ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ຫຼີກ​ລ່ຽງ​ຄວາມ​ຄິດ​ແບບ​ໂລກ​ເມື່ອ​ວາງ​ແຜນ​ແຕ່ງ​ດອງ

ຫຼີກ​ລ່ຽງ​ຄວາມ​ຄິດ​ແບບ​ໂລກ​ເມື່ອ​ວາງ​ແຜນ​ແຕ່ງ​ດອງ

ຄລິດສະຕຽນ​ທີ່​ກຳລັງ​ວາງ​ແຜນ​ຈະ​ແຕ່ງ​ດອງ​ກັນ​ມີ​ຫຼາຍ​ເລື່ອງ​ທີ່​ຕ້ອງ​ຕັດສິນ​ໃຈ. ພວກ​ເຂົາ​ອາດ​ຖືກ​ກົດ​ດັນ​ໃຫ້​ຈັດ​ງານ​ແຕ່ງ​ດອງ​ແບບ​ຟຸ່ມ​ເຟືອຍ​ຄື​ກັບ​ຄົນ​ທົ່ວໄປ​ໃນ​ສັງຄົມ. ໝູ່​ເພື່ອນ​ແລະ​ຄົນ​ໃນ​ຄອບຄົວ​ທີ່​ຫວັງ​ດີ​ອາດ​ຈະ​ແນະນຳ​ຫຼາຍ​ຢ່າງ​ກ່ຽວ​ກັບ​ການ​ຈັດ​ງານ. ຫຼັກ​ການ​ຂໍ້​ໃດ​ໃນ​ພະ​ຄຳພີ​ທີ່​ຊ່ວຍ​ຄົນ​ທີ່​ຈະ​ແຕ່ງ​ດອງ​ກັນ​ໃຫ້​ວາງ​ແຜນ​ຈັດ​ງານ​ໃນ​ແບບ​ທີ່​ບໍ່​ມີ​ຫຍັງ​ເຮັດ​ໃຫ້​ຮູ້ສຶກ​ຜິດ​ແລະ​ບໍ່​ຕ້ອງ​ເສຍໃຈ​ພາຍ​ຫຼັງ?

ເບິ່ງ​ວິດີໂອ​ງານ​ແຕ່ງ​ດອງ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ຄຳ​ສັນລະເສີນ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຫຼັກ​ການ​ໃນ​ພະ​ຄຳພີ​ຂໍ້​ຕໍ່​ໄປ​ນີ້​ຊ່ວຍ​ນິກ​ແລະ​ຈູເລຍ​ນ້າ​ແນວ​ໃດ?

  • ເປັນ​ຫຍັງ​ຄົນ​ທີ່​ໝັ້ນ​ກັນ​ແລ້ວ​ຄວນ​ເລືອກ​ພີ່​ນ້ອງ​ຄລິດສະຕຽນ​ທີ່​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ໃຫ້​ເປັນ “ຜູ້​ເບິ່ງ​ແຍງ​ງານ​ລ້ຽງ”?—ໂຢ 2:9, 10, ລ.ມ.

  • ນິກ​ແລະ​ຈູເລຍ​ນ້າ​ມີ​ເຫດຜົນ​ຫຍັງ​ແດ່​ທີ່​ຕັດສິນ​ໃຈ​ຈັດ​ງານ​ແຕ່ງ​ດອງ​ແບບ​ນັ້ນ?

  • ໃຜ​ເປັນ​ຄົນ​ຕັດສິນ​ໃຈ​ຂັ້ນ​ສຸດ​ທ້າຍ​ກ່ຽວ​ກັບ​ງານ​ແຕ່ງ​ດອງ​ແລະ​ງານ​ລ້ຽງ?—w06-SI 15/10 ໜ້າ 25, 26 ຂໍ້ 10