ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວັນທີ 22-28 ມັງກອນ

ໂຢບ 38-39

ວັນທີ 22-28 ມັງກອນ

ເພງ​ທີ 11 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

1. ເຈົ້າ​ໃຊ້​ເວລາ​ສັງເກດ​ເບິ່ງ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ​ບໍ?

(10 ນາທີ)

ຫຼັງ​ຈາກ​ທີ່​ສ້າງ​ທຳມະຊາດ​ໃນ​ໂລກ ພະ​ເຢໂຫວາ​ໄດ້​ໃຊ້​ເວລາ​ຄິດ​ຕຶກຕອງ​ກ່ຽວກັບ​ສິ່ງ​ທີ່​ເພິ່ນ​ສ້າງ (ປຖກ 1:10, 12; ໂຢບ 38:5, 6; ຫ21.08 ໜ້າ 9 ຂໍ້ 7)

ທູດສະຫວັນ​ໃຊ້​ເວລາ​ສັງເກດ​ເບິ່ງ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ (ໂຢບ 38:7; ຫ20.08 ໜ້າ 14 ຂໍ້ 2)

ເຮົາ​ຈະ​ໄວ້​ໃຈ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ຖ້າ​ເຮົາ​ໃຊ້​ເວລາ​ສັງເກດ​ເບິ່ງ​ແລະ​ເຫັນຄ່າ​ສິ່ງ​ທີ່​ເພິ່ນ​ສ້າງ (ໂຢບ 38:32-35; ຫ23.03 ໜ້າ 17 ຂໍ້ 8)

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ໂຢບ 38:8-10—ຂໍ້​ຄຳພີ​ເຫຼົ່າ​ນີ້​ສອນ​ຫຍັງ​ເຮົາ​ກ່ຽວກັບ​ພະ​ເຢໂຫວາ​ຜູ້​ຕັ້ງ​ກົດ​ຕ່າງ​ໆ (it-2-E ໜ້າ 222)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ເລີ່ມ​ລົມ

(2 ນາທີ) ແບບ​ບໍ່​ເປັນ​ທາງ​ການ. ເມື່ອ​ຮູ້​ວ່າ​ຄົນ​ທີ່​ເຮົາ​ເວົ້າ​ນຳ​ບໍ່​ຢາກ​ລົມ​ນຳ​ກໍ​ໃຫ້​ຈົບ​ດ້ວຍ​ຄຳເວົ້າ​ດີ​ໆ. (ສດຮ ບົດ​ຮຽນ​ທີ 2 ຈຸດ​ທີ 3)

5. ຕິດຕາມ

(5 ນາທີ) ຕາມ​ບ້ານ​ເຮືອນ. ຕອນ​ລົມ​ກັນ​ເທື່ອ​ກ່ອນ ລາວ​ບອກ​ວ່າ​ຄົນ​ທີ່​ລາວ​ຮັກ​ຫາກໍ​ຕາຍ​ຈາກ​ໄປ (ສດຮ ບົດ​ຮຽນ​ທີ 9 ຈຸດ​ທີ 3)

6. ບັນລະຍາຍ

(5 ນາທີ) ສດຮ ພາກ​ຜະໜວກ ກ ຈຸດ​ທີ 1—ເລື່ອງ: ສິ່ງ​ທີ່​ກຳລັງ​ເກີດຂຶ້ນ​ແລະ​ການ​ປະພຶດ​ຂອງ​ຜູ້​ຄົນ​ສະແດງ​ໃຫ້​ເຫັນ​ວ່າ​ອີກ​ບໍ່​ດົນ​ສິ່ງ​ຕ່າງ​ໆ​ຈະ​ປ່ຽນ​ໄປ. (ອສ ບົດ​ຮຽນ​ທີ 16)

ຊີວິດ​ຄລິດສະຕຽນ

ເພງ​ທີ 111

7. ການ​ສັງເກດ​ເບິ່ງ​ສິ່ງ​ທີ່​ພະເຈົ້າ​ສ້າງ​ຊ່ວຍ​ເຮົາ​ບໍ່​ໃຫ້​ສົນໃຈ​ແຕ່​ໂຕເອງ

(15 ນາທີ) ພິຈາລະນາ​ຖາມ-ຕອບ.

ເມື່ອ​ໂຢບ​ຖືກ​ໝູ່ 3 ຄົນ​ແລະ​ຊາຕານ​ທົດສອບ​ລາວ​ກໍ​ຄິດ​ເຖິງ​ແຕ່​ບັນຫາ​ຂອງ​ໂຕເອງ​ແລະ​ຄິດ​ວ່າ​ໂຕ​ເອງ​ຖືກ​ກ່າວຫາ​ແບບ​ບໍ່ຍຸຕິທຳ.

ອ່ານ​ໂຢບ 37:14 ແລ້ວ​ຖາມ​ວ່າ:

ໂຢບ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ກັບ​ມາ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ອີກ?

ເມື່ອ​ເຮົາ​ເມື່ອຍ​ກັບ​ບັນຫາ​ທີ່​ໜັກ​ໆ​ໃຫ້​ເຮົາ​ສັງເກດ​ເບິ່ງ​ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ ແລ້ວ​ເຮົາ​ກໍ​ຈະ​ເຫັນ​ຄວາມ​ຍິ່ງໃຫຍ່​ຂອງ​ເພິ່ນ ຢາກ​ຈະ​ສັດຊື່​ຕໍ່​ເພິ່ນ ແລະ​ໝັ້ນໃຈ​ຫຼາຍ​ຂຶ້ນ​ວ່າ​ເພິ່ນ​ເບິ່ງແຍງ​ເຮົາ​ໄດ້.—ມທ 6:26

ເປີດ​ວິດີໂອ ບົດ​ຮຽນ​ເລື່ອງ​ຄວາມ​ພັກດີ​ຈາກ​ພະທຳ​ໂຢບ—ສິ່ງ​ທີ່​ເຮົາ​ຮຽນ​ໄດ້​ຈາກ​ສັດ​ທີ່​ພະເຈົ້າ​ສ້າງ ແລ້ວ​ຖາມ​ວ່າ:

ວິດີໂອ​ນີ້​ຊ່ວຍ​ເຈົ້າ​ໃຫ້​ໄວ້ໃຈ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

8. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 54 ແລະ​ຄຳ​ອະທິດຖານ