ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຕົວຢ່າງການສະເໜີ

ຕົວຢ່າງການສະເໜີ

ຫໍສັງເກດການ

ຄຳຖາມ: ເຈົ້າ​ຄິດ​ວ່າ​ອັນ​ໃດ​ແມ່ນ​ຂອງ​ຂວັນ​ລໍ້າ​ຄ່າ​ທີ່​ສຸດ​ທີ່​ພະເຈົ້າ​ເຄີຍ​ໃຫ້​ເຮົາ?

ຂໍ້​ພະ​ຄຳພີ: ໂຢ. 3:16

ການ​ສະເໜີ: ປຶ້ມ​ຫົວ​ນີ້​ເວົ້າ​ເຖິງ​ເຫດຜົນ​ທີ່​ພະເຈົ້າ​ສົ່ງ​ພະ​ເຍຊູ​ໃຫ້​ມາ​ໂລກ​ນີ້​ເພື່ອ​ຕາຍ​ແທນ​ເຮົາ​ແລະ​ວິທີ​ທີ່​ເຮົາ​ຈະ​ສະແດງ​ຄວາມ​ຮູ້​ຄຸນຄ່າ​ຕໍ່​ຂອງ​ຂວັນ​ນີ້.

ການ​ປົກຄອງ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?

ຄຳຖາມ: [ໃຫ້​ເບິ່ງ​ທາງ​ໜ້າ​ແຜ່ນ​ພັບ] ເຈົ້າ​ຈະ​ຕອບ​ແນວ​ໃດ? ແມ່ນ​ສິ່ງ​ທີ່​ຢູ່​ໃນ​ຫົວໃຈ​ຂອງ​ເຮົາ? ແມ່ນ​ເລື່ອງ​ທີ່​ເລົ່າ​ກັນ? ຫຼື​ແມ່ນ​ລັດຖະບານ​ຢູ່​ໃນ​ສະຫວັນ?

ຂໍ້​ພະ​ຄຳພີ: ດາ. 2:44; ເອຊາ. 9:6

ການ​ສະເໜີ: ແຜ່ນ​ພັບ​ນີ້​ອະທິບາຍ​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ມີ​ຄວາມ​ໝາຍ​ແນວ​ໃດ​ຕໍ່​ເຈົ້າ.

ໃບ​ເຊີນ​ການ​ປະຊຸມ​ອະນຸສອນ

ການ​ສະເໜີ: ຂ້ອຍ​ຢາກ​ເຊີນ​ເຈົ້າ​ເຂົ້າ​ຮ່ວມ​ງານ​ໜຶ່ງ​ທີ່​ສຳຄັນ​ຫຼາຍ. [ຍື່ນ​ໃບ​ເຊີນ​ໃຫ້] ໃນ​ວັນ​ທີ 11 ເມສາ ຢູ່​ທົ່ວ​ໂລກ ຫຼາຍ​ລ້ານ​ຄົນ​ຈະ​ເຕົ້າ​ໂຮມ​ກັນ​ເພື່ອ​ນຶກ​ເຖິງ​ການ​ຕາຍ​ຂອງ​ພະ​ເຍຊູ​ແລະ​ເພື່ອ​ຟັງ​ຄຳ​ບັນລະຍາຍ​ຟຣີ​ກ່ຽວ​ກັບ​ເລື່ອງ​ໃນ​ຄຳພີ​ໄບເບິນ​ທີ່​ວ່າ​ການ​ຕາຍ​ຂອງ​ພະ​ເຍຊູ​ເປັນ​ປະໂຫຍດ​ແນວ​ໃດ​ຕໍ່​ເຈົ້າ. ໃບ​ເຊີນ​ນີ້​ມີ​ເວລາ​ແລະ​ສະຖານ​ທີ່​ຂອງ​ການ​ປະຊຸມ. ຂ້ອຍ​ຫວັງ​ວ່າ​ເຈົ້າ​ຈະ​ໄປ​ໄດ້.

ລອງ​ຂຽນ​ວິທີ​ການ​ສະເໜີ​ຂອງ​ເຈົ້າ​ເອງ

ໃຊ້​ຕົວຢ່າງ​ການ​ສະເໜີ​ເພື່ອ​ປັບ​ເປັນ​ຮູບແບບ​ຂອງ​ຕົວເອງ.