໍ​ໃຫ້​ເຂົ້າ​ໄປ​ໃນ ‘ປະຕູ​ໃຫຍ່’ ເຊິ່ງ​ມີ​ວຽກ​ໃຫ້​ເຮັດ​ໃນ​ຂະນະ​ທີ່​ປະຕູ​ນັ້ນ​ຍັງ​ເປີດ​ໃຫ້​ເຈົ້າ​ຢູ່. (1 ໂກ. 16:9) ແລ້ວ​ເຈົ້າ​ຈະ​ບໍ່​ເສຍໃຈ​ເລີຍ.

ເປົ້າ​ໝາຍ​ໃນ​ການ​ຮັບໃຊ້​ພະເຈົ້າ​ທີ່​ເຈົ້າ​ເຮັດ​ໄດ້:

  • ປະກາດ​ໃນ​ພາສາ​ອື່ນ

  • ເປັນ​ໄພໂອເນຍ

  • ເຂົ້າ​ໂຮງ​ຮຽນ​ຕ່າງໆທີ່​ອົງການ​ຈັດ​ຕຽມ

  • ເຮັດ​ວຽກ​ໃນ​ໂຄງການ​ກໍ່​ສ້າງ

  • ເຮັດ​ວຽກ​ຢູ່​ເບເທນ

  • ເຮັດ​ວຽກ​ເປັນ​ຜູ້​ດູ​ໝວດ

ເປົ້າ​ໝາຍ​ຂອງ​ຂ້ອຍ: