ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ໃຊ້​ປຶ້ມ​ຊີວິດ​ທີ່​ມີ​ຄວາມສຸກ​ຕະຫຼອດ​ໄປ! ເພື່ອ​ຊ່ວຍ​ໃຫ້​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ແລະ​ພະ​ເຢຊູ

ໃຊ້​ປຶ້ມ​ຊີວິດ​ທີ່​ມີ​ຄວາມສຸກ​ຕະຫຼອດ​ໄປ! ເພື່ອ​ຊ່ວຍ​ໃຫ້​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ແລະ​ພະ​ເຢຊູ

ນັກ​ສຶກສາ​ຕ້ອງ​ມີ​ຄວາມ​ເຊື່ອ​ທີ່​ເຂັ້ມແຂງ​ຖ້າ​ຢາກ​ເຮັດ​ໃຫ້​ພະເຈົ້າ​ພໍ​ໃຈ. (ຮຣ 11:6) ເຮົາ​ຊ່ວຍ​ເຂົາ​ເຈົ້າ​ໄດ້​ໂດຍ​ໃຊ້​ປຶ້ມ​ຊີວິດ​ທີ່​ມີ​ຄວາມສຸກ​ຕະຫຼອດ​ໄປ! ປຶ້ມ​ຫົວ​ນີ້​ມີ​ຂໍ້​ຄຳ​ພີ​ຫຼາຍ​ຂໍ້ ມີ​ການ​ຫາ​ເຫດຜົນ​ທີ່​ຈະ​ແຈ້ງ ມີ​ຄຳຖາມ​ຊວນ​ໃຫ້​ຄິດ ມີ​ວິດີໂອ​ຫຼາຍ​ເລື່ອງ​ທີ່​ໜ້າ​ປະທັບ​ໃຈ ແລະ​ມີ​ຮູບ​ປະກອບ​ງາມໆ. ເມື່ອ​ເຮົາ​ຊ່ວຍ​ນັກ​ສຶກສາ​ໃຫ້​ມີ​ຄຸນ​ລັກສະນະ​ແບບ​ຄລິດສະຕຽນ​ແລະ​ສະໜິດ​ກັບ​ພະເຈົ້າ​ຫຼາຍ​ຂຶ້ນ ເຮົາ​ກໍ​ກຳລັງ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ສ້າງ​ຮາກ​ຖານ​ຂອງ​ຄວາມ​ເຊື່ອ​ທີ່​ສາມາດ​ທົນ​ການ​ທົດ​ສອບ​ທີ່​ເປັນ​ຄື​ກັບ​ໄຟ.—1​ກຣ 3:12-15

ບາງ​ຄົນ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ເປັນ​ໝູ່​ກັບ​ພະເຈົ້າ​ທີ່​ເຂົາ​ເຈົ້າ​ເບິ່ງ​ບໍ່​ເຫັນ. ດັ່ງນັ້ນ ເຮົາ​ຕ້ອງ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ມາ​ຮູ້ຈັກ​ພະ​ເຢໂຫວາ​ແລະ​ໄວ້​ໃຈ​ເພິ່ນ.

ເບິ່ງ​ວິດີໂອ​ຊ່ວຍ​ຄົນ​ອື່ນ​ໃຫ້​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ​ໂດຍ​ໃຊ້​ປຶ້ມ “ຊີວິດ​ທີ່​ມີ​ຄວາມສຸກ​ຕະຫຼອດ​ໄປ!” ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພີ່ນ້ອງ​ຍິງ​ກຽມ​ການ​ສຶກສາ​ຢ່າງ​ດີ?

  • ລາວ​ໃຊ້​ຄຳຖາມ​ເສີມ​ແນວ​ໃດ​ແດ່​ເພື່ອ​ຊ່ວຍ​ໃຫ້​ນັກ​ສຶກສາ​ອອກ​ຄວາມ​ຄິດ​ເຫັນ​ແລະ​ບອກ​ຄວາມ​ຮູ້ສຶກ​ກ່ຽວ​ກັບ​ເອຊາອີ 41:10, 13?

  • ວິດີໂອ​ແລະ​ຂໍ້​ຄຳ​ພີ​ຕ່າງໆ​ເຮັດ​ໃຫ້​ນັກ​ສຶກສາ​ຮູ້ສຶກ​ແນວ​ໃດ?

ຫຼາຍ​ຄົນ​ບໍ່​ຮູ້​ວ່າ​ຄ່າໄຖ່​ແມ່ນ​ຫຍັງ ຫຼື​ບໍ່​ໄດ້​ຄິດ​ວ່າ​ຄ່າໄຖ່​ເປັນ​ຂອງຂວັນ​ທີ່​ພະເຈົ້າ​ໃຫ້​ກັບ​ລາວ. (ຄລຕ 2:20) ດັ່ງນັ້ນ ເຮົາ​ຕ້ອງ​ຊ່ວຍ​ລາວ​ໃຫ້​ມີ​ຄວາມ​ເຊື່ອ​ໃນ​ຄ່າໄຖ່​ຂອງ​ພະ​ເຢຊູ.

ເບິ່ງ​ວິດີໂອ​ຊ່ວຍ​ຄົນ​ອື່ນ​ໃຫ້​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢຊູ​ໂດຍ​ໃຊ້​ປຶ້ມ “ຊີວິດ​ທີ່​ມີ​ຄວາມສຸກ​ຕະຫຼອດ​ໄປ!” ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພີ່ນ້ອງ​ຊາຍ​ກຽມ​ການ​ສຶກສາ​ຢ່າງ​ດີ?

  • ພີ່ນ້ອງ​ຊາຍ​ໃຊ້​ສ່ວນ “ເບິ່ງ​ເພີ່ມ​ເຕີມ” ແນວ​ໃດ​ເພື່ອ​ຊ່ວຍ​ນັກ​ສຶກສາ?

  • ເປັນ​ຫຍັງ​ການ​ອະທິດຖານ​ກັບ​ນັກ​ສຶກສາ​ແລະ​ເວົ້າ​ເຖິງ​ເລື່ອງ​ຂອງ​ລາວ​ໃນ​ຄຳ​ອະທິດຖານ​ຈຶ່ງ​ສຳຄັນ?