ຂ້າມໄປທີ່ເນື້ອໃນ

ຂ້າມໄປທີ່ສາລະບານ

ສິ່ງ​ທີ່​ມີ​ຄ່າ​ຈາກ​ພະ​ຄຳ​ຂອງ​ພະເຈົ້າ | ມັດທາຍ 25

‘ຈົ່ງ​ເຝົ້າ​ລະວັງ​ຢູ່​ສະເໝີ’

‘ຈົ່ງ​ເຝົ້າ​ລະວັງ​ຢູ່​ສະເໝີ’

25:1-12

ເຖິງ​ວ່າ​ພະ​ເຍຊູ​ໝາຍ​ເຖິງ​ຄລິດສະຕຽນ​ຜູ້​ຖືກ​ເຈີມ​ຂອງ​ເພິ່ນ​ເມື່ອ​ເວົ້າ​ເຖິງ​ຕົວຢ່າງ​ປຽບ​ທຽບ​ເລື່ອງ​ຍິງ​ບໍລິສຸດ 10 ຄົນ ແຕ່​ເລື່ອງ​ນີ້​ກໍ​ໃຊ້​ໄດ້​ກັບ​ຄລິດສະຕຽນ​ທຸກ​ຄົນ​ນຳ. (15/3/15 ໜ້າ 9-14) ດັ່ງ​ນັ້ນ “ຈົ່ງ​ເຝົ້າ​ລະວັງ​ຢູ່ [ສະເໝີ] ເພາະ​ວ່າ​ທ່ານ​ທັງ​ຫຼາຍ​ບໍ່​ຮູ້ຈັກ​ວັນ​ໃດ​ແລະ​ໂມງ​ໃດ.” (ມັດ. 25:13) ເຈົ້າ​ອະທິບາຍ​ຕົວຢ່າງ​ປຽບ​ທຽບ​ຂອງ​ພະ​ເຍຊູ​ໄດ້​ບໍ?

  • ເຈົ້າ​ບ່າວ (ຂໍ້ 1)—ພະ​ເຍຊູ

  • ຍິງ​ບໍລິສຸດ​ທີ່​ສະຫຼາດ​ແລະ​ກຽມ​ພ້ອມ (ຂໍ້ 2)—ຄລິດສະຕຽນ​ຜູ້​ຖືກ​ເຈີມ​ທີ່​ກຽມ​ພ້ອມ​ເພື່ອ​ເຮັດ​ວຽກ​ມອບ​ໝາຍ​ຢ່າງ​ສັດ​ຊື່​ແລະ​ເຂົາ​ເຈົ້າ​ເປັນ​ດັ່ງ​ໂຄມ​ໄຟ​ທີ່​ສ່ອງ​ແຈ້ງ​ໃນ​ເວລາ​ອະວະສານ (ຟີລິບ 2:15)

  • ສຽງ​ຮ້ອງ​ທີ່​ບອກ​ວ່າ: “ເຈົ້າ​ບ່າວ​ມາ​ແລ້ວ” (ຂໍ້ 6)—ສັນຍະລັກ​ຂອງ​ການ​ປະທັບ​ຂອງ​ພະ​ເຍຊູ

  • ຍິງ​ບໍລິສຸດ​ທີ່​ໂງ່ (ຂໍ້ 8)—ຄລິດສະຕຽນ​ຜູ້​ຖືກ​ເຈີມ​ທີ່​ອອກ​ໄປ​ຮັບ​ເຈົ້າ​ບ່າວ​ແຕ່​ບໍ່​ໄດ້​ເຝົ້າ​ລະວັງ​ແລະ​ບໍ່​ຮັກສາ​ຄວາມ​ສັດ​ຊື່​ຕໍ່​ພະເຈົ້າ

  • ຍິງ​ບໍລິສຸດ​ທີ່​ສະຫຼາດ​ບໍ່​ແບ່ງ​ນໍ້າມັນ​ໃຫ້ (ຂໍ້ 9)—ຫຼັງ​ຈາກ​ການ​ປະທັບ​ຕາ​ຄັ້ງ​ສຸດ​ທ້າຍ ກໍ​ສາຍ​ເກີນ​ໄປ​ແລ້ວ​ທີ່​ຜູ້​ຖືກ​ເຈີມ​ທີ່​ສັດ​ຊື່​ຈະ​ຊ່ວຍ​ຜູ້​ຖືກ​ເຈີມ​ທີ່​ບໍ່​ສັດ​ຊື່

  • ‘ເຈົ້າ​ບ່າວ​ໄດ້​ມາ​ຮອດ’ (ຂໍ້ 10)—ພະ​ເຍຊູ​ມາ​ປະກາດ​ຄຳ​ພິພາກສາ​ໃນ​ໄລຍະ​ສຸດ​ທ້າຍ​ຂອງ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່

  • ຍິງ​ບໍລິສຸດ​ທີ່​ສະຫຼາດ​ໄດ້​ເຂົ້າ​ໄປ​ໃນ​ງານ​ດອງ​ກັບ​ເຈົ້າ​ບ່າວ ແລ້ວ​ປະຕູ​ກໍ​ປິດ (ຂໍ້ 10)—ພະ​ເຍຊູ​ລວບລວມ​ຜູ້​ຖືກ​ເຈີມ​ທີ່​ສັດ​ຊື່​ໄປ​ສະຫວັນ ແຕ່​ຄົນ​ທີ່​ບໍ່​ສັດ​ຊື່​ສູນ​ເສຍ​ລາງວັນ​ທີ່​ຈະ​ໄດ້​ໄປ​ສະຫວັນ