ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ | ສຸພາສິດ 27-31

ຄຳພີໄບເບິນເວົ້າເຖິງເມຍທີ່ມີຄວາມສາມາດ

ຄຳພີໄບເບິນເວົ້າເຖິງເມຍທີ່ມີຄວາມສາມາດ

ສຸພາສິດ ບົດ 31 ເປັນ​ຄຳ​ແນະນຳ​ສຳຄັນ​ທີ່​ແມ່​ຂອງ​ກະສັດ​ເລເມືອນ​ໄດ້​ບອກ​ລາວ​ກ່ຽວ​ກັບ​ວິທີ​ເລືອກ​ເມຍ​ທີ່​ມີ​ຄວາມ​ສາມາດ.

ເມຍ​ທີ່​ມີ​ຄວາມ​ສາມາດ​ເປັນ​ຄົນ​ໄວ້​ວາງໃຈ​ໄດ້

31:10-12

  • ລາວ​ໃຫ້​ຄຳ​ແນະນຳ​ທີ່​ມີ​ຄ່າ​ກ່ຽວ​ກັບ​ເລື່ອງ​ຕ່າງໆໃນ​ຄອບຄົວ ໃນ​ຂະນະ​ດຽວ​ກັນ​ກໍ​ຍອມ​ຢູ່​ໃຕ້​ສິດ​ອຳນາດ​ຂອງ​ຜົວ

  • ຜົວ​ເຊື່ອ​ໝັ້ນ​ວ່າ​ລາວ​ຈະ​ຕັດສິນ​ໃຈ​ຢ່າງ​ສຸຂຸມ ໂດຍ​ທີ່​ລາວ​ບໍ່​ຕ້ອງ​ຂໍ​ອະນຸຍາດ​ຜົວ​ໃນ​ທຸກ​ເລື່ອງ

ເມຍ​ທີ່​ມີ​ຄວາມ​ສາມາດ​ເປັນ​ຄົນ​ດຸ​ໝັ່ນ

31:13-27

  • ລາວ​ຮູ້ຈັກ​ປະຢັດ​ແລະ​ໃຊ້​ຊີວິດ​ຮຽບ​ງ່າຍ​ເພື່ອ​ຄອບຄົວ​ຈະ​ມີ​ເຄື່ອງ​ນຸ່ງ​ທີ່​ສຸພາບ​ຮຽບຮ້ອຍ ແລະ​ໄດ້​ກິນ​ອາຫານ​ທີ່​ດີ

  • ລາວ​ເຮັດ​ວຽກ​ໜັກ​ແລະ​ເບິ່ງ​ແຍງ​ຄອບຄົວ​ທັງ​ເວັນ​ແລະ​ຄືນ

ເມຍ​ທີ່​ມີ​ຄວາມ​ສາມາດ​ມີ​ສາຍ​ສຳພັນ​ໃກ້​ຊິດ​ກັບ​ພະເຈົ້າ

31:30

  • ລາວ​ຢ້ານຢຳ​ພະເຈົ້າ​ແລະ​ປູກ​ຝັງ​ສາຍ​ສຳພັນ​ເປັນ​ສ່ວນ​ຕົວ​ກັບ​ພະອົງ