ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ທີ່​ເຈົ້າ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ | ເພີ່ມ​ຄວາມ​ສຸກ​ໃນ​ວຽກ​ຮັບໃຊ້

ເພີ່ມຄວາມສຸກໃນວຽກຮັບໃຊ້—ໃຊ້ຄຳພີໄບເບິນ

ເພີ່ມຄວາມສຸກໃນວຽກຮັບໃຊ້—ໃຊ້ຄຳພີໄບເບິນ

ຄຳພີ​ໄບເບິນ​ມີ​ພະລັງ! (ຮຣ 4:12) ແມ່ນ​ແຕ່​ຄົນ​ທີ່​ບໍ່​ຮູ້ຈັກ​ພະເຈົ້າ​ກໍ​ອາດ​ປະທັບ​ໃຈ​ຄຳ​ສອນ​ໃນ​ຄຳພີ​ໄບເບິນ. (1ທຊ 1:9; 2:13) ເຮົາ​ມີ​ຄວາມ​ສຸກ​ຫຼາຍ​ເມື່ອ​ບາງ​ຄົນ​ຕື່ນ​ເຕັ້ນ​ກັບ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ທີ່​ເຮົາ​ບອກ​ລາວ.

ເບິ່ງ​ວິດີໂອ​ມີ​ຄວາມ​ສຸກ​ໃນ​ການ​ສອນ​ຄົນ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ—ປັບ​ປຸງ​ຄວາມ​ສາມາດ​ຂອງ​ເຈົ້າ—ໃຊ້​ພະລັງ​ໃນ​ຖ້ອຍຄຳ​ຂອງ​ພະເຈົ້າ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ນີຕ້າ​ໃຊ້​ພະລັງ​ໃນ​ຄຳພີ​ໄບເບິນ​ແນວ​ໃດ​ເມື່ອ​ລາວ​ຊວນ​ເຈດີ້​ໃຫ້​ເບິ່ງ​ເລື່ອງ​ນັ້ນ​ໃນ​ຄຳພີ​ໄບເບິນ?

  • ນີຕ້າ​ໃຊ້​ພະລັງ​ໃນ​ຄຳພີ​ໄບເບິນ​ແນວ​ໃດ​ເມື່ອ​ລາວ​ຂໍ​ໃຫ້​ເຈດີ້​ອ່ານ​ອອກ​ສຽງ​ແລ້ວ​ເນັ້ນ​ຈຸດ​ສຳຄັນ​ໃນ​ຂໍ້​ນັ້ນ?

  • ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ເຈດີ້​ປະທັບ​ໃຈ​ຂໍ້​ຄຳພີ​ນັ້ນ ແລະ​ເຈົ້າ​ຄິດ​ວ່າ​ນີຕ້າ​ຮູ້ສຶກ​ແນວ​ໃດ?