ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ | ຄຳປາກົດ 1-3

“ຂ້ອຍ​ຮູ້​ໃນ​ສິ່ງ​ທີ່​ເຈົ້າ​ເຮັດ”

“ຂ້ອຍ​ຮູ້​ໃນ​ສິ່ງ​ທີ່​ເຈົ້າ​ເຮັດ”

1:20; 2:1, 2, ລ.ມ.

  • “ດາວ 7 ດວງ”: ໝາຍ​ເຖິງ​ຜູ້​ດູ​ແລ​ທີ່​ເປັນ​ຜູ້​ຖືກ​ເຈີມ​ແລະ​ຜູ້​ດູ​ແລ​ທັງ​ໝົດ

  • “ໃນ​ມື​ເບື້ອງ​ຂວາ​ຂອງ [ພະ​ເຍຊູ]”: ໝາຍ​ເຖິງ​ດາວ​ຢູ່​ພາຍ​ໃຕ້​ການ​ຄວບຄຸມ ພາຍ​ໃຕ້​ອຳນາດ ແລະ​ການ​ຊີ້​ນຳ​ຂອງ​ພະ​ເຍຊູ. ຖ້າ​ມີ​ບາງ​ຄົນ​ໃນ​ຄະນະ​ຜູ້​ດູ​ແລ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ແກ້ໄຂ ພະ​ເຍຊູ​ກໍ​ຮູ້​ແລະ​ເພິ່ນ​ຈະ​ແກ້ໄຂ​ຕາມ​ເວລາ​ແລະ​ວິທີ​ທີ່​ເໝາະ​ສົມ

  • “ຂາ​ຕະກຽງ​ຄຳ 7 ອັນ”: ໝາຍ​ເຖິງ​ປະຊາຄົມ​ຄລິດສະຕຽນ. ຄື​ກັບ​ທີ່​ຂາຕະກຽງ​ໃນ​ເຕັ້ນ​ສັກສິດ​ກະຈາຍ​ແສງ​ສະຫວ່າງ​ຕາມ​ໂຕ ປະຊາຄົມ​ຄລິດສະຕຽນ​ກໍ​ກະຈາຍ​ແສງ​ໂດຍ​ໄນ​ຂອງ​ຄວາມ​ຈິງ​ອອກ​ໄປ. (ມັດ 5:14) ພະ​ເຍຊູ “ຍ່າງ​ໃນ​ທ່າມກາງ” ຂາ​ຕະກຽງ​ໝາຍ​ຄວາມ​ວ່າ​ເພິ່ນ​ກຳລັງ​ເບິ່ງ​ແຍງ​ທຸກ​ປະຊາຄົມ​ບໍ່​ວ່າ​ພວກ​ເຂົາ​ຈະ​ເຮັດ​ຫຍັງ