ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວັນ​ທີ 3-9 ມິຖຸນາ

ເພງ​ສັນລະເສີນ 45-47

ວັນ​ທີ 3-9 ມິຖຸນາ

ເພງ​ທີ 27 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

ພະ​ເຢຊູ​ຄລິດ​ກັບ​ເຈົ້າ​ສາວ​ຂອງ​ເພິ່ນ​ທີ່​ເປັນ 144.000 ຄົນ

1. ເພງ​ທີ່​ກ່ຽວກັບ​ການ​ແຕ່ງດອງ​ຂອງ​ກະສັດ​ອົງ​ໜຶ່ງ

(10 ນາທີ)

ເພງ​ສັນລະເສີນ​ບົດ 45 ເວົ້າ​ເຖິງ​ການ​ແຕ່ງດອງ​ຂອງ​ກະສັດ​ເມຊີອາ (ພສ 45:1, 13, 14; w14-SI 15/2 ໜ້າ 10 ຂໍ້ 8-9)

ງານ​ແຕ່ງດອງ​ຂອງ​ກະສັດ​ຈະ​ຈັດ​ຂຶ້ນ​ຫຼັງ​ຈາກ​ສົງຄາມ​ອາມາເຄໂດນ (ພສ 45:3, 4; ຫ22.05 ໜ້າ 17 ຂໍ້ 10-12; ເບິ່ງ​ຮູບ​ໜ້າ​ປົກ)

ມະນຸດ​ທຸກ​ຄົນ​ຈະ​ໄດ້​ຮັບ​ພອນ​ຈາກ​ການ​ແຕ່ງດອງ​ເທື່ອ​ນີ້ (ພສ 46:8-11; it-2-E ໜ້າ 1169)


ໃຫ້​ຖາມ​ໂຕເອງ​ວ່າ: ‘ຂ້ອຍ​ຮູ້ສຶກ “ຕື່ນເຕັ້ນ” ທີ່​ໄດ້​ປະກາດ​ຂ່າວ​ດີ​ເລື່ອງ​ຂອງ​ພະ​ເຢຊູ​ຄລິດ​ກະສັດ​ຂອງ​ເຮົາ​ບໍ?’—ພສ 45:1

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ພສ 45:16—ຂໍ້​ຄຳພີ​ນີ້​ບອກ​ເຮົາ​ໃຫ້​ຮູ້​ຫຍັງ​ກ່ຽວກັບ​ຊີວິດ​ໃນ​ອຸທິຍານ? (ຫ17.04 ໜ້າ 12 ຂໍ້ 9)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ເລີ່ມ​ລົມ

(3 ນາທີ) ແບບ​ບໍ່​ເປັນ​ທາງ​ການ. (ສດຮ ບົດ​ຮຽນ​ທີ 1 ຈຸດ​ທີ 3)

5. ບັນລະຍາຍ

(5 ນາທີ) ijwbv-SI ບົດ​ຄວາມ 26—ເລື່ອງ: ເພງ​ສັນລະເສີນ 46:10 ໝາຍ​ຄວາມ​ວ່າ​ແນວ​ໃດ? (ອສ ບົດ​ຮຽນ​ທີ 18)

6. ອະທິບາຍ​ຄວາມ​ເຊື່ອ

(4 ນາທີ) ສາທິດ. g-SI 12/10 ໜ້າ 22-23—ເລື່ອງ: ເຈົ້າ​ຄິດ​ແນວ​ໃດ​ກັບ​ການ​ມັກ​ເພດ​ດຽວ​ກັນ? (ສດຮ ບົດ​ຮຽນ​ທີ 6 ຈຸດ​ທີ 5)

ຊີວິດ​ຄລິດສະຕຽນ

ເພງ​ທີ 131

7. ສະແດງ​ຄວາມ​ຮັກ​ກັບ​ຄູ່​ຂອງ​ເຈົ້າ​ສະເໝີ

(10 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ.

ໃນ​ມື້​ແຕ່ງດອງ​ເປັນ​ໂອກາດ​ທີ່​ທຸກ​ຄົນ​ມີ​ຄວາມ​ສຸກ​ຫຼາຍ​ແທ້ໆ. (ພສ 45:13-15) ໃນ​ມື້​ນັ້ນ​ເຈົ້າ​ບ່າວ​ກັບ​ເຈົ້າ​ສາວ​ມີ​ຄວາມ​ສຸກ​ທີ່​ສຸດ​ໃນ​ຊີວິດ​ຂອງ​ເຂົາເຈົ້າ. ແຕ່​ຄົນ​ທີ່​ແຕ່ງດອງ​ແລ້ວ​ຈະ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ຊີວິດ​ຄູ່​ຂອງ​ເຂົາເຈົ້າ​ມີ​ຄວາມ​ສຸກ​ຕະຫຼອດ​ຊີວິດ?—ປຍຈ 9:9

ເພື່ອ​ຈະ​ມີ​ຄວາມ​ສຸກ​ຕໍ່ໆ​ໄປ ຜົວ​ເມຍ​ຕ້ອງ​ສະແດງ​ຄວາມ​ຮັກ​ຕໍ່​ກັນ​ສະເໝີ. ເຂົາເຈົ້າ​ສາມາດ​ຮຽນ​ແບບ​ຕົວຢ່າງ​ຂອງ​ອີຊາກ​ແລະ​ເຣເບກາ​ໄດ້. ຄຳພີ​ໄບເບິນ​ບອກ​ວ່າ​ເຖິງ​ວ່າ​ອີຊາກ​ກັບ​ເຣເບກາ​ຈະ​ແຕ່ງດອງ​ກັນ​ມາ​ຫຼາຍ​ກວ່າ 30 ປີ​ແລ້ວ ແຕ່​ເຂົາເຈົ້າ​ກໍ​ຍັງ​ສະແດງ​ຄວາມ​ຮັກ​ຕໍ່​ກັນ​ສະເໝີ. (ປຖກ 26:8) ອັນ​ໃດ​ຈະ​ຊ່ວຍ​ໃຫ້​ຜົວ​ເມຍ​ເຮັດ​ແບບ​ນັ້ນ​ໄດ້​ຄື​ກັນ?

ເປີດ​ວິດີໂອ ເຈົ້າ​ມີ​ຊີວິດ​ຄູ່​ທີ່​ມີ​ຄວາມ​ສຸກ​ໄດ້—ສະແດງ​ຄວາມ​ຮັກ ແລ້ວ​ຖາມ​ວ່າ:

  • ມີ​ຫຍັງ​ແດ່​ທີ່​ອາດ​ເຮັດ​ໃຫ້​ຜົວ​ເມຍ​ຮູ້ສຶກ​ບໍ່​ໃກ້ຊິດ​ກັນ​ຄື​ແຕ່​ກ່ອນ?

  • ເຈົ້າ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ໃຫ້​ຄູ່​ຂອງ​ເຈົ້າ​ຮູ້​ວ່າ​ເຈົ້າ​ຮັກ​ແລະ​ເປັນ​ຫ່ວງ​ລາວ​ແທ້ໆ?—ກຈກ 20:35

8. ຄວາມ​ຈຳເປັນ​ຂອງ​ປະຊາຄົມ

(5 ນາທີ)

9. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 111 ແລະ​ຄຳ​ອະທິດຖານ