ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ຍິນດີຕ້ອນຮັບແຂກຂອງເຮົາ

ຍິນດີຕ້ອນຮັບແຂກຂອງເຮົາ

ເຮົາ​ຄາດ​ໝາຍ​ວ່າ​ວັນ​ທີ 23 ມີນາ ຈະ​ມີ​ແຂກ​ປະມານ 12 ລ້ານ​ຄົນ​ຫຼື​ຫຼາຍ​ກວ່າ​ນັ້ນ​ມາ​ຮ່ວມ​ການ​ປະຊຸມ​ອະນຸສອນ. ເຂົາ​ເຈົ້າ​ຈະ​ໄດ້​ຟັງ​ຄຳ​ບັນລະຍາຍ​ເລື່ອງ​ຄ່າໄຖ່​ທີ່​ເປັນ​ຂອງ​ຂວັນ​ຈາກ​ພະ​ເຢໂຫວາ​ແລະ​ພະ​ພອນ​ອື່ນໆທີ່​ມະນຸດ​ຈະ​ໄດ້​ຮັບ! (ເອຊາ. 11:6-9; 35:5, 6; 65:21-23; ໂຢ. 3:16) ບໍ່​ພຽງ​ແຕ່​ຜູ້​ບັນລະຍາຍ​ເທົ່າ​ນັ້ນ​ທີ່​ຈະ​ເວົ້າ​ເລື່ອງ​ພະເຈົ້າ​ໃນ​ໂອກາດ​ພິເສດ​ນີ້ ເຮົາ​ທຸກ​ຄົນ​ສາມາດ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ນີ້​ໄດ້​ໂດຍ​ຕ້ອນຮັບ​ແຂກ​ຢ່າງ​ອົບອຸ່ນ (ໂລມ 15:7) ລອງ​ເບິ່ງ​ຄຳ​ແນະນຳ​ຕໍ່​ໄປ​ນີ້.

  • ແທນ​ທີ່​ຈະ​ນັ່ງ​ຢູ່​ແຕ່​ບ່ອນ​ນັ່ງ​ຈົນ​ເຖິງ​ເວລາ​ປະຊຸມ​ເລີ່ມ ໃຫ້​ຕ້ອນຮັບ​ແຂກ​ແລະ​ຄົນ​ທີ່​ເຊົາ​ປະກາດ​ໂດຍ​ຍິ້ມ​ຢ່າງ​ອົບອຸ່ນ​ແລະ​ທັກທາຍ​ຢ່າງ​ເປັນ​ມິດ.

  • ເຖິງ​ແມ່ນ​ວ່າ​ເຈົ້າ​ຈະ​ສົນ​ໃຈ​ແຂກ​ທີ່​ເຈົ້າ​ເຊີນ​ມາ​ເປັນ​ພິເສດ ແຕ່​ໃຫ້​ສົນ​ໃຈ​ຄົນ​ອື່ນ​ທີ່​ມາ​ນຳ​ເພາະ​ເຂົາ​ເຈົ້າ​ກໍ​ໄດ້​ຮັບ​ໃບ​ເຊີນ​ຈາກ​ໂຄງການ​ພິເສດ. ເຊີນ​ຄົນ​ໃໝ່​ມາ​ນັ່ງ​ກັບ​ເຈົ້າ​ເພື່ອ​ໃຫ້​ເບິ່ງ​ຂໍ້​ພະ​ຄຳພີ​ແລະ​ປຶ້ມ​ເພງ​ນຳ​ເຈົ້າ.

  • ຫຼັງ​ຈາກ​ຈົບ​ຄຳ​ບັນລະຍາຍ ກໍ​ຂໍ​ໃຫ້​ຢູ່​ຕໍ່​ເພື່ອ​ຕອບ​ຄຳຖາມ​ຂອງ​ຜູ້​ສົນ​ໃຈ. ຖ້າ​ມີ​ເວລາ​ໜ້ອຍ​ເພາະ​ມີ​ອີກ​ປະຊາຄົມ​ໜຶ່ງ​ຈັດ​ປະຊຸມ​ຕໍ່ ກໍ​ໃຫ້​ນັດ​ໝາຍ​ກັບ​ໄປ​ຢາມ​ລາວ​ຫຼັງ​ຈາກ 2-3 ມື້. ຖ້າ​ເຈົ້າ​ບໍ່​ມີ​ຂໍ້​ມູນ​ຕິດ​ຕໍ່​ລາວ ເຈົ້າ​ອາດ​ຖາມ​ວ່າ: “ຂ້ອຍ​ຢາກ​ຮູ້​ວ່າ​ເຈົ້າ​ຄິດ​ແນວ​ໃດ​ກັບ​ການ​ປະຊຸມ​ມື້​ນີ້ ມີ​ວິທີ​ທີ່​ເຮົາ​ຈະ​ຕິດ​ຕໍ່​ກັນ​ໄດ້​ບໍ?”