ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ວັນທີ 6-12 ມີນາ

ເຢເຣມີ 1-4

ວັນທີ 6-12 ມີນາ
  • ເພງ 23 ແລະ​ຄຳ​ອະທິດຖານ

  • ຄຳ​ນຳ​ເປີດ​ການ​ປະຊຸມ (ບໍ່​ເກີນ 3 ນາທີ)

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ

  • ເຮົາ​ຢູ່​ຝ່າຍ​ເຈົ້າ​ເພື່ອ​ຊ່ອຍ​ເຈົ້າ”: (10 ນາທີ)

    • [ເປີດ​ວິດີໂອ​ບົດ​ນຳ​ພະທຳ​ເຢເຣມີ]

    • ຢເຣ. 1:6—ເຢເຣມີ​ລັງເລ​ໃຈ​ທີ່​ຈະ​ຮັບ​ເອົາ​ວຽກ​ມອບ​ໝາຍ​ໃໝ່ (15/3/11 ໜ້າ 29 ຂໍ້ 4)

    • ຢເຣ. 1:7-10, 17-19—ພະ​ເຢໂຫວາ​ສັນຍາ​ວ່າ​ຈະ​ຊ່ວຍ​ແລະ​ໃຫ້​ກຳລັງ ເຢເຣມີ (15/12/05 ໜ້າ 23 ຂໍ້ 18; ຍຣ ໜ້າ 88 ຂໍ້ 14-15)

  • ຂຸດ​ຄົ້ນ​ຄວາມ​ຮູ້​ທີ່​ມີ​ຄ່າ​ຂອງ​ພະເຈົ້າ: (8 ນາທີ)

    • ຢເຣ. 2:13, 18—ສິ່ງ​ຊົ່ວ​ສອງ​ຢ່າງ​ທີ່​ຊາວ​ອິດສະລາແອນ​ທີ່​ບໍ່​ສັດ​ຊື່​ໄດ້​ເຮັດ​ມີ​ຫຍັງ​ແດ່? (15/3/07 ໜ້າ 9 ຫຍໍ້​ໜ້າ 8)

    • ຢເຣ. 4:10—ໃນ​ແງ່​ໃດ​ທີ່​ພະ​ເຢໂຫວາ “ລໍ້​ລວງ” ປະຊາຊົນ​ຂອງ​ພະອົງ? (15/3/07 ໜ້າ 9 ຫຍໍ້​ໜ້າ 4)

    • ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້​ສອນ​ຫຍັງ​ຂ້ອຍ​ກ່ຽວ​ກັບ​ພະ​ເຢໂຫວາ?

    • ການ​ອ່ານ​ຄຳພີ​ໄບເບິນ​ໃນ​ອາທິດ​ນີ້​ມີ​ຈຸດ​ໃດ​ແດ່​ທີ່​ຂ້ອຍ​ຈະ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ?

  • ການ​ອ່ານ​ພະ​ຄຳພີ: (ບໍ່​ເກີນ 4 ນາທີ) ຢເຣ. 4:1-10

ສິ່ງ​ທີ່​ເຈົ້າ​ຈະ​ນຳ​ເອົາ​ໄປ​ໃຊ້​ໃນ​ວຽກ​ປະກາດ

  • ກຽມ​ຕົວ​ສຳລັບ​ການ​ສະເໜີ​ໃນ​ເດືອນ​ນີ້: (15 ນາທີ) ຖາມ-ຕອບ​ກ່ຽວ​ກັບ​ວິດີໂອ “ຕົວຢ່າງ​ການ​ສະເໜີ.” ເປີດ​ວິດີໂອ​ການ​ສະເໜີ​ແຕ່​ລະ​ເລື່ອງ​ແລະ​ເວົ້າ​ເຖິງ​ຈຸດ​ສຳຄັນ.

ຊີວິດ​ຄລິດສະຕຽນ

  • ເພງ 149

  • ຜົນ​ສຳເລັດ​ຂອງ​ອົງການ​ເຮົາ​ມີ​ຫຍັງ​ແດ່: (7 ນາທີ) ເປີດ​ວິດີໂອ​ຜົນ​ສຳເລັດ​ຂອງ​ອົງການ​ເຮົາ​ມີ​ຫຍັງ​ແດ່ສຳລັບ​ເດືອນ​ມີນາ.

  • ໂຄງການ​ພິເສດ​ເພື່ອ​ການ​ປະຊຸມ​ອະນຸສອນ​ທີ່​ເລີ່ມ​ຕົ້ນ​ວັນ​ທີ 18 ມີນາ: (8 ນາທີ) ບັນລະຍາຍ​ໂດຍ​ຜູ້​ດູ​ແລ​ການ​ຮັບໃຊ້​ໂດຍ​ໃຊ້​ຊີວິດ​ແລະ​ວຽກ​ຮັບໃຊ້​ຄູ່​ມື​ການ​ປະຊຸມ ຂອງ​ເດືອນ​ກຸມພາ 2016 ໜ້າ 8. ຢາຍ​ໃບ​ເຊີນ​ການ​ປະຊຸມ​ອະນຸສອນ​ໃຫ້​ທຸກ​ຄົນ​ແລະ​ທົບ​ທວນ​ເນື້ອ​ໃນ​ຂອງ​ໃບ​ເຊີນ​ນັ້ນ. ເວົ້າ​ເຖິງ​ການ​ຈັດ​ຕຽມ​ເຂດ​ເຮັດ​ວຽກ​ຂອງ​ປະຊາຄົມ.

  • ການ​ສຶກສາ​ພະ​ຄຳພີ​ປະຈຳ​ປະຊາຄົມ: (30 ນາທີ) ລປ ບົດ 9 ຂໍ້ 10-15 ແຜນ​ພູມ​ໜ້າ 90 ແລະ​ຂອບ​ໜ້າ 93 ແລະ 96-97

  • ທົບ​ທວນ​ແລະ​ເວົ້າ​ເຖິງ​ສ່ວນ​ຕ່າງໆຂອງ​ອາທິດ​ໜ້າ (3 ນາທີ)

  • ເພງ 74 ແລະ​ຄຳ​ອະທິດຖານ