ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

“ຄວາມຮັກບໍ່ມັກຄວາມຊົ່ວ”

“ຄວາມຮັກບໍ່ມັກຄວາມຊົ່ວ”

ຄລິດສະຕຽນ​ແທ້​ພະຍາຍາມ​ເຮັດ​ທຸກ​ຢ່າງ​ດ້ວຍ​ຄວາມ​ຮັກ. ຄວາມ​ຮັກ “ບໍ່​ມັກ​ຄວາມ​ຊົ່ວ.” (1​ກຣ 13:4, 6) ເຮົາ​ຈຶ່ງ​ກຽດ​ຊັງ​ຄວາມ​ບັນເທີງ​ທີ່​ສົ່ງເສີມ​ການ​ເຮັດ​ຜິດສິນລະທຳ​ແລະ​ຄວາມ​ຮຸນແຮງ. ນອກ​ຈາກ​ນັ້ນ ເຮົາ​ບໍ່​ຮູ້ສຶກ​ດີ​ໃຈ​ເວລາ​ເຫັນ​ຄົນ​ອື່ນ​ເຈິ​ເລື່ອງ​ບໍ່​ດີ ເຖິງ​ວ່າ​ຈະ​ເປັນ​ຄົນ​ທີ່​ເຄີຍ​ເຮັດ​ໃຫ້​ເຮົາ​ເຈັບ​ແລະ​ເສຍໃຈ​ກໍ​ຕາມ.—ສຸພາ 17:5

ເບິ່ງ​ວິດີໂອ​ຂໍ​ໃຫ້​ຈື່​ໄວ້​ສະເໝີ​ວ່າ​ຄວາມ​ຮັກ—ບໍ່​ມັກ​ຄວາມ​ຊົ່ວ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ດາວິດ​ຮູ້ສຶກ​ແນວ​ໃດ​ຕອນ​ທີ່​ຮູ້​ວ່າ​ຊາອູນ​ກັບ​ໂຢນາທານ​ຕາຍ?

  • ດາວິດ​ແຕ່ງ​ເພງ​ຫຍັງ​ໃຫ້​ຊາອູນ​ກັບ​ໂຢນາທານ?

  • ເປັນ​ຫຍັງ​ດາວິດ​ບໍ່​ດີ​ໃຈ​ທີ່​ຊາອູນ​ຕາຍ?