ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວັນ​ທີ 27 ພຶດສະພາ–2 ມິຖຸນາ

ເພງ​ສັນລະເສີນ 42-44

ວັນ​ທີ 27 ພຶດສະພາ–2 ມິຖຸນາ

ເພງ​ທີ 86 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

1. ຮັບ​ປະໂຫຍດ​ເຕັມທີ​ຈາກ​ການ​ສອນ​ຂອງ​ພະ​ເຢໂຫວາ

(10 ນາທີ)

ນະມັດສະການ​ພະ​ເຢໂຫວາ​ຮ່ວມ​ກັບ​ພີ່ນ້ອງ​ຄົນ​ອື່ນໆ ຖ້າ​ເຮັດ​ໄດ້​ແມ່ນ​ໃຫ້​ໄປ​ຮ່ວມ​ແບບ​ເຈິ​ໜ້າ​ກັນ (ພສ 42:4, 5; w06-SI 1/6 ໜ້າ 9 ຫຍໍ້​ໜ້າ 4)

ອະທິດຖານ​ກ່ອນ​ອ່ານ​ຄຳພີ​ໄບເບິນ​ແລະ​ສຶກສາ​ສ່ວນ​ໂຕ (ພສ 42:8; w12-SI 15/1 ໜ້າ 15 ຫຍໍ້​ໜ້າ 2)

ເອົາ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ໄປ​ໃຊ້​ໃນ​ທຸກ​ເລື່ອງ​ຂອງ​ຊີວິດ (ພສ 43:3)

ການ​ສອນ​ທີ່​ມາ​ຈາກ​ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ອົດທົນ​ຕອນ​ທີ່​ເຈິ​ບັນຫາ​ຕ່າງໆ ແລະ​ຊ່ວຍ​ເຮົາ​ໃຫ້​ເຮັດ​ຕາມ​ທີ່​ໄດ້​ສັນຍາ​ໄວ້​ວ່າ​ຈະ​ຮັບໃຊ້​ເພິ່ນ​ຕະຫຼອດ​ໄປ.—1ປຕ 5:10; ຫ16.09 ໜ້າ 6 ຂໍ້ 11-12

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ພສ 42:10-11—ເປັນ​ຫຍັງ​ເຮົາ​ຄວນ​ລໍ​ຖ້າ​ພະ​ເຢໂຫວາ​ເມື່ອ​ມີ​ຄົນ​ເຍາະເຍີ້ຍ​ເຮົາ? (ijwbq-SI ບົດ​ຄວາມ 179 ຫຍໍ້​ໜ້າ 2-3)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ເລີ່ມ​ລົມ

(4 ນາທີ) ຕາມ​ບ້ານ​ເຮືອນ. ສະເໜີ​ການ​ສຶກສາ​ຄຳພີ​ໄບເບິນ. (ສດຮ ບົດ​ຮຽນ​ທີ 5 ຈຸດ​ທີ 5)

5. ຕິດຕາມ

(5 ນາທີ) ຕາມ​ບ້ານ​ເຮືອນ. ຊວນ​ຄົນ​ມາ​ຟັງ​ຄຳ​ບັນລະຍາຍ​ສາທາລະນະ​ໃນ​ການ​ປະຊຸມ​ເທື່ອ​ໜ້າ. ລົມ​ກັນ​ກ່ຽວກັບ​ວິດີໂອ​ພວກ​ເຮົາ​ເຮັດ​ຫຍັງ​ຢູ່​ຫໍປະຊຸມ​ລາຊະອານາຈັກ? (ສດຮ ບົດ​ຮຽນ​ທີ 7 ຈຸດ​ທີ 5)

6. ບັນລະຍາຍ

(3 ນາທີ) ສດຮ ພາກ​ຜະໜວກ ກ ຈຸດ​ທີ 4—ເລື່ອງ: ທຸກ​ຄົນ​ຈະ​ມີ​ສຸຂະພາບ​ແຂງແຮງ​ສົມບູນ. (ອສ ບົດ​ຮຽນ​ທີ 2)

ຊີວິດ​ຄລິດສະຕຽນ

ເພງ​ທີ 21

7. ໃຫ້​ຕັດສິນໃຈ​ຢ່າງ​ສະຫຼາດ​ວ່າ​ຈະ​ຮຽນ​ຕໍ່​ຫຼື​ຈະ​ເຮັດ​ວຽກ

(15 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ.

ໄວ​ໜຸ່ມ​ເອີ້ຍ ເຈົ້າ​ວາງ​ແຜນ​ຈະ​ເຮັດ​ຫຍັງ​ຕໍ່​ຫຼັງ​ຈາກ​ທີ່​ຮຽນ​ຈົບ​ມໍ​ປາຍ​ແລ້ວ? ເຈົ້າ​ອາດ​ມີ​ວຽກ​ທີ່​ເຈົ້າ​ຄິດ​ຢາກ​ເຮັດ​ຢູ່​ແລ້ວ​ເພື່ອ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເປັນ​ໄພໂອເນຍ​ໄດ້ ຫຼື​ເຈົ້າ​ອາດຈະ​ຢາກ​ຮຽນ​ຫຼັກ​ສູດ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ສາມາດ​ບາງ​ຢ່າງ ໃຫ້​ໄດ້​ໃບ​ຂັບ​ຂີ່ ຫຼື​ໃບ​ປະກາດ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ໄດ້​ວຽກ. ໄລຍະ​ນີ້​ເຈົ້າ​ຄື​ຊິ​ຕື່ນເຕັ້ນ​ຫຼາຍ ແຕ່​ບາງ​ເທື່ອ​ເຈົ້າ​ອາດຈະ​ຮູ້ສຶກ​ສັບສົນ​ແລະ​ບໍ່​ຮູ້​ວ່າ​ຈະ​ເລືອກ​ຫຍັງ​ດີ ຫຼື​ເຈົ້າ​ອາດ​ຮູ້ສຶກ​ວ່າ​ຖືກ​ຄົນ​ອື່ນ​ກົດ​ດັນ​ໃຫ້​ເລືອກ​ໃນ​ສິ່ງ​ທີ່​ເຂົາເຈົ້າ​ມັກ. ແຕ່​ອັນ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຕັດສິນໃຈ​ໄດ້​ຢ່າງ​ສະຫຼາດ?

ອ່ານມັດທາຍ 6:32, 33 ແລ້ວ​ຖາມ​ວ່າ:

  • ເປັນ​ຫຍັງ​ເຮົາ​ຄວນ​ມີ​ເປົ້າໝາຍ​ທີ່​ຈະ​ແຈ້ງ​ໃນ​ເລື່ອງ​ວຽກ​ຮັບໃຊ້​ກ່ອນ​ທີ່​ຈະ​ຕັດສິນໃຈ​ວ່າ​ຈະ​ຮຽນ​ຕໍ່​ຫຼື​ຈະ​ເຮັດ​ວຽກ​ເລີຍ?

  • ພໍ່​ແມ່​ຈະ​ຊ່ວຍ​ລູກ​ແນວ​ໃດ​ໃຫ້​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ມັດທາຍ 6:32, 33?—ພສ 78:4-7

ຢ່າ​ໃຫ້​ຄວາມ​ຕ້ອງການ​ທີ່​ຈະ​ຢາກ​ມີ​ເງິນ​ຫຼາຍໆ​ເພື່ອ​ກັນ​ໄວ້​ຫຼື​ຢາກ​ມີ​ຊື່​ສຽງ​ມີ​ຜົນ​ຕໍ່​ການ​ຕັດສິນໃຈ​ຂອງ​ເຈົ້າ. (1ຢຮ 2:15, 17) ຂໍ​ໃຫ້​ຈື່​ໄວ້​ວ່າ​ການ​ມີ​ວັດຖຸ​ເງິນ​ຄຳ​ຫຼາຍໆ​ອາດ​ເຮັດ​ໃຫ້​ຄົນ​ເຮົາ​ບໍ່​ສົນໃຈ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ. (ລກ 18:24-27) ຄົນ​ທີ່​ພະຍາຍາມ​ຫາ​ເງິນ​ໃຫ້​ໄດ້​ຫຼາຍໆ​ກໍ​ຍາກ​ແທ້ໆ​ທີ່​ຈະ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ແລະ​ກ້າວໜ້າ​ໃນ​ວຽກ​ຮັບໃຊ້.—ມທ 6:24; ມຣກ 8:36

ເປີດ​ວິດີໂອ ຢ່າ​ວາງໃຈ​ໃນ​ສິ່ງ​ທີ່​ບໍ່​ຄົງ​ຢູ່​ຕະຫຼອດ​ໄປ—ຊັບ​ສົມບັດ ແລ້ວ​ຖາມ​ວ່າ:

  •   ສຸພາສິດ 23:4, 5 ຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ຕັດສິນໃຈ​ຢ່າງ​ສະຫຼາດ?

8. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 47 ແລະ​ຄຳ​ອະທິດຖານ