ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ສະແດງຄວາມຮັກໃນຄອບຄົວ

ສະແດງຄວາມຮັກໃນຄອບຄົວ

ຄວາມ​ຮັກ​ແມ່ນ​ກາວ​ທີ່​ເຮັດ​ໃຫ້​ຄອບຄົວ​ຜູກ​ພັນ​ກັນ. ຖ້າ​ບໍ່​ມີ​ຄວາມ​ຮັກ ຄອບຄົວ​ກໍ​ຈະ​ບໍ່​ເປັນ​ໜຶ່ງ​ດຽວ​ກັນ​ແລະ​ບໍ່​ຮ່ວມ​ມື​ກັນ. ຜົວ ເມຍ ແລະ​ພໍ່​ແມ່​ຈະ​ສະແດງ​ຄວາມ​ຮັກ​ໃນ​ຄອບຄົວ​ໄດ້​ແນວ​ໃດ?

ຜົວ​ທີ່​ມີ​ຄວາມ​ຮັກ​ຈະ​ຄິດ​ເຖິງ​ຄວາມ​ຕ້ອງການ ຄວາມ​ຄິດ ແລະ​ຄວາມ​ຮູ້ສຶກ​ຂອງ​ເມຍ. (ອຟຊ 5:28, 29) ລາວ​ຈະ​ຈັດ​ຫາ​ສິ່ງ​ຈຳເປັນ​ທາງ​ດ້ານ​ຮ່າງກາຍ​ແລະ​ດ້ານ​ຄວາມ​ເຊື່ອ ລວມ​ທັງ​ຈັດ​ໃຫ້​ມີ​ການ​ນະມັດສະການ​ປະຈຳ​ຄອບຄົວ​ເປັນ​ປະຈຳ. (1ຕມ 5:8) ເມຍ​ທີ່​ມີ​ຄວາມ​ຮັກ​ຈະ​ເຊື່ອ​ຟັງ​ຜົວ​ແລະ ‘ນັບຖື​ຜົວ​ຈາກ​ໃຈ.’ (ອຟຊ 5:22, 33; 1ປຕ 3:1-6) ຜົວ​ເມຍ​ຕ້ອງ​ເຕັມ​ໃຈ​ໃຫ້​ອະໄພ​ກັນ. (ອຟຊ 4:32) ພໍ່​ແມ່​ທີ່​ມີ​ຄວາມ​ຮັກ​ຈະ​ສົນ​ໃຈ​ລູກ​ແຕ່​ລະ​ຄົນ​ແລະ​ສອນ​ເຂົາ​ເຈົ້າ​ໃຫ້​ຮັກ​ພະ​ເຢໂຫວາ. (ບັນຍັດ 6:6, 7; ອຟຊ 6:4) ລູກ​ເຈິ​ບັນຫາ​ຫຍັງ​ແດ່​ຢູ່​ໂຮງ​ຮຽນ? ເຂົາ​ເຈົ້າ​ຮັບ​ມື​ແນວ​ໃດ​ເມື່ອ​ຖືກ​ໝູ່​ກົດ​ດັນ? ເມື່ອ​ຄອບຄົວ​ສະແດງ​ຄວາມ​ຮັກ​ຕໍ່​ກັນ ທຸກ​ຄົນ​ກໍ​ຈະ​ຮູ້ສຶກ​ໝັ້ນ​ຄົງ​ແລະ​ປອດໄພ.

ເບິ່ງ​ວິດີໂອ​ສະແດງ​ຄວາມ​ຮັກ​ສະເໝີ​ໃນ​ຄອບຄົວ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຜົວ​ທີ່​ມີ​ຄວາມ​ຮັກ​ຈະ​ເບິ່ງ​ແຍງ​ແລະ​ໃສ່​ໃຈ​ເມຍ​ແນວ​ໃດ?

  • ເມຍ​ທີ່​ມີ​ຄວາມ​ຮັກ​ຈະ​ນັບຖື​ຜົວ​ຈາກ​ໃຈ​ແນວ​ໃດ?

  • ພໍ່​ແມ່​ທີ່​ມີ​ຄວາມ​ຮັກ​ຈະ​ຊ່ວຍ​ລູກ​ໃຫ້​ຮັກ​ຄຳ​ສອນ​ຂອງ​ພະເຈົ້າ​ແນວ​ໃດ?