ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ | ໂຢບ 11-15

ໂຢບໝັ້ນໃຈໃນເລື່ອງການຟື້ນຄືນມາຈາກຕາຍ

ໂຢບໝັ້ນໃຈໃນເລື່ອງການຟື້ນຄືນມາຈາກຕາຍ

ໂຢບ​ເຊື່ອ​ໃນ​ຄວາມ​ສາມາດ​ຂອງ​ພະເຈົ້າ​ທີ່​ຈະ​ເຮັດ​ໃຫ້​ລາວ​ຟື້ນ​ຄືນ​ມາ​ຈາກ​ຕາຍ

14:7-9, 13-15

  • ໂຢບ​ໃຊ້​ຕົວຢ່າງ​ຂອງ​ຕົ້ນ​ໄມ້​ເຊິ່ງ​ອາດ​ເປັນ​ຕົ້ນ​ໝາກ​ກອກ​ເພື່ອ​ສະແດງ​ວ່າ​ລາວ​ໝັ້ນ​ໃຈ​ໃນ​ຄວາມ​ສາມາດ​ຂອງ​ພະເຈົ້າ​ທີ່​ຈະ​ປຸກ​ລາວ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ

  • ຕົ້ນ​ໝາກ​ກອກ​ມີ​ຮາກ​ທີ່​ແຜ່​ຂະຫຍາຍ​ອອກ​ໄປ​ຢູ່​ໃຕ້​ພື້ນ​ດິນ​ແລະ​ຖ້າ​ຮາກ​ຍັງ​ບໍ່​ຕາຍ​ມັນ​ກໍ​ສາມາດ​ປົ່ງ​ຂຶ້ນ​ມາ​ໃໝ່​ໄດ້​ອີກ​ເຖິງ​ວ່າ​ຕົ້ນ​ຈະ​ຖືກ​ບັກ​ແລ້ວ​ກໍ​ຕາມ

  • ເມື່ອ​ຕໍ​ຕົ້ນ​ໝາກ​ກອກ​ທີ່​ຫ່ຽວ​ແຫ້ງ​ໄດ້​ຮັບ​ນໍ້າ​ຝົນ​ມັນ​ກໍ​ຈະ​ກັບ​ມາ​ມີ​ຊີວິດ​ອີກ​ແລະ “ມີ​ກິ່ງ​ຄື​ຕົ້ນ​ໄມ້​ອ່ອນ”