ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວັນ​ທີ 20-26 ພຶດສະພາ

ເພງ​ສັນລະເສີນ 40-41

ວັນ​ທີ 20-26 ພຶດສະພາ

ເພງ​ທີ 102 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

1. ເປັນ​ຫຍັງ​ຈຶ່ງ​ຊ່ວຍ​ຄົນ​ອື່ນ?

(10 ນາທີ)

ເຮົາ​ຈະ​ມີ​ຄວາມ​ສຸກ​ເມື່ອ​ເຮົາ​ຊ່ວຍ​ຄົນ​ອື່ນ (ພສ 41:1; ຫ18.08 ໜ້າ 26 ຂໍ້ 16-18)

ພະ​ເຢໂຫວາ​ຈະ​ຊ່ວຍ​ຄົນ​ທີ່​ຊ່ວຍ​ຄົນ​ອື່ນ (ພສ 41:2-4; w15-SI 15/12 ໜ້າ 24 ຂໍ້ 7)

ພະ​ເຢໂຫວາ​ໄດ້​ຮັບ​ຄຳ​ສັນລະເສີນ​ເມື່ອ​ເຮົາ​ຊ່ວຍ​ຄົນ​ອື່ນ (ພສ 41:13; ສພສ 14:31; ຫ17.09 ໜ້າ 14 ຂໍ້ 17)

ໃຫ້​ຖາມ​ໂຕເອງ​ວ່າ: ‘ມີ​ໃຜ​ບໍ​ໃນ​ປະຊາຄົມ​ທີ່​ໃຊ້​ແອັບ JW Library ຍັງ​ບໍ່​ເກັ່ງ​ທີ່​ຂ້ອຍ​ຈະ​ຊ່ວຍ​ເຂົາເຈົ້າ​ໄດ້?’

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ພສ 40:5-10—ຄຳ​ອະທິດຖານ​ຂອງ​ດາວິດ​ສອນ​ຫຍັງ​ເຮົາ​ເລື່ອງ​ການ​ເຂົ້າໃຈ​ແລະ​ຍອມຮັບ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ປົກຄອງ​ສູງ​ສຸດ? (it-2-E ໜ້າ 16)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ເລີ່ມ​ລົມ

(3 ນາທີ) ແບບ​ບໍ່​ເປັນ​ທາງ​ການ. ເລີ່ມ​ລົມ​ກັບ​ບາງ​ຄົນ​ທີ່​ເບິ່ງ​ຄື​ມີ​ຄວາມ​ສຸກ. (ສດຮ ບົດ​ຮຽນ​ທີ 2 ຈຸດ​ທີ 3)

5. ເລີ່ມ​ລົມ

(4 ນາທີ) ແບບ​ບໍ່​ເປັນ​ທາງ​ການ. ເລີ່ມ​ລົມ​ກັບ​ບາງ​ຄົນ​ທີ່​ເບິ່ງ​ຄື​ເສົ້າໆ. (ສດຮ ບົດ​ຮຽນ​ທີ 3 ຈຸດ​ທີ 5)

6. ສອນ​ຄົນ​ໃຫ້​ເປັນ​ລູກສິດ

(5 ນາທີ) ຊສຕ ບົດ​ທີ 14 ຂໍ້ 6. ໃຊ້​ບົດ​ຄວາມ “ສັນລະເສີນ​ພະ​ເຢໂຫວາ​ໃນ​ການ​ປະຊຸມ” ໃນ​ສ່ວນ “ເບິ່ງ​ເພີ່ມເຕີມ” ເພື່ອ​ລົມ​ກັບ​ນັກສຶກສາ​ທີ່​ບໍ່​ກ້າ​ຕອບ​ຢູ່​ການ​ປະຊຸມ. (ອສ ບົດ​ຮຽນ​ທີ 19)

ຊີວິດ​ຄລິດສະຕຽນ

ເພງ​ທີ 138

7. ໃຫ້​ເຮົາ​ເຮັດ​ດີ​ກັບ​ພີ່ນ້ອງ​ສູງ​ອາຍຸ

(15 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ.

ພະ​ເຢໂຫວາ​ເຫັນຄ່າ​ສິ່ງ​ທີ່​ພີ່ນ້ອງ​ຜູ້​ສູງ​ອາຍຸ​ເຮັດ​ໃນ​ປະຊາຄົມ ແລະ​ພວກ​ເຮົາ​ກໍ​ເຫັນຄ່າ​ເຂົາເຈົ້າ​ຄື​ກັນ. (ຮຣ 6:10) ຕະຫຼອດ​ເວລາ​ຫຼາຍ​ປີ ເຂົາເຈົ້າ​ໄດ້​ເຮັດ​ວຽກ​ໜັກ​ຫຼາຍ​ໃນ​ການ​ສອນ ຝຶກ​ອົບຮົມ ແລະ​ໃຫ້​ກຳລັງ​ໃຈ​ພີ່ນ້ອງ. ເຈົ້າ​ຄື​ຊິ​ຈື່​ໄດ້​ວ່າ​ເຂົາເຈົ້າ​ເຄີຍ​ຊ່ວຍ​ເຈົ້າ​ໃຫ້​ກ້າວໜ້າ. ເຈົ້າ​ຈະ​ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຈົ້າ​ເຫັນຄ່າ​ໃນ​ສິ່ງ​ທີ່​ເຂົາເຈົ້າ​ເຄີຍ​ເຮັດ​ແລະ​ສິ່ງ​ທີ່​ເຂົາເຈົ້າ​ກຳລັງ​ເຮັດ​ຢູ່​ເພື່ອ​ປະຊາຄົມ?

ເປີດ​ວິດີໂອ ‘ໃຫ້​ເຮົາ​ເຮັດ​ດີ​ກັບ​ພີ່ນ້ອງ​ຂອງ​ເຮົາ’ ແລ້ວ​ຖາມ​ວ່າ:

  • ຈີ​ຮຸນ​ໄດ້​ຮຽນ​ຫຍັງ​ຈາກ​ພີ່ນ້ອງ​ໂຮ​ຈິນ?

  • ເປັນ​ຫຍັງ​ເຈົ້າ​ຈຶ່ງ​ເຫັນຄ່າ​ພີ່ນ້ອງ​ຜູ້​ສູງ​ອາຍຸ​ໃນ​ປະຊາຄົມ​ຂອງ​ເຈົ້າ?

  • ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ປຽບທຽບ​ເລື່ອງ​ເພື່ອນ​ບ້ານ​ຄົນ​ຊາມາເຣຍ?

  • ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ທີ່​ດີ​ທີ່​ພີ່ນ້ອງ​ຈີ​ຮຸນ​ໄດ້​ຊວນ​ພີ່ນ້ອງ​ຄົນ​ອື່ນ​ໄປ​ຊ່ວຍ​ພີ່ນ້ອງ​ໂຮ​ຈິນ?

ເມື່ອ​ເຮົາ​ຄິດ​ຄັກໆ​ວ່າ​ພີ່ນ້ອງ​ຜູ້​ສູງ​ອາຍຸ​ໃນ​ປະຊາຄົມ​ຂອງ​ເຮົາ​ມີ​ຄວາມ​ຈຳເປັນ​ຫຍັງ​ແດ່ ເຮົາ​ກໍ​ຈະ​ເຫັນ​ວ່າ​ມີ​ຫຼາຍ​ຢ່າງ​ທີ່​ເຮົາ​ສາມາດ​ຊ່ວຍ​ເຂົາເຈົ້າ​ໄດ້. ຖ້າ​ເຮົາ​ຮູ້​ວ່າ​ເຂົາເຈົ້າ​ຢາກ​ໃຫ້​ຊ່ວຍ​ຫຍັງ ກໍ​ໃຫ້​ຫາ​ວິທີ​ທີ່​ຊ່ວຍ​ເຂົາເຈົ້າ​ທັນທີ.—ຢກບ 2:15, 16

ອ່ານຄາລາເຕຍ 6:10 ແລ້ວ​ຖາມ​ວ່າ:

  • ເຈົ້າ​ຈະ ‘ເຮັດ​ດີ’ ກັບ​ພີ່ນ້ອງ​ຜູ້​ສູງ​ອາຍຸ​ໃນ​ປະຊາຄົມ​ຂອງ​ເຈົ້າ​ແນວ​ໃດ?

8. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 8 ແລະ​ຄຳ​ອະທິດຖານ