ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວັນ​ທີ 3-9 ກຸມພາ

ເພງ​ສັນລະເສີນ 144-146

ວັນ​ທີ 3-9 ກຸມພາ

ເພງ​ທີ 145 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

1. “ຄົນ​ທີ່​ມີ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ກໍ​ມີ​ຄວາມ​ສຸກ”

(10 ນາທີ)

ພະ​ເຢໂຫວາ​ອວຍພອນ​ຄົນ​ທີ່​ເພິ່ງ​ເພິ່ນ (ພສ 144:11-15; w18.04-SI ໜ້າ 32 ຫຍໍ້​ໜ້າ 3-4)

ເຮົາ​ມີ​ຄວາມ​ສຸກ​ຍ້ອນ​ເຮົາ​ມີ​ຄວາມ​ຫວັງ (ພສ 146:5; ຫ22.10 ໜ້າ 28 ຂໍ້ 16-17)

ຄົນ​ທີ່​ມີ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ຈະ​ມີ​ຄວາມ​ສຸກ​ຕະຫຼອດ​ໄປ (ພສ 146:10; ຫ18.01 ໜ້າ 26 ຂໍ້ 19-20)

ເມື່ອ​ເຮົາ​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່ເຮົາ​ຍັງ​ມີ​ຄວາມ​ສຸກ​ເຖິງ​ວ່າ​ຈະ​ເຈິ​ກັບ​ບັນຫາ​ຫຼາຍ​ຢ່າງ​ກໍ​ຕາມ

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ພສ 145:15, 16—ຈາກ​ຂໍ້​ຄຳພີ​ເຫຼົ່າ​ນີ້ ເຮົາ​ຄວນ​ປະຕິບັດ​ກັບ​ສັດ​ແນວ​ໃດ? (it-1-E ໜ້າ 111 ຫຍໍ້​ໜ້າ 9)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ເລີ່ມ​ລົມ

(4 ນາທີ) ຕາມ​ບ້ານ​ເຮືອນ. ຄົນ​ທີ່​ເຈົ້າ​ລົມ​ນຳ​ບອກ​ວ່າ​ລາວ​ເປັນ​ນັກສຶກສາ​ຢູ່​ມະຫາວິທະຍາໄລ. (ສດຮ ບົດ​ຮຽນ​ທີ 1 ຈຸດ​ທີ 5)

5. ຕິດຕາມ

(4 ນາທີ) ແບບ​ບໍ່​ເປັນ​ທາງ​ການ. ລົມ​ກັນ​ກ່ຽວກັບ​ວິດີໂອ​ຈາກ​ກ່ອງ​ເຄື່ອງມື​ການ​ສອນ. (ສດຮ ບົດ​ຮຽນ​ທີ 7 ຈຸດ​ທີ 4)

6. ບັນລະຍາຍ

(4 ນາທີ) ເລື່ອງ: ເມຍ​ຄວນ​ນັບຖື​ຜົວ​ຈາກ​ໃຈ.—ສດຮ ພາກ​ຜະໜວກກ ຈຸດ​ທີ 7. (ອສ ບົດ​ຮຽນ​ທີ 1)

ຊີວິດ​ຄລິດສະຕຽນ

ເພງ​ທີ 59

7. ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ

(10 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ.

ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ສຸກ. (1ຕມ 1:11) ເພິ່ນ​ໃຫ້​ຂອງຂວັນ​ທີ່​ດີໆ​ຫຼາຍ​ຢ່າງ​ກັບ​ເຮົາ​ເຊິ່ງ​ເຮັດ​ໃຫ້​ເຫັນ​ວ່າ​ເພິ່ນ​ຮັກ​ເຮົາ​ຫຼາຍ​ແທ້ໆ​ແລະ​ຢາກ​ໃຫ້​ເຮົາ​ມີ​ຄວາມ​ສຸກ. (ປຍຈ 3:12, 13) ໃຫ້​ເຮົາ​ມາ​ເບິ່ງ​ຂອງຂວັນ 2 ຢ່າງ​ນຳ​ກັນ​ຄື ອາຫານ​ແລະ​ສຽງ.

ເປີດ​ວິດີໂອ ສິ່ງ​ທີ່​ພະ​ເຢໂຫວາ​ສ້າງ​ໃຫ້​ຫຼັກຖານ​ວ່າ​ພະອົງ​ຢາກ​ໃຫ້​ເຮົາ​ມີ​ຄວາມ​ສຸກ—ອາຫານ​ທີ່​ແຊບໆ​ແລະ​ສຽງ​ທີ່​ມ່ວນໆ ແລ້ວ​ຖາມ​ວ່າ:

  • ຄວາມ​ສາມາດ​ທີ່​ຈະ​ຮັບ​ລົດ​ຊາດ​ແລະ​ໄດ້​ຍິນ​ເຮັດ​ໃຫ້​ເຈົ້າ​ໝັ້ນໃຈ​ແນວ​ໃດ​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ?

ອ່ານເພງ​ສັນລະເສີນ 32:8 ແລ້ວ​ຖາມ​ວ່າ:

  • ການ​ຮູ້​ວ່າ​ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ມີ​ຄວາມ​ສຸກ​ຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ຢາກ​ຟັງ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ແລະ​ອົງການ?

8. ຄວາມ​ຈຳເປັນ​ຂອງ​ປະຊາຄົມ

(5 ນາທີ)

9. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 85 ແລະ​ຄຳ​ອະທິດຖານ