ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

“ຄວາມຮັກ . . . ບໍ່ຄິດວ່າຕົວເອງເໜືອກວ່າຄົນອື່ນ”

“ຄວາມຮັກ . . . ບໍ່ຄິດວ່າຕົວເອງເໜືອກວ່າຄົນອື່ນ”

ຄວາມ​ຮັກ​ຊ່ວຍ​ໃຫ້​ເຮົາ​ສະແດງ​ຄວາມ​ຖ່ອມ. (1​ກຣ 13:4) ເມື່ອ​ເຮົາ​ຮັກ​ພີ່ນ້ອງ ເຮົາ​ຈະ​ບໍ່​ເບິ່ງ​ໂຕ​ເອງ​ດີ​ກວ່າ​ຄົນ​ອື່ນ. ເຮົາ​ຈະ​ພະຍາຍາມ​ສັງເກດ​ຈຸດ​ດີ​ຂອງ​ຄົນ​ອື່ນ​ແລະ​ໃຊ້​ຄວາມ​ສາມາດ​ຂອງ​ເຮົາ​ເພື່ອ​ຊ່ວຍ​ເຂົາ​ເຈົ້າ. (ຟລປ 2:3, 4) ແຮ່ງ​ເຮົາ​ສະແດງ​ຄວາມ​ຮັກ​ແບບ​ນີ້ ພະ​ເຢໂຫວາ​ກໍ​ແຮ່ງ​ຈະ​ຢາກ​ໃຊ້​ເຮົາ​ໃຫ້​ເຮັດ​ວຽກ​ຕາມ​ຄວາມ​ຕ້ອງການ​ຂອງ​ເພິ່ນ.

ເບິ່ງ​ວິດີໂອ​ຂໍ​ໃຫ້​ຈື່​ໄວ້​ສະເໝີ​ວ່າ​ຄວາມ​ຮັກ—ບໍ່​ຄິດ​ວ່າ​ຕົວ​ເອງ​ເໜືອ​ກວ່າ​ຄົນ​ອື່ນ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ອາບຊາໂລມ​ມີ​ສິ່ງ​ທີ່​ດີ​ຫຍັງ​ແດ່?

  • ລາວ​ໃຊ້​ສິ່ງ​ທີ່​ດີ​ທີ່​ລາວ​ມີ​ໃນ​ທາງ​ທີ່​ຜິດ​ແນວ​ໃດ?

  • ເຮົາ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຈະ​ບໍ່​ຄິດ​ວ່າ​ໂຕ​ເອງ​ເໜືອ​ກວ່າ​ຄົນ​ອື່ນ?—ຄລຕ 5:26