ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວັນທີ 19-25 ກຸມພາ

ເພງ​ສັນລະເສີນ 8-10

ວັນທີ 19-25 ກຸມພາ

ເພງ 2 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

1. ພະ​ເຢໂຫວາ​ເອີ້ຍ ລູກ​ຈະ​ສັນລະເສີນ​ພະອົງ​ສຸດ​ຫົວໃຈ​ຂອງ​ລູກ

(10 ນາທີ)

ພະ​ເຢໂຫວາ​ດີ​ຕໍ່​ພວກ​ເຮົາ​ຫຼາຍ​ແທ້​ໆ (ພສ 8:3-6; ຫ21.08 ໜ້າ 3 ຂໍ້ 6)

ພວກ​ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ທີ່​ໄດ້​ສັນລະເສີນ​ພະ​ເຢໂຫວາ​ໂດຍ​ບອກ​ຄົນ​ອື່ນ​ໃຫ້​ຮູ້​ສິ່ງ​ຕ່າງ​ໆ​ທີ່​ເປັນ​ຕາ​ງຶດ​ທີ່​ເພິ່ນ​ໄດ້​ສ້າງ (ພສ 9:1; ຫ20.05 ໜ້າ 23 ຂໍ້ 10)

ເຮົາ​ຍັງ​ສັນລະເສີນ​ພະ​ເຢໂຫວາ​ນຳ​ຕອນ​ທີ່​ຮ້ອງ​ເພງ​ໃຫ້​ເພິ່ນ​ສຸດ​ຫົວໃຈ (ພສ 9:2; ຫ22.04 ໜ້າ 7 ຂໍ້ 13)

ໃຫ້​ຖາມ​ໂຕເອງ​ວ່າ: ‘ເຮົາ​ຈະ​ສັນລະເສີນ​ພະ​ເຢໂຫວາ​ໃນ​ທາງ​ໃດ​ໄດ້​ແດ່?’

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ພສ 8:3, ໄຂເງື່ອນ—ຜູ້​ຂຽນ​ເພງສັນລະເສີນ​ໝາຍ​ຄວາມ​ວ່າ​ແນວ​ໃດ​ເມື່ອ​ລາວ​ເວົ້າ​ເຖິງ​ນິ້ວ​ມື​ຂອງ​ພະເຈົ້າ? (it-1-E ໜ້າ 832)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ເລີ່ມ​ລົມ

(3 ນາທີ) ຕາມ​ບ້ານ​ເຮືອນ. ລົມ​ກັບ​ຄົນ​ທີ່​ບອກ​ວ່າ​ລາວ​ບໍ່​ເຊື່ອ​ເລື່ອງ​ພະເຈົ້າ (ສດຮ ບົດ​ຮຽນ​ທີ 5 ຈຸດ​ທີ 4)

5. ຕິດຕາມ

(4 ນາທີ) ແບບ​ບໍ່​ເປັນ​ທາງ​ການ. ເທື່ອ​ແລ້ວ​ຄົນ​ທີ່​ເຈົ້າ​ລົມ​ນຳ​ບອກ​ວ່າ​ລາວ​ບໍ່​ເຊື່ອ​ເລື່ອງ​ພະເຈົ້າ ແຕ່​ລາວ​ກໍ​ຢາກ​ຮູ້​ວ່າ​ມີ​ຫຼັກຖານ​ຫຍັງ​ທີ່​ບອກ​ວ່າ​ມີ​ຜູ້​ສ້າງ. (ອສ ບົດ​ຮຽນ​ທີ 7)

6. ບັນລະຍາຍ

(5 ນາທີ) ຫ21.06 ໜ້າ 6-7 ຂໍ້ 15-18—ເລື່ອງ: ຊ່ວຍ​ນັກສຶກສາ​ໃຫ້​ສັນລະເສີນ​ພະ​ເຢໂຫວາ. (ອສ ບົດ​ຮຽນ​ທີ 10)

ຊີວິດ​ຄລິດສະຕຽນ

ເພງ 10

7. ເຮັດ​ແນວ​ໃດ​ຈຶ່ງ​ຈະ​ປະກາດ​ແບບ​ບໍ່​ເປັນ​ທາງ​ການ​ໄດ້​ຢ່າງ​ເປັນ​ທຳມະຊາດ?

(10 ນາທີ) ພິຈາລະນາ​ຖາມ-ຕອບ.

ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ສັນລະເສີນ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ແມ່ນ​ປະກາດ​ກັບ​ຄົນ​ທີ່​ເຮົາ​ເຈິ​ໃນ​ຊີວິດ​ປະຈຳ​ວັນ. (ພສ 35:28) ທຳ​ອິດ​ເຮົາ​ອາດຈະ​ຢ້ານ​ແລະ​ບໍ່​ກ້າ​ປະກາດ​ແບບ​ບໍ່​ເປັນ​ທາງ​ການ. ແຕ່​ຖ້າ​ລອງ​ທີ່​ຈະ​ເລີ່ມ​ລົມ​ແລະ​ລົມ​ໄປ​ເລື້ອຍ​ໆ​ແບບ​ເປັນ​ທຳມະຊາດ ເຮົາ​ກໍ​ຈະ​ປະກາດ​ເກັ່ງ​ຂຶ້ນ​ແລະ​ມີ​ຄວາມ​ສຸກ​ນຳ.

ເປີດ​ວິດີໂອ ພ້ອມ​ປະກາດ “ຂ່າວດີ​ເລື່ອງ​ສັນຕິສຸກ.”—ເປັນ​ຝ່າຍ​ຊວນ​ລົມ ແລ້ວ​ຖາມ​ຄຳ​ຖາມ​ຕໍ່​ໄປ​ນີ້:

ເຈົ້າ​ໄດ້​ຮຽນ​ຫຍັງ​ຈາກ​ວິດີໂອ​ນີ້​ເພື່ອ​ຊ່ວຍ​ເຈົ້າ​ໃຫ້​ປະກາດ​ແບບ​ບໍ່​ເປັນ​ທາງ​ການ​ເກັ່ງ​ຂຶ້ນ?

ຕໍ່​ໄປ​ນີ້​ແມ່ນ​ເຄັດລັບ​ບາງ​ຈຸດ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ເລີ່ມ​ຊວນ​ລົມ:

  •   ໃຫ້​ຕື່ນ​ໂຕ​ທີ່​ຈະ​ເປັນ​ຝ່າຍ​ເລີ່ມ​ຊວນ​ລົມ​ເມື່ອ​ອອກ​ໄປ​ທາງ​ນອກ. ໃຫ້​ອະທິດຖານ​ແລະ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ເຈິ​ຄົນ​ທີ່​ມີ​ຫົວໃຈ​ທີ່​ດີ.

  •   ໃຫ້​ເປັນ​ມິດ​ແລະ​ສະແດງ​ຄວາມ​ສົນໃຈ​ຄົນ​ທີ່​ເຮົາ​ເຈິ. ພະຍາຍາມ​ລົມ​ເພື່ອ​ຈະ​ຮູ້​ວ່າ​ລາວ​ສົນໃຈ​ເລື່ອງ​ຫຍັງ​ແລ້ວ​ໃຊ້​ບາງ​ຈຸດ​ຈາກ​ຄວາມ​ຈິງ​ລົມ​ຕໍ່​ກັບ​ລາວ.

  •   ຖ້າ​ເຫັນ​ວ່າ​ເໝາະ​ສົມ​ກໍ​ໃຫ້​ແລກ​ຂໍ້ມູນ​ຕິດຕໍ່​ກັນ.

  •   ບໍ່​ຕ້ອງ​ເສຍ​ໃຈ​ຖ້າ​ຕ້ອງ​ເຊົາ​ການ​ລົມ​ກັນ​ກ່ອນ ແຕ່​ຍັງ​ບໍ່​ໄດ້​ເວົ້າ​ຄວາມ​ຈິງ​ເທື່ອ.

  •   ໃຫ້​ຄິດ​ເຖິງ​ຄົນ​ທີ່​ເຈົ້າ​ລົມ​ນຳ​ຫຼັງ​ຈາກ​ທີ່​ລົມ​ກັນ​ແລ້ວ ແລະເຮັດ​ໃຫ້​ລາວ​ຮູ້​ວ່າ​ເຈົ້າ​ຍັງ​ສົນໃຈ​ລາວ​ຢູ່​ໂດຍ​ສົ່ງ​ລິ້ງ​ຂໍ້​ຄຳພີ​ຫຼື​ບົດ​ຄວາມ​ໃນ jw.org ໃຫ້.

ລອງ​ວິທີ​ນີ້: ຖ້າ​ມີ​ຄົນ​ຖາມ​ເຈົ້າ​ວ່າ ‘ເສົາ​ທິດ​ແລ້ວ​ນີ້​ເປັນ​ແນວ​ໃດ?’ ໃຫ້​ເວົ້າ​ເລື່ອງ​ທີ່​ເຈົ້າ​ໄດ້​ຮຽນ​ຢູ່​ການ​ປະຊຸມ​ຫຼື​ຕອນ​ທີ່​ສອນ​ຄົນ​ໃຫ້​ລາວ​ຟັງ.

8. ຄວາມ​ຈຳເປັນ​ຂອງ​ປະຊາຄົມ

(5 ນາທີ)

9. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ 65 ແລະ​ຄຳ​ອະທິດຖານ