ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວັນ​ທີ 10-16 ກຸມພາ

ເພງ​ສັນລະເສີນ 147-150

ວັນ​ທີ 10-16 ກຸມພາ

ເພງ​ທີ 12 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

1. ເຮົາ​ມີ​ຫຼາຍ​ເຫດຜົນ​ທີ່​ຈະ​ສັນລະເສີນ​ພະ​ເຢໂຫວາ

(10 ນາທີ)

ເພິ່ນ​ສົນໃຈ​ແລະ​ເປັນ​ຫ່ວງ​ພວກ​ເຮົາ​ແຕ່​ລະ​ຄົນ​ເປັນ​ສ່ວນ​ໂຕ (ພສ 147:3, 4; ຫ17.07 ໜ້າ 16 ຂໍ້ 5-6)

ເພິ່ນ​ຮູ້​ວ່າ​ເຮົາ​ມີ​ຂີດ​ຈຳກັດ​ແລະ​ເພິ່ນ​ໃຊ້​ລິດເດດ​ຂອງ​ເພິ່ນ​ເພື່ອ​ຊ່ວຍ​ເຮົາ (ພສ 147:5; ຫ17.07 ໜ້າ 16 ຂໍ້ 7)

ເພິ່ນ​ໃຫ້​ກຽດ​ເຮົາ​ໂດຍ​ໃຫ້​ເຮົາ​ເປັນ​ຄົນ​ຂອງ​ເພິ່ນ (ພສ 147:19, 20; ຫ17.07 ໜ້າ 20 ຂໍ້ 18)


ໃຫ້​ຖາມ​ໂຕເອງ​ວ່າ: ‘ມີ​ເຫດຜົນ​ຫຍັງ​ອີກ​ທີ່​ເຮັດ​ໃຫ້​ຂ້ອຍ​ຢາກ​ສັນລະເສີນ​ພະ​ເຢໂຫວາ?’

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ພສ 148:1, 10—“ນົກ” ສັນລະເສີນ​ພະ​ເຢໂຫວາ​ແນວ​ໃດ​ແດ່? (ຂກ ບົດ 5 ຂໍ້ 16)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ເລີ່ມ​ລົມ

(3 ນາທີ) ຕາມ​ບ້ານ​ເຮືອນ. ຄົນ​ທີ່​ເຈົ້າ​ລົມ​ນຳ​ບອກ​ວ່າ​ລາວ​ກຳລັງ​ເຈັບ​ປ່ວຍ​ຮ້າຍ​ແຮງ​ແລະ​ຕ້ອງ​ອົດທົນ​ກັບ​ຄວາມເຈັບ​ປວດ​ຢູ່. (ສດຮ ບົດ​ຮຽນ​ທີ 2 ຈຸດ​ທີ 5)

5. ເລີ່ມ​ລົມ

(4 ນາທີ) ແບບ​ບໍ່​ເປັນ​ທາງ​ການ. ຫາ​ໂອກາດ​ທີ່​ເໝາະສົມ​ເພື່ອ​ລົມ​ໃຫ້​ບາງ​ຄົນ​ຟັງ​ວ່າ​ເຈົ້າ​ໄດ້​ຮຽນ​ຫຍັງ​ແດ່​ຢູ່​ການ​ປະຊຸມ​ທີ່​ຜ່ານ​ມາ. (ສດຮ ບົດ​ຮຽນ​ທີ 4 ຈຸດ​ທີ 3)

6. ບັນລະຍາຍ

(5 ນາທີ) ເລື່ອງ: ເຊື່ອຟັງ​ພະ​ເຢຊູ​ໂດຍ​ປະກາດ​ຂ່າວ​ດີ. ໃຫ້​ເປີດ​ຮູບ​ນຳ.—ຫ19.03 ໜ້າ 10 ຂໍ້ 7-11 (ອສ ບົດ​ຮຽນ​ທີ 14)

ຊີວິດ​ຄລິດສະຕຽນ

ເພງ​ທີ 159

7. ລາຍງານ​ວຽກ​ຮັບໃຊ້​ປະຈຳ​ປີ

(15 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ.

ຫຼັງ​ຈາກ​ອ່ານ​ຈົດໝາຍ​ຈາກ​ສຳນັກງານ​ສາຂາ​ທີ່​ເວົ້າ​ເຖິງ​ລາຍງານ​ວຽກ​ຮັບໃຊ້​ປະຈຳ​ປີ​ແລ້ວ ໃຫ້​ພີ່ນ້ອງ​ອອກ​ຄວາມ​ຄິດ​ເຫັນ​ໃນ​ເລື່ອງ​ທີ່​ໃຫ້​ກຳລັງ​ໃຈ​ຈາກ​ລາຍງານ​ປີ​ການ​ຮັບໃຊ້ 2024 ຂອງ​ພະຍານ​ພະ​ເຢໂຫວາ​ທົ່ວ​ໂລກ. ສຳພາດ​ພີ່ນ້ອງ​ບາງ​ຄົນ​ທີ່​ເລືອກ​ໄວ້​ເຊິ່ງ​ມີ​ປະສົບການ​ທີ່​ໃຫ້​ກຳລັງ​ໃຈ​ໃນ​ປີ​ການ​ຮັບໃຊ້​ທີ່​ຜ່ານ​ມາ.

8. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 37 ແລະ​ຄຳ​ອະທິດຖານ