ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວັນ​ທີ 20-26 ມັງກອນ

ເພງ​ສັນລະເສີນ 138-139

ວັນ​ທີ 20-26 ມັງກອນ

ເພງ​ທີ 93 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

1. ຢ່າ​ຢ້ານ​ຈົນ​ບໍ່​ກ້າ​ອອກ​ຄວາມ​ຄິດ​ເຫັນ​ຢູ່​ການ​ປະຊຸມ

(10 ນາທີ)

ເຮົາ​ຢາກ​ສັນລະເສີນ​ພະ​ເຢໂຫວາ​ສຸດ​ຫົວໃຈ​ຂອງ​ເຮົາ (ພສ 138:1)

ຖ້າ​ເຈົ້າ​ຮູ້ສຶກ​ຢ້ານ​ຕອນ​ອອກ​ຄວາມ​ຄິດ​ເຫັນ​ຢູ່​ການ​ປະຊຸມ ໃຫ້​ເຈົ້າ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ (ພສ 138:3)

ການ​ທີ່​ເຈົ້າ​ຮູ້ສຶກ​ຢ້ານ​ກໍ​ມີ​ຈຸດ​ດີ​ຄື​ກັນ (ພສ 138:6; ຫ19.01 ໜ້າ 10 ຂໍ້ 10)

ລອງ​ເຮັດ​ເບິ່ງ: ການ​ອອກ​ຄວາມ​ຄິດ​ເຫັນ​ສັ້ນໆ​ກໍ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ຢ້ານ​ຫຼາຍ​ເກີນ​ໄປ.—ຫ23.04 ໜ້າ 21 ຂໍ້ 7

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ພສ 139:21, 22—ຄລິດສະຕຽນ​ຈຳເປັນ​ຕ້ອງ​ໃຫ້​ອະໄພ​ທຸກ​ຄົນ​ບໍ? (w97-SI 1/12 ໜ້າ 19 ຂໍ້ 15)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ເລີ່ມ​ລົມ

(3 ນາທີ) ໃນ​ບ່ອນ​ສາທາລະນະ. (ສດຮ ບົດ​ຮຽນ​ທີ 2 ຈຸດ​ທີ 3)

5. ສອນ​ຄົນ​ໃຫ້​ເປັນ​ລູກສິດ

(4 ນາທີ) ໃນ​ບ່ອນ​ສາທາລະນະ. ຊວນ​ຄົນ​ທີ່​ເຈົ້າ​ລົມ​ນຳ​ຮຽນ​ຄຳພີ​ໄບເບິນ ແລະ​ສາທິດ​ໃຫ້​ລາວ​ເບິ່ງ​ວ່າ​ຮຽນ​ຄຳພີ​ໄບເບິນ​ແນວ​ໃດ. (ສດຮ ບົດ​ຮຽນ​ທີ 10 ຈຸດ​ທີ 3)

6. ບັນລະຍາຍ

(5 ນາທີ) ເລື່ອງ: ຂ້ອຍ​ຈະ​ເຊົາ​ເປັນ​ຄົນ​ຂີ້​ອາຍ​ໄດ້​ແນວ​ໃດ?—ijwyp-SI ບົດ​ຄວາມ 105 (ອສ ບົດ​ຮຽນ​ທີ 16)

ຊີວິດ​ຄລິດສະຕຽນ

ເພງ​ທີ 59

7. ເຈົ້າ​ມີ​ຄວາມ​ສຸກ​ໃນ​ວຽກ​ຮັບໃຊ້​ໄດ້​ເຖິງ​ວ່າ​ຈະ​ເປັນ​ຄົນ​ຂີ້​ອາຍ

(15 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ.

ເຈົ້າ​ເປັນ​ຄົນ​ຂີ້​ອາຍ​ບໍ? ເຈົ້າ​ບໍ່​ມັກ​ເປັນ​ຈຸດ​ສົນໃຈ​ແມ່ນ​ບໍ? ຂະໜາດ​ຄິດ​ຊື່ໆ​ວ່າ​ຈະ​ເວົ້າ​ກັບ​ຄົນ​ອື່ນ ເຈົ້າ​ກໍ​ປຸ້ນ​ທ້ອງ​ປຸ້ນ​ໄສ້​ແລ້ວ​ແມ່ນ​ບໍ? ຫຼາຍ​ເທື່ອ ການ​ເປັນ​ຄົນ​ຂີ້​ອາຍ​ຈະ​ຂັດຂວາງ​ບໍ່​ໃຫ້​ເຮົາ​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ຢາກ​ເຮັດ. ແຕ່​ຫຼາຍ​ຄົນ​ທີ່​ຂີ້​ອາຍ​ກໍ​ສາມາດ​ບອກ​ຄວາມ​ຈິງ​ກັບ​ຄົນ​ອື່ນ​ແລະ​ມີ​ຄວາມ​ສຸກ​ກັບ​ວຽກ​ຮັບໃຊ້​ໄດ້. ເຮົາ​ຮຽນ​ຫຍັງ​ໄດ້​ຈາກ​ປະສົບການ​ຂອງ​ເຂົາເຈົ້າ?

ເປີດ​ວິດີໂອ ໃຫ້​ທັງໝົດ​ກັບ​ພະ​ເຢໂຫວາ​ເຖິງ​ວ່າ​ຈະ​ຂີ້​ອາຍ ແລ້ວ​ຖາມ​ວ່າ:

  • ພີ່ນ້ອງ​ລໍ​ລ່າ ລີ​ໄດ້​ຮັບ​ປະໂຫຍດ​ແນວ​ໃດ​ເມື່ອ​ລາວ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ແມ່​ຕູ້​ຍ່າ​ທີ່​ໃຫ້ “ໃຊ້​ກຳລັງ​ທັງໝົດ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ”?

ຄຳພີ​ໄບເບິນ​ເຮັດ​ໃຫ້​ເຫັນ​ວ່າ​ໂມເຊ ເຢເຣມີຢາ ແລະ​ຕີໂມທຽວ​ອາດ​ຈະ​ເປັນ​ຄົນ​ຂີ້​ອາຍ​ຄື​ກັນ. (ອພຍ 3:11; 4:10; ຢຣມ 1:6-8; 1ຕມ 4:12) ແຕ່​ເຂົາເຈົ້າ​ກໍ​ສາມາດ​ເຮັດ​ສິ່ງ​ທີ່​ຍິ່ງໃຫຍ່​ຫຼາຍ​ຢ່າງ​ໄດ້​ສຳເລັດ​ໃນ​ວຽກ​ຮັບໃຊ້​ພະເຢໂຫວາ​ຍ້ອນ​ເພິ່ນ​ໄດ້​ຊ່ວຍ​ເຂົາເຈົ້າ​ແລະ​ຢູ່​ນຳ​ເຂົາເຈົ້າ. (ອພຍ 4:12; ຢຣມ 20:11; 2ຕມ 1:6-8)

ອ່ານເອຊາຢາ 43:1, 2 ແລ້ວ​ຖາມ​ວ່າ:

  • ພະ​ເຢໂຫວາ​ສັນຍາ​ຫຍັງ​ກັບ​ຜູ້​ທີ່​ນະມັດສະການ​ເພິ່ນ?

ພະ​ເຢໂຫວາ​ຊ່ວຍ​ຄົນ​ຂີ້​ອາຍ​ແນວ​ໃດ​ໃຫ້​ມີ​ຄວາມ​ສຸກ​ກັບ​ວຽກ​ຮັບໃຊ້​ໃນ​ທຸກ​ມື້​ນີ້?

ເປີດ​ວິດີໂອສັ້ນ ການ​ຮັບ​ບັບເຕມາ​ເຮັດ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ ແລ້ວ​ຖາມ​ວ່າ:

  • ພີ່ນ້ອງ​ລໍແລນີ ແຈັກສັນ​ຮູ້​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ໄດ້​ຊ່ວຍ​ແລະ​ໄດ້​ໃຫ້​ພະລັງ​ກັບ​ລາວ​ໃນ​ວຽກ​ປະກາດ​ທີ່​ລາວ​ເຮັດ?

  • ວຽກ​ປະກາດ​ໄດ້​ຊ່ວຍ​ຄົນ​ຂີ້​ອາຍ​ແນວ​ໃດ?

8. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 151 ແລະ​ຄຳ​ອະທິດຖານ