ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ຊີວິດ​ຄລິດສະຕຽນ

ວິທີໃຊ້ປຶ້ມໃຜກຳລັງເຮັດຕາມໃຈປະສົງຂອງພະເຢໂຫວາໃນທຸກມື້ນີ້?

ວິທີໃຊ້ປຶ້ມໃຜກຳລັງເຮັດຕາມໃຈປະສົງຂອງພະເຢໂຫວາໃນທຸກມື້ນີ້?

ປຶ້ມໃຜ​ກຳລັງ​ເຮັດ​ຕາມ​ໃຈ​ປະສົງ​ຂອງ​ພະ​ເຢໂຫວາ​ໃນ​ທຸກ​ມື້​ນີ້? ອອກ​ແບບ​ເພື່ອ​ພິຈາລະນາ​ກັບ​ນັກ​ສຶກສາ​ໃນ​ຕອນ​ເລີ່ມ​ຕົ້ນ​ຫຼື​ຕອນ​ທ້າຍ​ຂອງ​ການ​ສຶກສາ​ແຕ່​ລະ​ຄັ້ງ. * ບົດ​ທີ 1-4 ຊ່ວຍ​ນັກ​ສຶກສາ​ໃຫ້​ຮູ້ຈັກ​ພະຍານ​ພະ​ເຢໂຫວາ ບົດ​ທີ 5-14 ຊ່ວຍ​ເຂົາ​ເຈົ້າ​ຮຽນ​ຮູ້​ກ່ຽວ​ກັບ​ວຽກ​ງານ​ຂອງ​ເຮົາ ແລະ​ບົດ​ທີ 15-28 ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຫັນ​ວິທີ​ທີ່​ອົງການ​ຂອງ​ເຮົາ​ດຳເນີນ​ງານ. ດີ​ທີ່​ສຸດ​ແມ່ນ​ໃຫ້​ເບິ່ງ​ແຕ່​ລະ​ບົດ​ຕາມ​ລຳດັບ ແຕ່​ຖ້າ​ຄິດ​ວ່າ​ຈະ​ຂ້າມ​ໄປ​ເບິ່ງ​ບາງ​ບົດ​ທີ່​ສົນ​ໃຈ​ເປັນ​ພິເສດ​ກໍ​ເຮັດ​ໄດ້. ແຕ່​ລະ​ບົດ​ມີ​ພຽງ​ໜ້າ​ດຽວ​ເທົ່າ​ນັ້ນ​ແລະ​ສ່ວນ​ຫຼາຍ​ແລ້ວ​ສາມາດ​ພິຈາລະນາ​ກັບ​ນັກ​ສຶກສາ​ພາຍ​ໃນ 5-10 ນາທີ.

  • ເວົ້າ​ເຖິງ​ຄຳຖາມ​ທີ່​ເປັນ​ຫົວ​ເລື່ອງ​ຂອງ​ບົດ

  • ອ່ານ​ບົດ​ນັ້ນ​ນຳ​ກັນ ອາດ​ຈະ​ອ່ານ​ໝົດ​ບົດ​ຫຼື​ແຕ່​ລະ​ຫຍໍ້​ໜ້າ

  • ລົມ​ກັນ​ເລື່ອງ​ທີ່​ຫາ​ກໍ​ອ່ານ. ໃຊ້​ຄຳຖາມ​ທີ່​ຢູ່​ທ້າຍ​ໜ້າ​ແລະ​ເວົ້າ​ເຖິງ​ຮູບ. ຖ້າ​ເໝາະ​ສົມ ໃຫ້​ອ່ານ​ແລະ​ເວົ້າ​ເຖິງ​ຂໍ້​ພະ​ຄຳພີ​ທີ່​ຍົກ​ມາ. ໃຫ້​ເນັ້ນ​ວ່າ​ຫົວ​ຂໍ້​ຍ່ອຍ​ທີ່​ເປັນ​ໂຕ​ເຂັ້ມ​ແມ່ນ​ຄຳຕອບ​ຂອງ​ຄຳຖາມ​ໃນ​ຫົວ​ເລື່ອງ

  • ຖ້າ​ບົດ​ນັ້ນ​ມີ​ຂອບ “ຊອກ​ຮູ້​ຕື່ມ” ໃຫ້​ອ່ານ​ນຳ​ກັນ​ແລະ​ກະຕຸ້ນ​ນັກ​ສຶກສາ​ໃຫ້​ເຮັດ​ຕາມ​ຄຳ​ແນະນຳ​ນັ້ນ

^ ຂໍ້ 3 ສະບັບ​ທີ່​ມີ​ໃນ​ອອນ​ລາຍ​ແມ່ນ​ສະບັບ​ຫຼ້າ​ສຸດ.