ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

27 ມັງກອນ–2 ກຸມພາ

ເພງ​ສັນລະເສີນ 140-143

27 ມັງກອນ–2 ກຸມພາ

ເພງ​ທີ 44 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

1. ພະຍາຍາມ​ເຮັດ​ທຸກ​ຢ່າງ​ຫຼັງ​ຈາກ​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ

(10 ນາທີ)

ເຕັມໃຈ​ຍອມຮັບ​ຄຳ​ແນະນຳ (ພສ 141:5; ຫ22.02 ໜ້າ 12-13 ຂໍ້ 13-14)

ຄິດ​ຕຶກຕອງ​ເບິ່ງ​ວ່າ​ພະ​ເຢໂຫວາ​ເຄີຍ​ຊ່ວຍ​ເຮົາ​ແນວ​ໃດ ແລະ​ເພິ່ນ​ເຄີຍ​ຊ່ວຍ​ຄົນ​ຂອງ​ເພິ່ນ​ແນວ​ໃດ​ໃນ​ອະດີດ? (ພສ 143:5; w10-SI 15/3 ໜ້າ 32 ຫຍໍ້​ໜ້າ 4)

ພະຍາຍາມ​ເບິ່ງ​ເລື່ອງ​ຕ່າງໆ​ຄື​ກັບ​ທີ່​ພະ​ເຢໂຫວາ​ເບິ່ງ(ພສ 143:10; w15-SI 15/3 ໜ້າ 32 ຫຍໍ້​ໜ້າ 2)

ເພງ​ສັນລະເສີນ​ບົດ 140-143 ດາວິດ​ບໍ່​ໄດ້​ມີ​ແຕ່​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ​ເທົ່າ​ນັ້ນ ແຕ່​ລາວ​ພະຍາຍາມ​ເຮັດ​ທຸກ​ຢ່າງ​ທີ່​ເຮັດ​ໄດ້​ຕາມ​ທີ່​ລາວ​ຂໍ

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ພສ 140:3—ເປັນ​ຫຍັງ​ດາວິດ​ຈຶ່ງ​ບອກ​ວ່າ​ຄຳເວົ້າ​ຂອງ​ຄົນ​ຊົ່ວ​ອັນຕະລາຍ​ຄື​ກັບ​ພິດ​ຂອງ​ງູ? (it-2-E ໜ້າ 1151)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ເລີ່ມ​ລົມ

(4 ນາທີ) ແບບ​ບໍ່​ເປັນ​ທາງ​ການ. ເລີ່ມ​ລົມ​ເລື່ອງ​ຄຳພີ​ໄບເບິນ​ກັບ​ບາງ​ຄົນ​ຫຼັງ​ຈາກ​ທີ່​ເຈົ້າ​ໄດ້​ຊ່ວຍ​ເຫຼືອ​ລາວ​ໃນ​ເລື່ອງ​ໃດ​ເລື່ອງ​ໜຶ່ງ. (ສດຮ ບົດ​ຮຽນ​ທີ 3 ຈຸດ​ທີ 5)

5. ຕິດຕາມ

(3 ນາທີ) ໃນ​ບ່ອນ​ສາທາລະນະ. ຄົນ​ທີ່​ເຈົ້າ​ລົມ​ນຳ​ບອກ​ວ່າ​ບໍ່​ມີ​ເວລາ. (ສດຮ ບົດ​ຮຽນ​ທີ 7 ຈຸດ​ທີ 3)

6. ອະທິບາຍ​ຄວາມ​ເຊື່ອ​ຂອງ​ເຈົ້າ

(5 ນາທີ) ສາທິດ. ເລື່ອງ: ເປັນ​ຫຍັງ​ພວກ​ເຈົ້າ​ບໍ່​ຮັບ​ການ​ຖ່າຍ​ເລືອດ?—ijwfq-SI ບົດ​ຄວາມ 21. (ອສ ບົດ​ຮຽນ​ທີ 7)

ຊີວິດ​ຄລິດສະຕຽນ

ເພງ​ທີ 141

7. ກຽມ​ໂຕ​ໃຫ້​ພ້ອມ​ກ່ອນ​ຈະ​ໄດ້​ຮັບ​ການ​ປິ່ນປົວ​ທາງ​ການ​ແພດ​ຫຼື​ຜ່າ​ຕັດ

(15 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ.

ພະ​ເຢໂຫວາ​ສັນຍາ​ວ່າ​ຈະ “ຊ່ວຍ​ພວກ​ເຮົາ​ສະເໝີ​ຕອນ​ທີ່​ພວກ​ເຮົາ​ທຸກຍາກ​ລຳບາກ.” (ພສ 46:1) ຖ້າ​ເຮົາ​ຕ້ອງ​ໄດ້​ຮັບ​ການ​ປິ່ນປົວ​ທາງ​ການ​ແພດ​ຫຼື​ການ​ຜ່າ​ຕັດ ເຮົາ​ອາດ​ຈະ​ອຸກໃຈ​ຫຼາຍ. ແຕ່​ພະ​ເຢໂຫວາ​ໄດ້​ຊ່ວຍ​ໃຫ້​ເຮົາ​ມີ​ສິ່ງ​ທີ່​ຈຳເປັນ​ເພື່ອ​ຈະ​ກຽມ​ໂຕ​ກ່ອນ​ຈະ​ຮອດ​ມື້​ນັ້ນ. ຕົວຢ່າງ​ເຊັ່ນ ອົງການ​ໄດ້​ຈັດ​ໃຫ້​ມີ​ໃບ​ມອບ​ສິດ​ແລະ​ການ​ສະແດງ​ຈຸດປະສົງ​ກ່ຽວກັບ​ການ​ປິ່ນປົວ​ທາງ​ການ​ແພດ (DPA) ແລະ​ບັດ​ປະຈຳ​ຕົວ a ແລະ​ເອກະສານ​ທາງ​ການ​ແພດ​ອື່ນໆ b ເຊິ່ງ​ລວມ​ເຖິງ​ຄະນະ​ກຳມະການ​ປະສານ​ງານ​ກັບ​ໂຮງໝໍ (ຄປຮ). ການ​ຈັດ​ກຽມ​ເຫຼົ່າ​ນີ້​ຊ່ວຍ​ພວກ​ເຮົາ​ໃຫ້​ເຮັດ​ຕາມ​ກົດໝາຍ​ຂອງ​ພະເຈົ້າ​ໃນ​ເລື່ອງ​ເລືອດ.—ກຈກ 15:28, 29

ເປີດ​ວິດີໂອ ເຈົ້າ​ກຽມ​ພ້ອມ​ແລ້ວ​ບໍ​ຖ້າ​ຕ້ອງ​ໄດ້​ຮັບ​ການ​ຮັກສາ​ພະຍາບານ? ແລ້ວ​ຖາມ​ວ່າ:

  • ບາງ​ຄົນ​ໄດ້​ປະໂຫຍດ​ແນວ​ໃດ​ເມື່ອ​ຂຽນ​ຟອມ​ໃບ​ມອບ​ສິດ​ແລະ​ການ​ສະແດງ​ຈຸດປະສົງ​ກ່ຽວກັບ​ການ​ປິ່ນປົວ​ທາງ​ການ​ແພດ?

  • ບາງ​ຄົນ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່​ຈາກ​ເອກະສານ​ຂໍ້ມູນ​ສຳລັບ​ຜູ້​ຍິງ​ຖືພາ (S-401)?

  • ເປັນ​ຫຍັງ​ຈຶ່ງ​ດີ​ທີ່​ສຸດ​ທີ່​ຈະ​ຕິດຕໍ່​ກັບ ຄປຮ ໃຫ້​ໄວ​ທີ່​ສຸດ​ເທົ່າ​ທີ່​ຈະ​ໄວ​ໄດ້​ເມື່ອ​ຮູ້​ວ່າ​ເຈົ້າ​ຕ້ອງ​ນອນ​ໂຮງໝໍ ຜ່າ​ຕັດ ຫຼື​ຮັບ​ການ​ປິ່ນປົວ​ອື່ນໆ​ເຊັ່ນ ການ​ປິ່ນປົວ​ມະເຮັງ ເຖິງ​ວ່າ​ອາດ​ຈະ​ບໍ່​ກ່ຽວ​ຂ້ອງ​ກັບ​ການ​ໃສ່​ເລືອດ​ກໍ​ຕາມ?

8. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 103 ແລະ​ຄຳ​ອະທິດຖານ

a ຜູ້ປະກາດ​ທີ່​ຮັບ​ບັບເຕມາ​ແລ້ວ​ສາມາດ​ຂໍ​ໃບມອບສິດ​ແລະ​ການ​ສະແດງ​ຈຸດປະສົງ​ກ່ຽວກັບ​ການ​ປິ່ນປົວ​ທາງ​ການ​ແພດ (DPA) ສຳລັບ​ໂຕເອງ ແລະ​ຂໍ​ແບບຟອມ​ບັດ​ປະຈຳ​ຕົວ (ic)ສຳລັບ​ລູກ​ທີ່​ຍັງ​ບໍ່​ບັນລຸ​ນິຕິພາວະ​ໄດ້​ຈາກ​ຜູ້​ຮັບໃຊ້​ໜັງສື.

b ເຈົ້າ​ສາມາດ​ຂໍ​ເອກະສານ​ຂໍ້ມູນ​ສຳລັບ​ຜູ້​ຍິງ​ຖືພາ (S-401) ຂໍ້ມູນ​ສຳລັບ​ຜູ້​ທີ່​ຈະ​ຜ່າ​ຕັດ​ຫຼື​ເຮັດ​ເຄມີ​ບຳບັດ (S-407) ແລະ​ຂໍ້ມູນ​ສຳລັບ​ພໍ່​ແມ່​ທີ່​ລູກ​ຕ້ອງ​ເຂົ້າ​ປິ່ນປົວ​ທາງ​ການ​ແພດ (S-55) ກັບ​ຜູ້​ເບິ່ງແຍງ​ໄດ້​ເມື່ອ​ຈຳເປັນ.