ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວັນ​ທີ 6-12 ມັງກອນ

ເພງ​ສັນລະເສີນ 127-134

ວັນ​ທີ 6-12 ມັງກອນ

ເພງ​ທີ 134 ແລະ​ຄຳ​ອະທິດຖານ | ຄຳນຳ​ເປີດ​ການ​ປະຊຸມ (1 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳສອນ​ຂອງ​ພະເຈົ້າ

1. ພໍ່​ແມ່​ເອີ້ຍ ໃຫ້​ເບິ່ງແຍງ​ລູກ​ຂອງ​ເຈົ້າ​ທີ່​ເປັນ​ມໍລະດົກ​ຕໍ່ໆ​ໄປ

(10 ນາທີ)

ພໍ່​ແມ່​ສາມາດ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້​ເບິ່ງແຍງ​ຄວາມ​ຈຳເປັນ​ຂອງ​ຄອບຄົວ​ໄດ້ (ພສ 127:1, 2)

ລູກ​ເປັນ​ຂອງຂວັນ​ທີ່​ມີ​ຄ່າ​ຈາກ​ພະ​ເຢໂຫວາ (ພສ 127:3; ຫ21.08 ໜ້າ 5 ຂໍ້ 9)

ຝຶກ​ອົບຮົມ​ລູກ​ຕາມ​ຄວາມ​ຈຳເປັນ​ຂອງ​ແຕ່​ລະ​ຄົນ(ພສ 127:4; ຫ19.12 ໜ້າ 27 ຂໍ້ 20)

ພະ​ເຢໂຫວາ​ດີ​ໃຈ​ຫຼາຍ​ເມື່ອ​ພໍ່​ແມ່​ເພິ່ງ​ເພິ່ນ​ແລະ​ເຮັດ​ສຸດ​ຄວາມ​ສາມາດ​ໃນ​ການ​ເບິ່ງແຍງ​ລູກ​ຂອງ​ເຂົາເຈົ້າ

2. ຄວາມ​ຮູ້​ທີ່​ມີ​ຄ່າ​ຈາກ​ພະເຈົ້າ

(10 ນາທີ)

  • ພສ 128:3—ເປັນ​ຫຍັງ​ຜູ້​ຂຽນ​ປຶ້ມ​ເພງ​ສັນລະເສີນ​ຈຶ່ງ​ປຽບທຽບ​ລູກ​ຊາຍ​ເປັນ​ຄື​ກັບ​ຍອດ​ຫຼື​ໜໍ່​ຂອງ​ຕົ້ນ​ໝາກກອກ? (w00-SI 15/5 ໜ້າ 27 ຫຍໍ້​ໜ້າ 3-5)

  • ເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້?

3. ການ​ອ່ານ​ຄຳພີ​ໄບເບິນ

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

4. ເລີ່ມ​ລົມ

(3 ນາທີ) ແບບ​ບໍ່​ເປັນ​ທາງ​ການ. (ສດຮ ບົດ​ຮຽນ​ທີ 1 ຈຸດ​ທີ 3)

5. ເລີ່ມ​ລົມ

(4 ນາທີ) ແບບ​ບໍ່​ເປັນ​ທາງ​ການ. ຄົນ​ທີ່​ເຈົ້າ​ລົມ​ນຳ​ເວົ້າ​ເລື່ອງ​ຄວາມ​ເຊື່ອ​ຂອງ​ລາວ​ທີ່​ຂັດ​ກັບ​ຄຳສອນ​ໃນ​ຄຳພີ​ໄບເບິນ. (ສດຮ ບົດ​ຮຽນ​ທີ 5 ຈຸດ​ທີ 4)

6. ສອນ​ຄົນ​ໃຫ້​ເປັນ​ລູກສິດ

(5 ນາທີ) ຊສຕ ບົດ​ທີ 16 ຂໍ້ 4-5. ບອກ​ນັກສຶກສາ​ວ່າ​ເຈົ້າ​ຈະ​ບໍ່​ຢູ່ ແລະ​ລົມ​ກັນ​ວ່າ​ໄລຍະ​ນັ້ນ​ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ລາວ​ຍັງ​ໄດ້​ສຶກສາ​ຢູ່ (ສດຮ ບົດ​ຮຽນ​ທີ 10 ຈຸດ​ທີ 4)

ຊີວິດ​ຄລິດສະຕຽນ

ເພງ​ທີ 13

7. ພໍ່​ແມ່​ເອີ້ຍ ເຈົ້າ​ໄດ້​ໃຊ້​ເຄື່ອງມື​ທີ່​ໄດ້​ຜົນ​ດີ​ນີ້​ສອນ​ລູກ​ແລ້ວ​ບໍ?

(15 ນາທີ) ບັນລະຍາຍ​ແລະ​ຖາມ​ຄວາມ​ຄິດ​ເຫັນ.

ອົງການ​ຂອງ​ພະ​ເຢໂຫວາ​ໄດ້​ຜະລິດ​ສື່​ແລະ​ສິ່ງພິມ​ຕ່າງໆ​ບັກ​ຫຼາຍໆ​ເພື່ອ​ຊ່ວຍ​ພໍ່​ແມ່​ໃຫ້​ສອນ​ລູກ​ເລື່ອງ​ພະ​ເຢໂຫວາ. ແຕ່​ເຄື່ອງມື​ໜຶ່ງ​ທີ່​ໄດ້​ຜົນ​ດີ​ທີ່​ສຸດ​ໃນ​ການ​ສອນ​ລູກ​ກໍ​ແມ່ນ​ຕົວຢ່າງ​ທີ່​ດີ​ຂອງ​ພໍ່​ແມ່.—ພບຍ 6:5-9

ພະ​ເຢຊູ​ໃຊ້​ວິທີ​ນີ້​ທີ່​ເປັນ​ເຄື່ອງມື​ທີ່​ດີ​ທີ່​ສຸດ​ໃນ​ການ​ສອນ​ລູກສິດ​ຂອງ​ເພິ່ນ.

ອ່ານ ໂຢຮັນ 13:13-15 ແລ້ວ​ຖາມ​ວ່າ:

  • ເຈົ້າ​ຄິດ​ວ່າ​ເປັນ​ຫຍັງ​ການ​ທີ່​ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ເປັນ​ຕົວຢ່າງ​ຈຶ່ງ​ໄດ້​ຜົນ​ດີ?

ພໍ່​ແມ່​ເອີ້ຍ ເຈົ້າ​ສາມາດ​ເຮັດ​ໃຫ້​ລູກ​ເຫັນ​ວ່າ​ສິ່ງ​ທີ່​ເຈົ້າ​ສອນ​ເປັນ​ປະໂຫຍດ​ຕໍ່​ເຂົາເຈົ້າ. ເມື່ອ​ເຈົ້າ​ເປັນ​ຕົວຢ່າງ​ທີ່​ດີ ລູກ​ຂອງ​ເຈົ້າ​ກໍ​ຈະ​ຢາກ​ຟັງ​ຄວາມ​ເຈົ້າ​ແລະ​ເຮັດ​ຕາມ​ສິ່ງ​ທີ່​ເຈົ້າ​ສອນ.

ເປີດ​ວິດີໂອ ສອນ​ລູກ​ໂດຍ​ການ​ວາງ​ຕົວຢ່າງ ແລ້ວ​ຖາມ​ວ່າ:

  • ຄູ່​ພີ່ນ້ອງ​ກາເຊຍ​ໄດ້​ສອນ​ບົດ​ຮຽນ​ທີ່​ສຳຄັນ​ຫຍັງ​ໃຫ້​ພວກ​ລູກ​ສາວ​ຂອງ​ເຂົາເຈົ້າ?

  • ວິດີໂອ​ນີ້​ກະຕຸ້ນ​ເຈົ້າ​ແນວ​ໃດ​ໃຫ້​ເປັນ​ຕົວຢ່າງ​ທີ່​ດີ​ໃຫ້​ລູກ?

8. ການ​ສຶກສາ​ຄຳພີ​ໄບເບິນ​ປະຈຳ​ປະຊາຄົມ

ສະຫຼຸບ​ແລະ​ປິດ​ການ​ປະຊຸມ (3 ນາທີ) | ເພງ​ທີ 73 ແລະ​ຄຳ​ອະທິດຖານ