ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ | ໂຢບ 6-10

ໂຢບທີ່ສັດຊື່ຕ້ອງທົນທຸກທໍລະມານ

ໂຢບທີ່ສັດຊື່ຕ້ອງທົນທຸກທໍລະມານ

ໂຢບ​ທຸກ​ລຳບາກ ສູນ​ເສຍ ແລະ​ເຈັບ​ປ່ວຍ​ໜັກ​ຈົນ​ເກືອບ​ຕາຍ ແຕ່​ລາວ​ຍັງ​ຮັກສາ​ຄວາມ​ສັດ​ຊື່​ໄວ້​ໄດ້. ຊາຕານ​ຈຶ່ງ​ພະຍາຍາມ​ໃຊ້​ຄວາມ​ທໍ້​ໃຈ​ເພື່ອ​ທຳລາຍ​ຄວາມ​ສັດ​ຊື່​ຂອງ​ລາວ. “ໝູ່” 3 ຄົນ​ຂອງ​ລາວ​ກໍ​ໄດ້​ມາ​ຢາມ. ຕອນ​ທຳອິດ ເຂົາ​ເຈົ້າ​ສະແດງ​ໃຫ້​ຄົນ​ທົ່ວໄປ​ເຫັນ​ວ່າ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ. ຈາກ​ນັ້ນ ເຂົາ​ເຈົ້າ​ນັ່ງ​ກັບ​ໂຢບ​ໂດຍ​ບໍ່​ເວົ້າ​ຫຍັງ​ເປັນ​ເວລາ 7 ມື້ ບໍ່​ເວົ້າ​ໃຫ້​ກຳລັງ​ໃຈ​ລາວ​ແມ່ນ​ແຕ່​ຄຳ​ດຽວ. ຄຳ​ເວົ້າ​ທີ່​ຕາມ​ມາ​ເປັນ​ຄຳ​ກ່າວ​ຫາ​ທີ່​ຮຸນແຮງ.

ໂຢບ​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະ​ເຢໂຫວາ​ເຖິງ​ແມ່ນ​ວ່າ​ຖືກ​ກົດ​ດັນ​ຢ່າງ​ໜັກ

6:3; 7:16; 9:20-22; 10:1, 12

  • ຄວາມ​ໂສກ​ເສົ້າ​ແລະ​ຄວາມ​ທຸກ​ເຮັດ​ໃຫ້​ໂຢບ​ມີ​ຄວາມ​ຄິດ​ຜິດໆ ລາວ​ສະ​ຫຼຸບ​ເອົາ​ເອງ​ວ່າ​ພະເຈົ້າ​ບໍ່​ສົນ​ໃຈ​ທີ່​ລາວ​ຮັກສາ​ຄວາມ​ສັດ​ຊື່

  • ຍ້ອນ​ຮູ້ສຶກ​ທໍ້​ໃຈ ໂຢບ​ຈຶ່ງ​ບໍ່​ໄດ້​ຄິດ​ເຖິງ​ເຫດຜົນ​ອື່ນໆທີ່​ເປັນ​ໄປ​ໄດ້​ທີ່​ລາວ​ຕ້ອງ​ປະສົບ​ກັບ​ຄວາມ​ທຸກ​ຍາກ

  • ເຖິງ​ແມ່ນ​ຮູ້ສຶກ​ທໍ້​ໃຈ ໂຢບ​ກໍ​ຍັງ​ບອກ​ຄົນ​ທີ່​ກ່າວ​ຫາ​ລາວ​ວ່າ​ລາວ​ຮັກ​ພະ​ເຢໂຫວາ