ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ | ຄາລາຊີ 4-6

“ພາບ​ປຽບ​ທຽບ” ນີ້​ມີ​ຄວາມ​ໝາຍ​ແນວ​ໃດ​ສຳລັບ​ເຮົາ?

“ພາບ​ປຽບ​ທຽບ” ນີ້​ມີ​ຄວາມ​ໝາຍ​ແນວ​ໃດ​ສຳລັບ​ເຮົາ?

4:24-31

ອັກຄະສາວົກ​ໂປໂລ​ໃຊ້ “ພາບ​ປຽບ​ທຽບ” ນີ້​ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ​ສັນຍາ​ໃໝ່​ດີ​ກວ່າ​ສັນຍາ​ແຫ່ງ​ພະ​ບັນຍັດ. ຍ້ອນ​ການ​ເບິ່ງ​ແຍງ​ດ້ວຍ​ຄວາມ​ຮັກ​ຂອງ​ພະ​ຄລິດ​ແລະ​ຜູ້​ຮັບ​ມໍລະດົກ​ຮ່ວມ​ກັບ​ເພິ່ນ ມະນຸດ​ທຸກ​ຄົນ​ຈຶ່ງ​ມີ​ໂອກາດ​ເປັນ​ອິດ​ສະຫຼະ​ຈາກ​ບາບ ຄວາມ​ບໍ່​ສົມບູນ​ແບບ ຄວາມ​ໂສກ​ເສົ້າ ແລະ​ຄວາມ​ຕາຍ.—ເອຊາ. 25:8, 9

 

ນາງ​ອາຄາດ​ຜູ້​ທີ່​ເປັນ​ທາດ​ຮັບໃຊ້

ຊາດ​ອິດສະລາແອນ​ຕາມ​ສາຍ​ເລືອດ​ທີ່​ຢູ່​ພາຍ​ໃຕ້​ສັນຍາ​ແຫ່ງ​ພະບັນຍັດ ເຊິ່ງ​ມີ​ເຢຣຶຊາເລມ​ເປັນ​ນະຄອນ​ຫຼວງ.

ນາງ​ຊາລາ​ຜູ້​ທີ່​ເປັນ​ອິດ​ສະຫຼະ

ເຢຣຶຊາເລມ​ທີ່​ຢູ່​ທາງ​ເທິງ​ແມ່ນ​ອົງການ​ຂອງ​ພະ​ເຢໂຫວາ​ທີ່​ຢູ່​ເທິງ​ສະຫວັນ

“ລູກ” ຂອງ​ນາງ​ອາຄາດ

ຊາວ​ຢິວ (ທີ່​ມີ​ສາຍ​ສຳພັນ​ກັບ​ພະ​ເຢໂຫວາ​ໂດຍ​ທາງ​ສັນຍາ​ແຫ່ງ​ພະບັນຍັດ) ຂົ່ມເຫງ​ແລະ​ປະຕິເສດ​ພະ​ເຍຊູ

“ລູກ” ຂອງ​ນາງ​ຊາລາ

ພະ​ຄລິດ​ກັບ​ຄລິດສະຕຽນ​ຜູ້​ຖືກ​ເຈີມ 144.000 ຄົນ

ການ​ເປັນ​ທາດ​ສັນຍາ​ແຫ່ງ​ພະບັນຍັດ

ພະບັນຍັດ​ຂອງ​ໂມເຊ​ເຕືອນ​ຊາວອິດສະລາແອນ​ຕາມ​ສາຍ​ເລືອດ​ໃຫ້​ຮູ້​ວ່າ​ພວກ​ເຂົາ​ເປັນ​ທາດ​ຂອງ​ບາບ

ສັນຍາ​ໃໝ່​ທີ່​ເຮັດ​ໃຫ້​ເປັນ​ອິດ​ສະຫຼະ

ຄວາມ​ເຊື່ອ​ໃນ​ຄ່າໄຖ່​ຂອງ​ພະ​ຄລິດ​ເຮັດ​ໃຫ້​ເປັນ​ອິດ​ສະຫຼະ​ຈາກ​ບາບ