ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ໃຜແມ່ນໝູ່ຂອງເຈົ້າໃນສື່ສັງຄົມອອນລາຍ?

ໃຜແມ່ນໝູ່ຂອງເຈົ້າໃນສື່ສັງຄົມອອນລາຍ?

ຄຳ​ວ່າ​ໝູ່​ໝາຍ​ເຖິງ “ຄົນ​ທີ່​ຮັກ​ແລະ​ສະໜິດ​ກັນ” ເຊັ່ນ ໂຢນາທານ​ກັບ​ດາວິດ​ເລີ່ມ​ສະໜິດ​ກັນ​ຫຼັງ​ຈາກ​ທີ່​ດາວິດ​ຂ້າ​ໂຄລີອາດ. (1​ຊາມ 18:1) ທັງ​ສອງ​ຄົນ​ມີ​ນິດໄສ​ທີ່​ດີ​ທີ່​ເຮັດ​ໃຫ້​ເຂົາເຈົ້າ​ຢາກ​ເປັນ​ໝູ່​ກັນ. ດັ່ງນັ້ນ ເພື່ອ​ເຮົາ​ຈະ​ສະໜິດ​ກັບ​ໃຜ​ຄົນ​ໜຶ່ງ ເຮົາ​ຕ້ອງ​ຮູ້ຈັກ​ຄົນ​ນັ້ນ​ເປັນ​ຢ່າງ​ດີ ເຊິ່ງ​ຕ້ອງ​ໃຊ້​ເວລາ​ແລະ​ຄວາມ​ພະຍາຍາມ. ແຕ່​ໃນ​ສື່​ສັງຄົມ​ອອນລາຍ​ພຽງ​ແຕ່​ກົດ​ປຸ່ມ​ເທື່ອ​ດຽວ​ກໍ​ເປັນ “ໝູ່” ກັນ​ໄດ້. ຄົນ​ທີ່​ຢູ່​ໃນ​ໂລກ​ອອນລາຍ​ວາງ​ແຜນ​ກ່ອນ​ໄດ້​ວ່າ​ຈະ​ເວົ້າ​ຫຍັງ ແລະ​ສ້າງ​ພາບ​ໄດ້​ວ່າ​ຢາກ​ໃຫ້​ຄົນ​ອື່ນ​ເບິ່ງ​ລາວ​ແບບ​ໃດ ຈຶ່ງ​ເຮັດ​ໃຫ້​ເຮົາ​ບໍ່​ຮູ້ຈັກ​ຕົວ​ຕົນ​ແທ້ໆ​ຂອງ​ຄົນ​ນັ້ນ. ດັ່ງນັ້ນ ເຈົ້າ​ຕ້ອງ​ຄິດ​ດີໆ​ວ່າ​ຈະ​ເປັນ​ໝູ່​ກັບ​ໃຜ​ໃນ​ສື່​ສັງຄົມ​ອອນລາຍ. ບໍ່​ຕ້ອງ​ຢ້ານ​ວ່າ​ລາວ​ຈະ​ເສຍ​ຄວາມ​ຮູ້ສຶກ​ຖ້າ​ເຈົ້າ​ປະຕິເສດ​ຄຳ​ຂໍ​ເປັນ​ໝູ່. ບາງ​ຄົນ​ບໍ່​ໃຊ້​ສື່​ສັງຄົມ​ອອນລາຍ​ຍ້ອນ​ຢ້ານ​ວ່າ​ຈະ​ມີ​ອັນຕະລາຍ ແຕ່​ຖ້າ​ເຈົ້າ​ໃຊ້​ສື່​ສັງຄົມ​ອອນລາຍ ເຈົ້າ​ຕ້ອງ​ຄິດ​ເຖິງ​ເລື່ອງ​ຫຍັງ​ແດ່?

ເບິ່ງ​ວິດີໂອ​ໃຊ້​ໂຊຊຽວ​ເນັດເວີກ​ຢ່າງ​ສະຫຼາດ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເຈົ້າ​ຕ້ອງ​ຄິດ​ເຖິງ​ຫຍັງ​ແດ່​ກ່ອນ​ທີ່​ຈະ​ໂພດສ໌​ຂໍ້​ຄວາມ​ຫຼື​ຮູບ​ພາບ?

  • ເປັນ​ຫຍັງ​ເຈົ້າ​ຕ້ອງ​ເລືອກ​ໝູ່​ໃນ​ສື່​ສັງຄົມ​ອອນລາຍ​ຢ່າງ​ດີ?

  • ເປັນ​ຫຍັງ​ເຈົ້າ​ຕ້ອງ​ຈຳກັດ​ເວລາ​ໃຊ້​ສື່​ສັງຄົມ​ອອນລາຍ?—ອຟຊ 5:15, 16