ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ທີ່​ມີ​ຄ່າ​ຈາກ​ຄຳ​ສອນ​ຂອງ​ພະເຈົ້າ

ເປັນຫຍັງຕ້ອງຫຼີກລ່ຽງນິດໄສມັກຈົ່ມ?

ເປັນຫຍັງຕ້ອງຫຼີກລ່ຽງນິດໄສມັກຈົ່ມ?

ນິດໄສ​ມັກ​ຈົ່ມ​ເຮັດ​ໃຫ້​ພະ​ເຢໂຫວາ​ບໍ່​ພໍ​ໃຈ (ຈົດເຊັນ 11:1; w​01-SI 15/6 ໜ້າ 17 ຂໍ້ 20)

ນິດໄສ​ມັກ​ຈົ່ມ​ສະແດງ​ເຖິງ​ຄວາມ​ເຫັນ​ແກ່​ໂຕ​ແລະ​ບໍ່​ເຫັນ​ຄ່າ​ການ​ຈັດ​ກຽມ​ຂອງ​ພະ​ເຢໂຫວາ (ຈົດເຊັນ 11:4-6; w​06-SI 15/7 ໜ້າ 15 ຂໍ້ 7)

ນິດໄສ​ມັກ​ຈົ່ມ​ເຮັດ​ໃຫ້​ຄົນ​ອື່ນ​ທໍ້​ໃຈ (ຈົດເຊັນ 11:10-15; it-2-E ໜ້າ 719 ຫຍໍ້​ໜ້າ 4)

ເຖິງ​ວ່າ​ຄົນ​ອິດສະຣາເອນ​ຈະ​ມີ​ຊີວິດ​ທີ່​ຍາກ​ລຳບາກ​ຫຼາຍ​ປີ​ໃນ​ບ່ອນ​ທຸລະກັນດານ ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ມີ​ຫຼາຍ​ເຫດຜົນ​ທີ່​ຕ້ອງ​ສະແດງ​ຄວາມ​ຂອບໃຈ. ຖ້າ​ເຮົາ​ຄິດ​ເຖິງ​ສິ່ງ​ດີໆທີ່​ເຮົາ​ໄດ້​ຮັບ​ເປັນ​ປະຈຳ ມັນ​ກໍ​ຈະ​ຊ່ວຍ​ເຮົາ​ໃຫ້​ຫຼີກ​ລ່ຽງ​ນິດໄສ​ມັກ​ຈົ່ມ.