ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ | ເພີ່ມ​ຄວາມ​ສຸກ​ໃນ​ວຽກ​ຮັບໃຊ້

ໃຊ້ຕົວຢ່າງປຽບທຽບສອນຈຸດສຳຄັນ

ໃຊ້ຕົວຢ່າງປຽບທຽບສອນຈຸດສຳຄັນ

ເມື່ອ​ກັບ​ໄປ​ຢາມ​ຫຼື​ນຳ​ການ​ສຶກສາ ເຮົາ​ຕ້ອງ​ຊ່ວຍ​ຜູ້​ຟັງ​ໃຫ້​ເຂົ້າ​ໃຈ​ຈຸດ​ສຳຄັນ. ເມື່ອ​ເຮົາ​ໃຊ້​ຕົວຢ່າງ​ປຽບ​ທຽບ​ເພື່ອ​ສອນ​ຈຸດ​ສຳຄັນ ເຮົາ​ກໍ​ກະຕຸ້ນ​ຄວາມ​ສົນ​ໃຈ​ແລະ​ເຮັດ​ໃຫ້​ເຂົາ​ເຈົ້າ​ຈື່​ສິ່ງ​ທີ່​ເຮົາ​ສອນ​ໄດ້​ງ່າຍ​ຂຶ້ນ.

ເມື່ອ​ເຈົ້າ​ກຽມ​ໂຕ​ສຳລັບ​ກັບ​ໄປ​ຢາມ​ຫຼື​ນຳ​ການ​ສຶກສາ​ຄຳພີ​ໄບເບິນ ໃຫ້​ເລືອກ​ແຕ່​ຈຸດ​ທີ່​ສຳຄັນ​ທີ່​ເຈົ້າ​ຢາກ​ເນັ້ນ​ເທົ່າ​ນັ້ນ ບໍ່​ແມ່ນ​ຈຸດ​ທີ່​ບໍ່​ຄ່ອຍ​ສຳຄັນ. ແລ້ວ​ໃຫ້​ເລືອກ​ຕົວຢ່າງ​ປຽບ​ທຽບ​ງ່າຍໆ​ທີ່​ກ່ຽວ​ຂ້ອງ​ກັບ​ຊີວິດ​ປະຈຳ​ວັນ. (ມທ 5:14-16; ມຣກ 2:21; ລກ 14:7-11) ໃຫ້​ຄິດ​ເຖິງ​ພູມ​ຫຼັງ​ຂອງ​ຜູ້​ຟັງ​ແລະ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ. (ລກ 5:2-11; ຢຮ 4:7-15) ເມື່ອ​ເຈົ້າ​ເຫັນ​ລາວ​ມີ​ຄວາມ​ສຸກ​ຍ້ອນ​ເຂົ້າ​ໃຈ​ຈຸດ​ສຳຄັນ ເຈົ້າ​ກໍ​ຈະ​ມີ​ຄວາມ​ສຸກ.

ເບິ່ງ​ວິດີໂອ​ມີ​ຄວາມ​ສຸກ​ໃນ​ການ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ—ປັບ​ປຸງ​ຄວາມ​ສາມາດ​ຂອງ​ເຈົ້າ—ໃຊ້​ຕົວຢ່າງ​ປຽບ​ທຽບ​ສອນ​ຈຸດ​ສຳຄັນ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເປັນ​ຫຍັງ​ນັກ​ສຶກສາ​ອາດ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ເພື່ອ​ຈະ​ເຂົ້າ​ໃຈ​ຂໍ້​ຄຳພີ?

  • ນີຕ້າ​ໃຊ້​ຕົວຢ່າງ​ປຽບ​ທຽບ​ເພື່ອ​ສອນ​ຄວາມ​ຈິງ​ໃນ​ໂຣມ 5:12 ແນວ​ໃດ?

  • ຕົວຢ່າງ​ປຽບ​ທຽບ​ທີ່​ດີ​ຈະ​ເຂົ້າ​ເຖິງ​ຫົວໃຈ

    ຕົວຢ່າງ​ປຽບ​ທຽບ​ທີ່​ດີ​ຈະ​ມີ​ຜົນ​ຕໍ່​ຜູ້​ຟັງ​ແນວ​ໃດ?

  • ໃນ​ວຽກ​ຮັບໃຊ້ ເປັນ​ຫຍັງ​ເຮົາ​ຄວນ​ໃຊ້​ວິດີໂອ​ແລະ​ເຄື່ອງ​ມື​ການ​ສອນ​ອື່ນໆ​ທີ່​ອົງການ​ຂອງ​ພະ​ເຢໂຫວາ​ຈັດ​ກຽມ​ໃຫ້?