ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວັນທີ 26 ກຸມພາ-3 ມີນາ

ເພງ​ສັນລະເສີນ 11-15

ວັນທີ 26 ກຸມພາ-3 ມີນາ

ເພງ​ທີ 139 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

1. ລອງ​ນຶກພາບ​ວ່າ​ໂຕເອງ​ຢູ່​ໃນ​ໂລກ​ໃໝ່​ທີ່​ສະຫງົບສຸກ​ຂອງ​ພະເຈົ້າ

(10 ນາທີ)

ເມື່ອ​ຄົນ​ໃນ​ທຸກ​ມື້​ນີ້​ບໍ່​ເຮັດ​ຕາມ​ກົດໝາຍ ສັງຄົມ​ຈຶ່ງ​ມີ​ແຕ່​ຄວາມ​ຮຸນແຮງ (ພສ 11:2, 3; w06-SI 15/5 ໜ້າ 18 ຂໍ້ 3)

ເຮົາ​ໝັ້ນໃຈ​ໄດ້​ວ່າ​ອີກ​ບໍ່​ດົນ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຄວາມ​ຮຸນແຮງ​ໝົດ​ໄປ (ພສ 11:5; wp16.4-SI ໜ້າ 11)

ການ​ຄິດ​ເຖິງ​ຄຳ​ສັນຍາ​ຂອງ​ພະ​ເຢໂຫວາ​ຕະຫຼອດ​ເລື່ອງ​ທີ່​ເພິ່ນ​ຈະ​ຊ່ວຍ​ໃຫ້​ລອດ ຈະ​ເຮັດ​ໃຫ້​ເຮົາ​ລໍ​ຖ້າ​ໂລກ​ໃໝ່​ຢ່າງ​ອົດທົນ (ພສ 13:5, 6; ຫ17.08 ໜ້າ 6 ຂໍ້ 15)

ລອງ​ວິທີ​ນີ້: ອ່ານ​ເອເຊກຽນ 34:25 ແລ້ວ​ນຶກພາບ​ວ່າ​ໂຕເອງ​ຢູ່​ໃນ​ບ່ອນ​ທີ່​ສະຫງົບ​ສຸກ​ຄື​ກັບ​ທີ່​ຂໍ້​ນີ້ບອກ.—ລປ ໜ້າ 236 ຂໍ້ 16

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ພສ 14:1—ຖ້າ​ຄລິດສະຕຽນ​ມີ​ຄວາມ​ຄິດ​ຄື​ກັບ​ຂໍ້​ນີ້​ຈະ​ເປັນ​ອັນຕະລາຍ​ແນວ​ໃດ? (w13-SI 15/9 ໜ້າ 19 ຂໍ້ 12)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ເລີ່ມ​ລົມ

(2 ນາທີ) ແບບ​ບໍ່​ເປັນ​ທາງ​ການ. ເຊີນ​ມາ​ປະຊຸມ​ອະນຸສອນ. (ສດຮ ບົດ​ຮຽນ​ທີ 5 ຈຸດ​ທີ 3)

5. ເລີ່ມ​ລົມ

(1 ນາທີ) ຕາມ​ບ້ານ​ເຮືອນ. ເຊີນ​ມາ​ປະຊຸມ​ອະນຸສອນ. (ສດຮ ບົດ​ຮຽນ​ທີ 3 ຈຸດ​ທີ 4)

6. ເລີ່ມ​ລົມ

(3 ນາທີ) ຕາມ​ບ້ານ​ເຮືອນ. ຄົນ​ທີ່​ເຈົ້າໃຫ້ໃບເຊີນ ສົນໃຈ​ໄປ​ປະຊຸມ​ອະນຸສອນ. (ສດຮ ບົດ​ຮຽນ​ທີ 7 ຈຸດ​ທີ 4)

7. ສອນ​ຄົນ​ເປັນ​ລູກສິດ

(5 ນາທີ) ຊສຕ ບົດ​ທີ 13 ສ່ວນ​ສະຫຼຸບ ຄຳ​ຖາມ​ທົບທວນ ແລະ​ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້. ໃຊ້​ບົດ​ຄວາມ​ໃນ​ສ່ວນ “ເບິ່ງ​ເພີ່ມເຕີມ” ເພື່ອ​ຊ່ວຍ​ນັກສຶກສາ​ໃຫ້​ເຂົ້າໃຈ​ວ່າ​ພະເຈົ້າ​ຮູ້ສຶກ​ແນວ​ໃດ​ຕໍ່​ສາສະໜາ​ປອມ. (ອສ ບົດ​ຮຽນ​ທີ 12)

ຊີວິດ​ຄລິດສະຕຽນ

ເພງ​ທີ 8

8. “ສະຕິ​ປັນຍາ​ດີ​ກວ່າ​ອາວຸດ​ສົງຄາມ”

(10 ນາທີ) ພິຈາລະນາຖາມ-ຕອບ

ທົ່ວ​ໂລກ​ມີ​ຄວາມ​ຮຸນແຮງ​ຫຼາຍ​ຂຶ້ນເລື້ອຍໆ. ພະ​ເຢໂຫວາ​ຮູ້​ວ່າ​ຄວາມ​ຮຸນແຮງ​ທີ່​ເຮົາ​ເຈິ​ກັບ​ໂຕ​ເອງ ຫຼືໄດ້​ເຫັນ ອາດ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ເຄັ່ງຕຶງ​ແລະ​ອຸກໃຈເພິ່ນ​ຍັງ​ຮູ້​ນຳ​ວ່າ​ເຮົາ​ຢາກ​ໄດ້​ຮັບ​ການ​ປົກປ້ອງ. ວິທີ​ໜຶ່ງ​ທີ່​ເພິ່ນ​ປົກປ້ອງ​ເຮົາ​ແມ່ນ​ໂດຍ​ທາງ​ຄຳພີ​ໄບເບິນ.—ພສ 12:5-7

ຄຳພີ​ໄບເບິນ​ມີ​ສະຕິ​ປັນຍາ “ດີ​ກວ່າ​ອາວຸດ​ສົງຄາມ” (ປຍຈ 9:18) ໃຫ້​ເບິ່ງ​ວ່າ​ຫຼັກການ​ໃນ​ຄຳພີ​ໄບເບິນ​ຊ່ວຍ​ປົກປ້ອງ​ເຮົາ​ບໍ່​ໃຫ້​ເປັນ​ເຫຍື່ອ​ຂອງ​ຄວາມ​ຮຸນແຮງ​ໄດ້​ແນວ​ໃດ.

  • ປຍຈ 4:9, 10—ຢ່າ​ຢູ່​ຄົນ​ດຽວ​ໃນ​ບ່ອນ​ທີ່​ບໍ່​ປອດໄພ​ແລະ​ໃນ​ສະ​ຖານະ​ການ​ທີ່​ອັນຕະລາຍ

  • ສພສ 22:3—ເມື່ອ​ໄປ​ບ່ອນ​ສາທາລະນະ ໃຫ້​ຕື່ນ​ໂຕ​ສະເໝີ​ກັບ​ສິ່ງ​ທີ່​ເກີດຂຶ້ນ​ຢູ່​ອ້ອມ​ໂຕ

  • ສພສ 26:17—ຢ່າ​ໄປ​ເຂົ້າ​ໄປ​ຫຍຸ້ງ​ກັບ​ການ​ຜິດ​ຖຽງ​ກັນ​ທີ່​ບໍ່​ໄດ້​ກ່ຽວ​ຂ້ອງ​ກັບ​ເຈົ້າ

  • ສພສ 17:14—ຖ້າ​ເຫັນ​ວ່າ​ຈະ​ມີ​ຄວາມ​ຮຸນແຮງ​ເກີດຂຶ້ນ ກໍ​ໃຫ້​ອອກ​ຈາກ​ບ່ອນ​ນັ້ນ​ແລະ​ຢູ່​ໄກ​ໆ​ຈາກ​ກຸ່ມ​ຄົນ​ທີ່​ປະທ້ວງ

  • ລກ 12:15—ຢ່າ​ສ່ຽງ​ຊີວິດ​ເພື່ອ​ປົກປ້ອງ​ສິ່ງ​ຂອງ​ຫຼື​ຊັບສິນ​ຂອງ​ເຈົ້າ

ເປີດ​ວິດີໂອ ຮຽນ​ແບບ​ຄົນ​ທີ່​ມີ​ຄວາມ​ເຊື່ອ ບໍ່​ແມ່ນ​ຄົນ​ທີ່​ບໍ່​ມີ—ເອນົກ ບໍ່​ແມ່ນ​ລາເມັກ ແລ້ວ​ຖາມ​ວ່າ:

ຕົວຢ່າງ​ຂອງ​ເອນົກ​ສົ່ງ​ຜົນ​ຕໍ່​ການ​ຕັດສິນໃຈ​ຂອງ​ພໍ່​ໃນ​ວິດີໂອ​ນີ້​ແນວ​ໃດ​ຕອນ​ທີ່​ມີ​ຄວາມ​ຮຸນແຮງ​ເກີດ​ຂຶ້ນ​ຢູ່​ແຖວ​ບ້ານ​ລາວ?—ຮຣ 11:5

ຖ້າ​ເຮົາ​ເຈິ​ສະຖານະ​ການ​ບາງຢ່າງ​ທີ່​ເຮັດ​ໃຫ້​ຮູ້ສຶກ​ວ່າ​ຕ້ອງ​ປົກປ້ອງ​ໂຕ​ເອງ​ຫຼື​ຊັບສິນ ເຮົາ​ຄວນ​ເຮັດ​ທຸກ​ຢ່າງ​ທີ່​ເຮັດ​ໄດ້​ທີ່​ຈະ​ບໍ່​ຂ້າ​ຄົນ.—ພສ 51:14 ເບິ່ງ “ຄຳຖາມຈາກຜູ້ອ່ານ” ໃນຫໍສັງເກດການເດືອນກໍລະກົດ 2017.

9. ໂຄງ​ການ​ພິເສດ​ເພື່ອ​ຢາຍ​ໃບ​ເຊີນ​ການ​ປະຊຸມ​ອະນຸສອນ​ເຊິ່ງ​ເລີ່ມ​ວັນ​ເສົາ​ທີ 2 ມີນາ

(5 ນາທີ) ຜູ້​ເບິ່ງແຍງ​ຈະ​ເຮັດ​ສ່ວນ​ນີ້. ບອກ​ພີ່ນ້ອງ​ເລື່ອງ​ການ​ຈັດ​ກຽມ​ຂອງ​ປະຊາຄົມ​ກ່ຽວກັບ​ໂຄງ​ການ​ພິເສດ ຄຳ​ບັນລະຍາຍ​ພິເສດ ແລະ​ການ​ປະຊຸມ​ອະນຸສອນ. ກະຕຸ້ນ​ຜູ້​ປະກາດ​ໃຫ້​ຮູ້​ວ່າ​ເຂົາເຈົ້າ​ສາມາດ​ເປັນ​ໄພໂອເນຍ​ສົບ​ທົບ 15 ຊົ່ວໂມງ​ໃນ​ເດືອນ​ມີນາ​ແລະ​ເມສາ​ໄດ້.

10. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 40 ແລະ​ຄຳ​ອະທິດຖານ