ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ | 2 ໂຢຮັນ 1-13; 3 ໂຢຮັນ 1-14ຢູເດ 1-25

ເຮົາ​ຕ້ອງ​ຕໍ່​ສູ້​ເພື່ອ​ຈະ​ຢູ່​ໃນ​ຄວາມ​ຈິງ​ຕໍ່ໆ​ໄປ

ເຮົາ​ຕ້ອງ​ຕໍ່​ສູ້​ເພື່ອ​ຈະ​ຢູ່​ໃນ​ຄວາມ​ຈິງ​ຕໍ່ໆ​ໄປ

ຢູເດ 3

ພະ​ເຍຊູ​ໄດ້​ເຕືອນ​ວ່າ “ພວກ​ເຈົ້າ​ຕ້ອງ​ພະຍາຍາມ​ສຸດ​ຄວາມ​ສາມາດ​ເພື່ອ​ຈະ​ຜ່ານ​ປະຕູ​ແຄບ​ເຂົ້າ​ໄປ​ໃຫ້​ໄດ້.” (ລືກາ 13:24, ລ.ມ.) ຄຳ​ເວົ້າ​ຂອງ​ພະ​ເຍຊູ​ບອກ​ໃຫ້​ຮູ້​ວ່າ​ເຮົາ​ຕ້ອງ​ພະຍາຍາມ​ຫຼາຍ​ແທ້ໆເພື່ອ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ. ຢູເດ​ນ້ອງ​ຄົນ​ລະ​ພໍ່​ກັບ​ພະ​ເຍຊູ ລາວ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ຂຽນ​ຄ້າຍໆກັນ​ວ່າ: “ໃຫ້​ຕໍ່​ສູ້​ຢ່າງ​ໜັກ​ເພື່ອ​ປົກ​ປ້ອງ​ຄວາມ​ເຊື່ອ.” ເຮົາ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ຢູ່​ຕະຫຼອດ​ເພື່ອ​ຈະ​ເຮັດ​ສິ່ງ​ຕໍ່​ໄປ​ນີ້:

  • ຕ້ານ​ທານ​ການ​ເຮັດ​ຜິດ​ສິລະທຳ​ທາງ​ເພດ.—ຢູເດ 6, 7

  • ນັບຖື​ຜູ້​ມີ​ສິດ​ອຳນາດ​ໃນ​ປະຊາຄົມ.—ຢູເດ 8, 9

  • ເສີມ​ຄວາມ​ເຊື່ອ​ຂອງ​ເຮົາ​ໃນ​ຄຳ​ສອນ​ຂອງ​ຄລິດສະຕຽນ ເຊິ່ງ​ເປັນ “ຄວາມ​ເຊື່ອ​ທີ່​ບໍລິສຸດ.”—ຢູເດ 20, 21