ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວັນ​ທີ 24-30 ມິຖຸນາ

ເລືອກ​ຄວາມ​ບັນເທີງ​ຢ່າງ​ສະຫຼາດ

ເລືອກ​ຄວາມ​ບັນເທີງ​ຢ່າງ​ສະຫຼາດ

ເປັນ​ຫຍັງ​ເຮົາ​ຕ້ອງ​ເລືອກ​ຄວາມ​ບັນເທີງ​ຢ່າງ​ສະຫຼາດ? ເພາະ​ວ່າ​ເມື່ອ​ເຮົາ​ເລືອກ​ເບິ່ງ​ໜັງ ຟັງ​ເພງ ເບິ່ງ​ເວັບໄຊ ອ່ານ​ປຶ້ມ ຫຼື​ຫຼິ້ນ​ເກມ ເຮົາ​ກໍ​ກຳລັງ​ເອົາ​ຂໍ້​ມູນ​ເຂົ້າ​ໄປ​ໃນ​ຄວາມ​ຄິດ​ຈິດ​ໃຈ​ຂອງ​ເຮົາ. ການ​ເລືອກ​ຂອງ​ເຮົາ​ມີ​ຜົນ​ກະທົບ​ຕໍ່​ນິດໄສ​ແລະ​ການ​ກະທຳ​ຂອງ​ເຮົາ. ຄວາມ​ບັນເທີງ​ສ່ວນ​ຫຼາຍ​ໃນ​ທຸກ​ມື້​ນີ້​ມີ​ສິ່ງ​ທີ່​ພະ​ເຢໂຫວາ​ກຽດ​ຊັງ​ປົນ​ຢູ່​ນຳ. (ເພງ. 11:5; ຄລາ. 5:19-21) ດ້ວຍ​ເຫດ​ນີ້ ຄຳພີ​ໄບເບິນ​ຈຶ່ງ​ກະຕຸ້ນ​ເຮົາ​ໃຫ້​ເຮັດ​ສິ່ງ​ທີ່​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ກຽດ.—ຟີລິບ 4:8

ເບິ່ງ​ວິດີໂອ ຂ້ອຍ​ຄວນ​ເລືອກ​ຄວາມ​ບັນເທີງ​ແບບ​ໃດ? ຈາກ​ນັ້ນ ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເກມ​ການ​ຕໍ່​ສູ້​ທີ່​ໂຫດ​ຮ້າຍ​ໃນ​ສະໄໝ​ໂລມ​ບູຮານ​ຄ້າຍ​ຄື​ກັບ​ຄວາມ​ບັນເທີງ​ໃນ​ທຸກ​ມື້​ນີ້​ແນວ​ໃດ?

  • ພີ່​ນ້ອງ​ໃນ​ປະຊາຄົມ​ຈະ​ຊ່ວຍ​ເດັກ​ນ້ອຍ​ແລະ​ໄວລຸ້ນ​ໃຫ້​ເລືອກ​ຄວາມ​ບັນເທີງ​ຢ່າງ​ສະຫຼາດ​ໄດ້​ແນວ​ໃດ?

  • ເຮົາ​ຈະ​ໃຊ້​ຫຼັກ​ການ​ໃນ​ໂລມ 12:9 ແນວ​ໃດ​ເມື່ອ​ເລືອກ​ຄວາມ​ບັນເທີງ?

  • ມີ​ຄວາມ​ບັນເທີງ​ທີ່​ດີ​ແບບ​ໃດ​ແດ່​ທີ່​ເຮົາ​ສາມາດ​ເຮັດ​ໄດ້?