ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ພະ​ເຢໂຫວາ​ຮູ້​ວ່າ​ເຮົາ​ຕ້ອງການ​ຫຍັງ

ພະ​ເຢໂຫວາ​ຮູ້​ວ່າ​ເຮົາ​ຕ້ອງການ​ຫຍັງ

ທາດ​ສັດ​ຊື່​ແລະ​ສຸຂຸມ​ຈັດ​ໃຫ້​ເຮົາ​ມີ​ອາຫານ “ຕາມ​ເວລາ​ທີ່​ເໝາະ​ສົມ” ເຊິ່ງ​ສະແດງ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ທີ່​ກຳລັງ​ຊີ້​ນຳ​ທາດ​ນັ້ນ ແລະ​ພະອົງ​ຮູ້​ວ່າ​ເຮົາ​ຕ້ອງການ​ຫຍັງ​ເພື່ອ​ຈະ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ. (ມັດ 24:45, ລ.ມ.) ການ​ປະຊຸມ​ພາກ​ແລະ​ການ​ປະຊຸມ​ກາງ​ອາທິດ​ເປັນ​ຫຼັກ​ຖານ​ຢ່າງ​ໜຶ່ງ​ທີ່​ສະແດງ​ໃຫ້​ເຫັນ​ເລື່ອງ​ນີ້.

ເບິ່ງ​ວິດີໂອ​ລາຍງານ​ປີ 2017 ຂອງ​ຄະນະ​ກຳມະການ​ຝ່າຍ​ການ​ສອນ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ໃຜ​ຄວນ​ໄດ້​ຮັບ​ຄຳ​ສັນລະເສີນ​ສຳລັບ​ການ​ປະຊຸມ​ພາກ​ທີ່​ເໝາະ​ກັບ​ເວລາ ແລະ​ເປັນ​ຫຍັງ?

  • ວຽກ​ກ່ຽວ​ກັບ​ການ​ປະຊຸມ​ພາກ​ເລີ່ມ​ຕົ້ນ​ເມື່ອ​ໃດ?

  • ມີ​ການ​ເລືອກ​ຫົວ​ເລື່ອງ​ຂອງ​ການ​ປະຊຸມ​ພາກ​ແນວ​ໃດ?

  • ມີ​ວຽກ​ຫຍັງ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ກຽມ​ສຳລັບ​ການ​ປະຊຸມ​ພາກ?

  • ມີ​ການ​ນຳ​ເອົາ​ວິທີ​ການ​ສຶກສາ​ແບບ​ກິລຽດ​ມາ​ໃຊ້​ໃນ​ການ​ກຽມ​ເນື້ອ​ໃນ​ສຳລັບ​ການ​ປະຊຸມ​ກາງ​ອາທິດ​ແນວ​ໃດ?

  • ພະແນກ​ຕ່າງໆເຮັດ​ວຽກ​ນຳ​ກັນ​ແນວ​ໃດ​ເພື່ອ​ກຽມ​ຄູ່​ມື​ການ​ປະຊຸມ?

ເຈົ້າ ຮູ້ສຶກ​ແນວ​ໃດ​ກ່ຽວ​ກັບ​ການ​ຈັດ​ກຽມ​ຂອງ​ພະ​ເຢໂຫວາ​ເພື່ອ​ໃຫ້​ເຮົາ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ?