ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ການຟື້ນຄືນຈາກຕາຍ—ເປັນໄປໄດ້ໂດຍທາງຄ່າໄຖ່

ການຟື້ນຄືນຈາກຕາຍ—ເປັນໄປໄດ້ໂດຍທາງຄ່າໄຖ່

ວັນ​ອະນຸສອນ​ເຮັດ​ໃຫ້​ເຮົາ​ມີ​ໂອກາດ​ທີ່​ຈະ​ຄິດ​ເຖິງ​ພະ​ພອນ​ໃນ​ອະນາຄົດ​ທີ່​ເປັນ​ໄປ​ໄດ້​ໂດຍ​ທາງ​ຄ່າໄຖ່ ເຊັ່ນ: ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ. ພະ​ເຢໂຫວາ​ບໍ່​ຢາກ​ໃຫ້​ຄົນ​ເຮົາ​ຕາຍ. ດັ່ງ​ນັ້ນ ການ​ເສຍ​ຊີວິດ​ຂອງ​ຄົນ​ທີ່​ເຮົາ​ຮັກ​ຈຶ່ງ​ເປັນ​ປະສົບການ​ທີ່​ເຈັບ​ປວດ​ທີ່​ສຸດ​ຢ່າງ​ໜຶ່ງ​ຂອງ​ມະນຸດ. (1 ໂກ. 15:26) ພະ​ເຍຊູ​ເຈັບ​ປວດ​ໃຈ​ຫຼາຍ​ທີ່​ເຫັນ​ລູກ​ສິດ​ຂອງ​ທ່ານ​ໂສກ​ເສົ້າ​ເມື່ອ​ເຫັນ​ລາຊະໂລ​ຕາຍ. (ໂຢ. 11:33-35) ເນື່ອງ​ຈາກ​ພະ​ເຍຊູ​ສະທ້ອນ​ຄຸນ​ລັກສະນະ​ຂອງ​ພະ​ເຢໂຫວາ​ພໍ່​ຂອງ​ທ່ານ​ໄດ້​ຢ່າງ​ສົມບູນ​ແບບ ເຮົາ​ຈຶ່ງ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ເຈັບ​ປວດ​ຄື​ກັນ​ເມື່ອ​ເຫັນ​ເຮົາ​ໂສກ​ເສົ້າ​ໃນ​ຕອນ​ຄົນ​ທີ່​ເຮົາ​ຮັກ​ເສຍ​ຊີວິດ. (ໂຢ. 14:7) ພະ​ເຢໂຫວາ​ຄອຍ​ຖ້າ​ທີ່​ຈະ​ປຸກ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະອົງ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ອີກ ເຮົາ​ກໍ​ຄອຍ​ຖ້າ​ຄື​ກັນ.—ໂຢບ 14:14, 15

ເນື່ອງ​ຈາກ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ລະບຽບ​ຈຶ່ງ​ມີ​ເຫດຜົນ​ທີ່​ຈະ​ເຊື່ອ​ວ່າ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຈະ​ເປັນ​ລະບຽບ (1 ໂກ. 14:33, 40) ຈະ​ບໍ່​ມີ​ງານ​ສົບ ແຕ່​ຈະ​ມີ​ການ​ຕ້ອນຮັບ​ຄົນ​ທີ່​ຟື້ນ​ຄືນ​ມາ​ຈາກ​ຕາຍ. ເມື່ອ​ຄົນ​ທີ່​ເຈົ້າ​ຮັກ​ເສຍ​ຊີວິດ ເຈົ້າ​ໄດ້​ຄິດ​ຕຶກຕອງ​ເຖິງ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ເປັນ​ພິເສດ​ບໍ? (2 ໂກ. 4:17, 18) ເຈົ້າ​ຂອບໃຈ​ພະ​ເຢໂຫວາ​ບໍ​ທີ່​ໄດ້​ຈັດ​ກຽມ​ໃຫ້​ມີ​ຄ່າໄຖ່​ແລະ​ເປີດ​ເຜີຍ​ໃຫ້​ເຮົາ​ຮູ້​ໃນ​ຄຳພີ​ໄບເບິນ​ວ່າ​ຄົນ​ທີ່​ຕາຍ​ຈະ​ມີ​ຊີວິດ​ອີກ?—ໂກໂລ. 3:15

  • ໝູ່​ຫຼື​ຍາດ​ພີ່​ນ້ອງ​ຂອງ​ເຈົ້າ​ຄົນ​ໃດ​ທີ່​ເຈົ້າ​ຄອຍ​ຖ້າ​ຈະ​ພົບ​ເຂົາ​ເຈົ້າ​ອີກ?

  • ໃຜ​ໃນ​ຄຳພີ​ໄບເບິນ​ທີ່​ເຈົ້າ​ຢາກ​ພົບ​ແລະ​ລົມ​ກັບ​ເຂົາ​ເຈົ້າ​ເປັນ​ພິເສດ?