ຊີວິດຄລິດສະຕຽນ
ເຈົ້າກຽມໂຕສຳລັບການປະຊຸມອະນຸສອນແລ້ວບໍ?
ການສະຫຼອງປັດສະຄາຄັ້ງສຸດທ້າຍຂອງພະເຢຊູມີຄວາມສຳຄັນຫຼາຍ. ຍ້ອນການຕາຍຂອງເພິ່ນໃກ້ເຂົ້າມາແລ້ວ ເພິ່ນຈຶ່ງຕັ້ງໃຈຈະກິນອາຫານປັດສະຄາກັບພວກອັກຄະສາວົກແລະຕັ້ງການສະຫຼອງແບບໃໝ່ທີ່ຕ້ອງສະຫຼອງທຸກປີເຊິ່ງກໍຄື ການສະຫຼອງອາຫານແລງຂອງພະຄລິດ. ເພິ່ນຈຶ່ງສົ່ງເປໂຕກັບໂຢຮັນໄປກຽມຫ້ອງທີ່ຈະໃຊ້ສະຫຼອງ. (ລກ 22:7-13; ເບິ່ງຮູບໜ້າປົກ) ນີ້ເຕືອນເຮົາໃຫ້ກຽມໂຕສຳລັບການປະຊຸມອະນຸສອນໃນວັນທີ 27 ມີນາ. ປະຊາຄົມຕ່າງໆຈະກຽມຜູ້ບັນຍາຍ ເຂົ້າຈີ່ແລະເຫຼົ້າແວງ ແລະອື່ນໆ. ແຕ່ເຮົາຈະກຽມໂຕໃຫ້ພ້ອມສຳລັບການປະຊຸມອະນຸສອນໄດ້ແນວໃດ?
ກຽມຫົວໃຈຂອງເຈົ້າ. ອ່ານແລະຄິດຕຶກຕອງຂໍ້ຄຳພີໃນໄລຍະການປະຊຸມອະນຸສອນ. ຂໍ້ຄຳພີເຫຼົ່ານັ້ນຢູ່ໃນປຶ້ມການພິຈາລະນາຂໍ້ພະຄຳພີປະຈຳວັນ. ພາກຜະໜວກ ຂ12 ໃນພະຄຳພີສະບັບແປໂລກໃໝ່ມີຕາຕະລາງທີ່ໃຫ້ລາຍລະອຽດຫຼາຍຂຶ້ນ (ບໍ່ມີໃນພາສາລາວ). (ເບິ່ງຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ ເມສາ 2020.) ແຕ່ລະຄອບຄົວສາມາດຊອກຂໍ້ມູນເພີ່ມເຕີມກ່ຽວກັບຄວາມສຳຄັນຂອງຄ່າໄຖ່ເພື່ອໃຊ້ໃນການນະມັດສະການປະຈຳຄອບຄົວໂດຍຊອກໃນດັດຊະນີສັບພະໜັງສືຂອງວັອດສ໌ທາວເວີ້ (ພາສາອັງກິດ) ຫຼືຄູ່ມືຄົ້ນຄວ້າສຳລັບພະຍານພະເຢໂຫວາ.
ເຊີນຄົນອື່ນເຂົ້າຮ່ວມປະຊຸມ. ມີສ່ວນຮ່ວມຢ່າງເຕັມທີ່ໃນໂຄງການພິເສດເພື່ອຢາຍໃບເຊີນ. ຄິດເຖິງຄົນທີ່ເຈົ້າຈະເຊີນໄດ້ ເຊັ່ນຄົນທີ່ເຈົ້າກັບໄປຢາມ ຄົນທີ່ເຄີຍສຶກສາຄຳພີໄບເບິນ ຄົນຮູ້ຈັກ ແລະຍາດພີ່ນ້ອງ. ຜູ້ດູແລຄວນເຊີນຄົນທີ່ເຊົາປະຊຸມເຊົາປະກາດນຳ. ຂໍໃຫ້ຈື່ໄວ້ວ່າຖ້າຄົນທີ່ເຈົ້າເຊີນບໍ່ໄດ້ຢູ່ໃນເຂດຂອງເຈົ້າ ເຈົ້າສາມາດຊ່ວຍລາວຊອກເວລາແລະບ່ອນປະຊຸມທີ່ຢູ່ໃກ້ເຮືອນລາວໂດຍກົດປ່ອງກ່ຽວກັບເຮົາທີ່ຢູ່ໜ້າຫຼັກຂອງເວັບໄຊ jw.org/lo ແລ້ວເລືອກ “ການປະຊຸມອະນຸສອນ.”
ເຮົາຈະກຽມໂຕແນວໃດໄດ້ອີກ?