ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ | ເຢເຣມີ 12-16

ຊາດອິດສະລາແອນລືມພະເຢໂຫວາ

ຊາດອິດສະລາແອນລືມພະເຢໂຫວາ

ເຢເຣມີ​ໄດ້​ຮັບ​ວຽກ​ມອບ​ໝາຍ​ທີ່​ທ້າທາຍ​ເຊິ່ງ​ສະແດງ​ໃຫ້​ເຫັນ​ຄວາມ​ຕັ້ງ​ໃຈ​ຂອງ​ພະ​ເຢໂຫວາ​ທີ່​ຈະ​ທຳລາຍ​ຄວາມ​ຍິ່ງ​ຈອງຫອງ​ຂອງ​ຢູດາ​ແລະ​ເຢຣຶຊາເລມ

ເຢເຣມີ​ຊື້​ຜ້າ​ຄາດ​ແອວ​ລິ​ນິນ

13:1, 2

  • ຜ້າ​ຄາດ​ແອວ​ທີ່​ມັດ​ຢູ່​ແອວ​ສະແດງ​ເຖິງ​ສາຍ​ສຳພັນ​ທີ່​ໃກ້​ຊິດ​ເຊິ່ງ​ອາດ​ເປັນ​ໄປ​ໄດ້​ລະຫວ່າງ​ພະ​ເຢໂຫວາ​ກັບ​ຊາດ​ອິດສະລາແອນ

ເຢເຣມີ​ເອົາ​ຜ້າ​ຄາດ​ແອວ​ໄປ​ແມ່ນໍ້າ​ເອິຟາລາດ

13:3-5

  • ລາວ​ເຊື່ອງ​ຜ້າ​ຄາດ​ແອວ​ໄວ້​ໃນ​ຫີນ​ທີ່​ແຕກ ແລ້ວ​ກໍ​ກັບ​ໄປ​ເຢຣຶຊາເລມ

ເຢເຣມີ​ກັບ​ໄປ​ເອົາ​ຜ້າ​ຄາດ​ແອວ​ຢູ່​ແມ່ນໍ້າ​ເອິຟາລາດ

13:6, 7

  • ຜ້າ​ຄາດ​ແອວ​ເປື່ອຍ

ພະ​ເຢໂຫວາ​ອະທິບາຍ​ເລື່ອງ​ນັ້ນ​ຫຼັງ​ຈາກ​ເຢເຣມີ​ເຮັດ​ວຽກ​ມອບ​ໝາຍ​ສຳເລັດ

13:8-11

  • ການ​ທີ່​ເຢເຣມີ​ເຊື່ອ​ຟັງ​ຈາກ​ໃຈ​ໃນ​ສິ່ງ​ທີ່​ອາດ​ເບິ່ງ​ຄື​ວ່າ​ບໍ່​ສຳຄັນ​ໄດ້​ມີ​ສ່ວນ​ຊ່ວຍ​ໃນ​ຄວາມ​ພະຍາຍາມ​ຂອງ​ພະ​ເຢໂຫວາ​ທີ່​ຈະ​ເຂົ້າ​ເຖິງ​ໃຈ​ຂອງ​ປະຊາຊົນ